ນາວາສັກສິດ ຄວ້າແຊັມປະເພດເຮືອກີລາ 12 ສີພາຍທີ່ທ່າວັດຈັນ, ມື້ອື່ນລຸ້ນຕໍ່ເຮືອໃຫຍ່ 55 ສີພາຍ

191

ການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາ ແລະ ບຸນຊ່ວງເຮືອນະຄອນຫຼວງວຽງຈັນ ປະຈໍາປີ 2019, ເຊິ່ງມື້ທໍາອິດວັນທີ 13 ຕຸລາ 2019 ເປັນການແຂ່ງຂັນເຮືອ 12 ສີພາຍ ຈັດຂຶ້ນທີ່ທ່າວັດຈັນ ປາກົດວ່າ: ເຮືອ ນາວາສັກສິດ ແຊງ ເຮືອບ້ານໄຊສະຫວ່າງ ເຂົ້າເສັ້ນໄຊ ຄວ້າແຊັມໄປຄອງ.

ສໍາລັບປີນີ້ມີເຮືອ 25 ລໍາເຂົ້າຮ່ວມແບ່ງເປັນ ເຮືອປະເພດນີຊາຍ 6 ລໍາ, ເຮືອປະເພດນີຍິງ 6 ລໍາ, ເຮືອສູດຊາຍ 7 ລໍາ ແລະ ເຮືອກີລາ 12 ສີພາຍ 6 ລໍາ ໂດຍແຕ່ລະປະເພດຈະແບ່ງອອກເປັນ 2 ສາຍຄັດເອົາ 2 ລໍາທີ່ມີຜົນງານດີທີ່ສຸດເຂົ້າຮອບຮອງຊະນະເລີດຕໍ່ໄປ.

ໂດຍວັນທີ 13 ຕຸລາ 2019 ເປັນການແຂ່ງຂັນເຮືອ 12 ສີພາຍມີ ລໍາເຂົ້າຮ່ວມແບ່ງເປັນ 2 ສາຍໆ ກ ບ້ານໄຊສະຫວ່າງ, ສາວງາມຈໍາພອນ ( ບ້ານນາກຸ່ງ ) ແລະ ນາວາສັກສິດ, ສ່ວນສາຍ ຂ ສົມຈັນຮ ມິນິມາກ, ບ້ານໄຊສະຖານ ແລະ ບ້ານເກິນ ປາກົດວ່າ: ນາວາສັກສິດ ທີ່ 2 ຂອງສາຍ ກ ໂຄຈອນໄປພົບກັບ ບ້ານໄຊສະຫວ່າງ ທີ 1 ຂອງສາຍ ກ ຜ່ານເຂົ້າຮອບຊີງຊະນະເລີດ ກ່ອນທີ່ຈະເປັນ ນາວາສັກສິດ ແຊງເຂົ້າເສັ້ນໄຊ ຄວ້າແຊັມໄປຄອງ.

ສ່ວນມື້ອື່ນວັນທີ 14 ຕຸລາ ຈະເປັນການແຂ່ງຂັນເຮືອໃຫຍ່ 55 ສີພາຍຈັດຂຶ້ນທີ່ທ່ານໍ້າ ບໍລິເວນໂຮງແຮມແລນມາກ ເລີ່ມແຕ່ເວລາ 8:30 – 16:00 ໂມງ ມີດັ່ງນີ້:
-ເຮືອປະເພນີຊາຍ 55 ສີພາຍ: ສາຍ ກ ປະກອບມີ ລີສອດປາກນໍ້າຄານ ແຊັມເກົ່າ, ຄອນສະຫວັນ 99 ( 2 ) ແລະ ອົງການແມ່ນໍ້າຂອງ, ສ່ວນສາຍ ຂ ທະນາຄານຮ່ວມພັດທະນາ ( JDB ), ເມືອງຈັນທະບູລີ ແລະ ຄອນສະຫວັນ 99 ( 1 ).

-ເຮືອປະເພນີຍິງ 55 ສີພາຍ: ສາຍ ກ ບໍລິສັດ ແສງເພັດກໍ່ສ້າງ ແຊັມເກົ່າ, ຄອນສະຫວັນ 99 ( 1 ) ແລະ ເມືອງຈັນທະບູລີ, ສ່ວນສາຍ ຂ ບ້ານທ່າພະ, ຄອນສະຫວັນ 99 ( 2 ) ແລະ ອົງການແມ່ນໍ້າຂອງ.
-ເຮືອສູດຊາຍ 55 ສີພາຍ: ສາຍ ກ ບໍລິສັດ ເຊື້ອໄຟເອເຊຍ, ບ້ານສີຖານ ແລະ ອຸດສະຫະກໍາເຫຼັກ, ສ່ວນສາຍ ຂ ບໍລິສັດ ແສງເພັດ ກໍ່ສ້າງ, ທະນາຄານພັດທະນາລາວ ( JDB ), ໂຄກຊາຍ ແລະ ຈັງຫວັດໜອງຄາຍ ( ໄທ ).
(ຂ່າວ: ຄໍາສອນ; ຮູບ: ສຸກສະຫວັນ)