ທາງການລັດແຄລິຟໍເນຍ ສັ່ງອົບພະຍົບປະຊາຊົນ ກວ່າແສນຄົນ ຫຼັງເກີດໄຟປ່າຮຸນແຮງ

127

ນະຄອນລອສ ແອນເຈລິສ ລັດແຄລິຟໍເນຍ ໄດ້ຮັບຄຳສັງໃຫ້ອົບພະຍົບປະຊາຊົນ ກວ່າ 1 ແສນຄົນ ອອກຈາກບ້ານເຮືອນ ເນື່ອງຈາກເກີດວິກິດໄຟໄໝ້ປ່າຫຼາຍຈຸດໄລ່ເລ່ຍກັນ ເມື່ອທ້າຍອາທິດ ຜ່ານມາ ສົ່ງຜົນໃຫ້ມີຜູ້ເສຍຊີວິດລວມກັນແລ້ວ 3 ຄົນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນລອສ ແອນເຈລິສ ປະເທດສະຫະລັດ ອາເມຣິກາ ເມື່ອວັນເສົາ ທີ 12 ຕຸລາ ວ່າ ໜ່ວຍງານດັບເພີງ ລັດແຄລິຟໍເນຍ ໄດ້ລາຍງານຄວາມຄືບໜ້າຂອງສະຖານະການໄຟປ່າ ໃນເຂດພາກໃຕ້ຂອງລັດ ເຊິ່ງມີຜູ້ເສຍຊີວິດ 3 ຄົນ ວ່າ ໄຟປ່າຮ້າຍແຮງທີ່ສຸດຄື “ແຊດເລີ ຣິດຈ໌” ເຊິ່ງໄດ້ລຸກໄໝ້ຂຶ້ນ ເມື່ອວັນພະຫັດ ທີ 10 ຕຸລາ ຜ່ານມາ  ສ້າງຄວາມເສຍຫາຍເນື້ອທີ່ຫຼາຍກວ່າ 3.000 ເຮັກຕ້າ ໂດຍເນື້ອທີ່ໄດ້ຮັບຄວາມເສຍຫາຍ ແລະ ຜົນກະທົບຫຼາຍທີ່ສຸດ ຄືໝູ່ບ້ານ ຊານ ເຟີນັນໂດ ໃນເຂດເທສະບານເມືອງລອສ ແອນເຈລິສ ເຊິ່ງເຈົ້າໜ້າທີ່ດັບເພີງຫຼາຍກວ່າ 1.000 ຄົນ ຄວບຄຸມສະຖານະການໄດ້ພຽງ 19% ເທົ່ານັ້ນ.

ຂະນະທີ່ ມີລາຍງານວ່າ ອາຄານບ້ານເຮືອນ ກວ່າ 30 ແຫ່ງ ໄດ້ຮັບຄວາມເສຍຫາຍຈາກໄຟປ່າແຊດເລີ ຣິດຈ໌ ຂະນະດຽວກັນ ກົມອຸຕຸນິຍົມວິທະຍາແຫ່ງຊາດສະຫະລັດ ປະກາດເຕືອນໄພສີແດງ ເຊິ່ງເປັນລະດັບຂັ້ນສູງສຸດ ແລະ ໄດ້ລະບຸວ່າ ໄຟປ່າຍັງມີຄວາມສ່ຽງທີ່ຈະລຸກລາມອອກເປັນພື້ນທີ່ກວ້າງເນື່ອງຈາກມີກະແສລົມແຮງ ສະພາບອາກາດມີຄວາມຊຸ່ມຊື່ນຕ່ຳ.

ດ້ານສຳນັກງານຕຳຫຼວດເມືອງລອສ ແອນເຈລິສ ລາຍງານວ່າ ເຈົ້າໜ້າທີ່ໄດ້ອອກຄຳສັ່ງໃຫ້ປະຊາຊົນ ຢ່າງໜ້ອຍ 1 ແສນຄົນ ຈາກທີ່ຢູ່ອາໄສ ປະມານ 25 ພັນຫຼັງຄາເຮືອນ ໃຫ້ອົບພະຍົບກ່ອນ ເພື່ອຄວາມປອດໄພ ເນື່ອງຈາກໄຟປ່າໄດ້ເກີດລຸກໄໝ້ຂື້ນຫຼາຍຈຸດ ຢ່າງໃດກໍ່ຕາມ, ທາງເຈົ້າໜ້າບໍ່ອະນຸຍາດໃຫ້ປະຊາຊົນບາງສ່ວນທີ່ພະຍາຍາມກັບເຂົ້າໄປສຳຫຼວດຄວາມເສຍຫາຍຂອງຊັບສິນ ແລະ ສະພາບເຮືອນຂອງຕົນເອງ.