ຫຼ້າສຸດ ມີຜູ້ເສຍຊີວິດແລ້ວ ກວ່າ 10 ຄົນ ຈາກອິດທິພົນຂອງພາຍຸຮາກິບິສ

88

ຫຼັງຈາກຜະເຊີນກັບອິດທິພົນຂອງພາຍຸໄຕ້ຝຸ່ນ “ຮາກິບິສ” ເຊິ່ງເຄື່ອນທີ່ພັດຜ່ານ ເກາະຮົນຊູ ຂອງຍີ່ປຸ່ນ ເມື່ອວັນເສົາ ຜ່ານມາ ຫຼ້າສຸດ ມີຜູ້ເສຍຊີວິດ ກວ່າ 10 ຄົນແລ້ວ ແລະ ມີທາງອ່ຽງເພີ່ມຂື້ນອີກ ເນື່ອງຈາກວ່າຍັງມີຜູ້ສູນຫາຍອີກຫຼາຍຄົນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນອາທິດ ທີ 13 ຕຸລາ ໂດຍອ້າງອີງຂໍ້ມູນຈາກໂທລະພາບ NHK ວ່າ ຈຳນວນຜູ້ເສຍຊີວິດຈາກອິດທິພົນຂອງພະຍຸໄຕ້ຝຸ່ນຮາກິບິສ ເພີ່ມຂຶ້ນຢ່າງໜ້ອຍ 11 ຄົນ, ໄດ້ຮັບບາດເຈັບປະມານ 100 ຄົນ ແລະ ຍັງສູນຫາຍອີກຫຼາຍຄົນ ຫຼັງສ່ວນຕາຂອງພາຍຸເຄື່ອນທີ່ຂຶ້ນຝັ່ງບໍລິເວນເກາະຮົນຊູ ເມື່ອໄລຍະຄໍ່າຂອງວັນເສົາ ຜ່ານມາ ຕາມເວລາທ້ອງຖິ່ນ ດ້ວຍຄວາມໄວລົມສູງສຸດໃກ້ຈຸດສູນກາງ 216 ກິໂລແມັດຕໍ່ຊົ່ວໂມງ ທຽບເທົ່າເຮີຣິເຄນ ລະດັບ 4 ຕາມມາດຕາວັດແທກຊັຟເຟີ – ຊິມສັນ.


ຂະນະທີ່ ກົມອຸຕຸນິຍົມວິທະຍາແຫ່ງຊາດຍີ່ປຸ່ນ (JMA) ຍັງຍົກລະດັບການເຕືອນໄພສີແດງ ເຊິ່ງເປັນລະດັບສູງທີ່ສຸດໃນບາງພື້ນທີ່ ໃຫ້ປະຊາຊົນມີສະຕິກຽມພ້ອມຮັບມືກັບໄພນໍ້າຖ້ວມກະທັນຫັນ, ນໍ້າປ່າໄຫຼຫຼາກ ແລະ ດິນເຈື່ອນ. ໂດຍສະເພາະໃນເຂດຊານເມືອງ ຫຼັງຈາກ ພາຍຸພັດຜ່ານຂຶ້ນສູນຝັ່ງ ເຮັດໃຫ້ອ່ອນກຳລົງລົງຫຼາຍ ແຕ່ຍັງສ້າງຜົນກະທົບເຮັດໃຫ້ມີຝົນຕົກໜັກ ດ້ານກອງກຳລັງປ້ອງກັນຕົນເອງ (SDF) ໄດ້ກະຈາຍກຳລັງເຈົ້າໜ້າທີ່ ເກືອບ 20 ພັນຄົນ ລົງພື້ນທີ່ເພື່ອຊ່ວຍເຫຼືອຜູ້ປະສົບໄພ ທັງການອົບພະຍົບ ແລະ ການເຮັດຄວາມສະອາດບ້ານເຮືອນ ສ່ວນດ້ານການບໍລິການຂົນສົ່ງສາທາລະນະ ເຊັ່ນ ລົດເມປະຈຳທາງ, ລົດໄຟຄວາມໄວສູງຊິນຄັນເຊັນ ແລະ ສາຍການບິນ ໄດ້ເປີດໃຫ້ບໍລິການອີກຄັ້ງ ໃນບາງເສັ້ນທາງ ແລະ ເຈົ້າໜ້າທີ່ໄດ້ປະເມີນສະຖານະການຕະຫຼອດເວລາ.