ລັດຖະບານຍີ່ປຸ່ນ ປະກາດອົບພະຍົບ 1,6 ລ້ານຄົນ ໜີພາຍຸໄຕ້ຝຸ່ນຮາກິບິສ

188

ລັດຖະບານຍີ່ປຸ່ນໄດ້ປະກາດອົບພະຍົບປະຊາຊົນ 1,6 ລ້ານຄົນ ທີ່ອາໄສຢູ່ຕາມບໍລິເວນພື້ນທີ່ ຄວາມສ່ຽງຂອງເສັ້ນທາງເຄື່ອນທີ່ພັດຜ່ານຂອງພາຍຸໄຕ້ຝຸ່ນຮາກິບິສ ທີ່ອາດຈະເປັນພາຍຸທີ່ຮຸນແຮງທີ່ສຸດໃນຮອບເຄິ່ງສະຕະວັດ ທີ່ພັດຜ່ານປະເທດຍີ່ປຸ່ນ ຂະນະທີ່ ມີລາຍງານວ່າມີຜູ້ເສຍຊີວິດແລ້ວ 1 ຄົນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນເສົາ ທີ 12 ຕຸລາ ວ່າ ລັດຖະບານຍີ່ປຸ່ນ ໄດ້ປະກາດຄຳສັ່ງ ເມື່ອວັນເສົາ ຂໍຄວາມຮ່ວມມືໃຫ້ປະຊາຊົນ ປະມານ 1,64 ລ້ານຄົນ ທີ່ອາໄສຢູ່ເທິງເກາະຮົນຊູ ໂດຍສະເພາະໃນເຂດທີ່ມີຄວາມສ່ຽງເຊິ່ງເປັນເສັ້ນທາງເຄື່ອນທີ່ພັດຜ່ານ ຂອງພາຍຸໄຕ້ຝຸ່ນຮາກິບິສ ໃຫ້ອົບພະຍົບອອກຈາກບ່ອນພັກອາໄສໄປຢູ່ສູນພັກເຊົາຊົ່ວຄາວທີ່ເຈົ້າໜ້າທີ່ໄດ້ຈັດກຽມໄວ້ໃຫ້. ຢ່າງໃດກໍ່ຕາມ, ຄຳສັ່ງດັ່ງກ່າວແມ່ນມີຜົນ “ບັງຄັບ” ສຳລັບຜູ້ສູງອາຍຸ, ຄົນພິການ ແລະ ພໍ່ແມ່ທີ່ມີລູກນ້ອຍ ແລະ ເດັກນ້ອຍ.

ຂະນະທີ່ ສຳນັກງານດັບເພີງ ເມືອງອູຊິຮາຣະ ໃນແຂວງຊິບະ ທາງທິດຕາເວັນອອກຂອງນະຄອນຫຼວງໂຕກຽວ ແລະ ເປັນສະຖານທີ່ຕັ້ງຂອງສະໜາມບິນນານາຊາດນາຣິຕະດ້ວຍ ລາຍງານວ່າ ພົບຊາຍ ອາຍຸ 49 ປີ ຕິດຢູ່ພາຍໃນລົດທີ່ພິກຂວໍ້າຈາກກະແສລົມແຮງ ເຖິງວ່າເຈົ້າໜ້າທີ່ກູ້ໄພຈະສາມາດຊ່ວຍຊາຍຜູ້ເຄາະຮ້າຍອອກຈາກລົດມາໄດ້. ແຕ່ກໍ່ໄດ້ເສຍຊີວິດຢູ່ໂຮງໝໍໃນເວລາຕໍ່ມາ ກາຍເປັນຜູ້ເສຍຊີວິດຄົນທຳອິດ ຍ້ອນອິດທິພົນຂອງພະຍຸໄຕ້ຝຸ່ນຮາກິບິສ.

ທັງນີ້ ກົມອຸຕຸນິຍົມວິທະຍາແຫ່ງຊາດຍີ່ປຸ່ນ (JMA) ລາຍງານວ່າ ພາຍຸຮາກິບິສ ທີ່ເປັນພາສາຕາກາລັອກ ມີຄວາມໝາຍວ່າ “ຄວາມໄວ” ມີທິດທາງການເຄື່ອນທີ່ໄປນະຄອນຫຼວງໂຕກຽວໂດຍກົງ ເຊິ່ງຕັ້ງຢູ່ແຄມຝັ່ງຕອນກາງຂອງເກາະຮົນຊູ ຄາດວ່າ ຈະສົ່ງຜົນໃຫ້ເກີດຝົນຕົກໜັກ ແລະ ລົມພັດແຮງຢູ່ທົ່ວ, ມີຄື້ນທະເລພັດເຂົ້າຝັ່ງສູງຫຼາຍແມັດ ພ້ອມທັງນໍ້າຖ້ວມກະທັນຫັນ ແລະ ເຫດດິນເຈື່ອນ. ໂດຍກົມອຸຕຸນິຍົມວິທະຍາຄາດຄະເນປະລິມານນໍ້າໃນ ສະສົມສະເພາະໃນນະຄອນຫຼວງໂຕກຽວ ແລະ ບໍລິເວນໃກ້ຄຽງ ຕະຫຼອດ 24 ຊົ່ວໂມງ ຈົນຮອດໄລຍະສວຍຂອງວັນອາທິດ ທີ 13 ຕຸລາ ໄວ້ບໍ່ຕ່ຳກວ່າ 50 ເຊັນຕີແມັດ ແລະ ມີແນວໂນ້ມຫຼາຍກວ່ານັ້ນ ໃນເຂດໂທໄກ ທີ່ມີເມືອງນາໂກຢະ ເປັນເມືອງເອກ.

ອີກປະການໜຶ່ງ ກົມອຸຕຸນິຍົມວິທະຍາ ໄດ້ຄາດຄະເນວ່າ ຕາພາຍຸດັ່ງກ່າວຈະເຄື່ອນທີ່ພັດຂຶ້ນຝັ່ງບໍລິເວນຕອນກາງ ຫຼື ພາກຕາເວັນອອກຂອງປະເທດ ໃນໄລຍະຄໍ່າຂອງວັນເສົາ ຕາມເວລາທ້ອງຖິ່ນ ດ້ວຍຄວາມໄວລົມສູງສຸດໃກ້ຈຸດສູນກາງ 216 ກິໂລແມັດຕໍ່ຊົ່ວໂມງ ທຽບເທົ່າເຮີຣິເຄນ ລະດັບ 4 ຕາມມາດຕາວັດແທກຊິຟເຟີ – ຊິມສັນ ຖືວ່າເປັນພາຍຸທີ່ມີຄວາມໄວລົມ “ລະດັບຮຸນແຮງຫຼາຍ ” ທີ່ພັດຜ່ານຂຶ້ນເກາະຮົນຊູ ຂອງຍີ່ປຸ່ນ ນັບຕັ້ງແຕ່ປີ 1991 ແລະ ອິດທິພົນຂອງ ພາຍຸຮາກິບິສ ອາດຈະເປັນພາຍຸທີ່ຮຸນແຮງທີ່ສຸດໃນຮອບ 61 ປີ ໃນບັນດາພາຍຸທີ່ພັດຜ່ານປະເທດຍີ່ປຸ່ນ ໂດຍຫາກຢ້ອນກັບໄປເມື່ອປີ 1958 ເກີດພາຍຸທີ່ມີກຳລັງລົມຮຸນແຮງພັດຜ່ານນະຄອນຫຼວງໂຕກຽວ ແລະ ສ້າງຄວາມເສຍຫາຍຢ່າງໜັກ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 1,2 ພັນຄົນ.