ພາຍຸໄຕ້ຝຸ່ນ “ຮາກິບິສ” ເລີ່ມສົ່ງຜົນກະທົບຕໍ່ເກາະຍີ່ປຸ່ນແລ້ວ

111

ອິດທິພົນຂອງພາຍຸໄຕ້ຝຸ່ນ “ຮາກິບິສ” ໄດ້ແຜ່ຂະຫຍາຍປົກຄຸມພາກກາງຂອງປະເທດ ເຊິ່ງເປັນເສັ້ນທາງທີ່ພາຍຸຈະເຄື່ອນທີ່ພັດຜ່ານ ໂດຍສົ່ງຜົນໃຫ້ເກີດຝົນຕົກແຮງ ແລະ ມີລົມພັດແຮງ ສ່ວນດ້ານການບໍລິການຂົນສົ່ງສາທາລະນະໂຈະໃຫ້ບໍລິການທັງໝົດ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນເສົາ ທີ 12 ຕຸລາ ວ່າ ກົມອຸຕຸນິຍົມວິທະຍາແຫ່ງຊາດຍີ່ປຸ່ນ (JMA: Japan Meteorological Agency) ລາຍງານວ່າ ພາຍຸໄຕ້ຝຸ່ນຮາກິບິສ ເຊິ່ງເປັນພາສາຕາກາລັອກ ທີ່ມີຄວາມໝາຍວ່າ “ຄວາມໄວ” ໄດ້ສົ່ງຜົນກະທົບໃຫ້ພື້ນທີ່ສ່ວນໃຫຍ່ຂອງເກາະຮົນຊູແລ້ວ ໂດຍມີທິດທາງເຄື່ອນທີ່ໂດຍກົງໄປນະຄອນຫຼວງໂຕກຽວ ເຊິ່ງຕັ້ງຢູ່ແຄມຝັ່ງທະເລທາງຕອນກາງຂອງເກາະຍີ່ປຸ່ນ ສົ່ງຜົນໃຫ້ເກີດພາຍຸຝົນຟ້າຄະນອງ ແລະ ລົມແຮງໂດຍທົ່ວໄປ ແລະ ຄື້ນທະເລພັດຂຶ້ນຝັ່ງສູງຫຼາຍແມັດ ພ້ອມທັງເກີດນໍ້າຖ້ວມກະທັນຫັນ ແລະ ໄຟຟ້າດັບໃນຫຼາຍພື້ນທີ່.

ທັງນີ້ ກົມອຸຕຸນິຍົມຂອງຍີ່ປຸ່ນ ຄາດຄະເນປະລິມານນໍ້າໃນສະສົມ ສະເພາະໃນນະຄອນຫຼວງໂຕກຽວ ແລະ ບໍລິເວນໃກ້ຄຽງ ໃນຮອບ 24 ຊົ່ວໂມງ ໄປຈົນເຖິງໄລຍະບ່າຍຂອງວັນອາທິດ ທີ 13 ຕຸລາ ບໍ່ຕໍ່າກວ່າ 50 ຊັງຕີແມັດ ແລະ ມີທ່າອ່ຽງເພີ່ມຂື້ນຫຼາຍກວ່ານັ້ນໃນພາກພື້ນໂທໄກ ເຊິ່ງມີເມືອງນາໂກຢະເປັນເມືອງເອກ ຂະນະທີ່ ກົມອຸຕຸນິຍົມ ຄາດຄະເນວ່າ ຕາພາຍຸຈະເຄື່ອນທີ່ຂຶ້ນຝັ່ງບໍລິເວນຕອນກາງ ຫຼື ພາກຕາເວັນອອກຂອງປະເທດໃນໄລຍະຕອນແລງຂອງວັນເສົາ ຕາມເວລາທ້ອງຖິ່ນ ດ້ວຍຄວາມໄວລົມສູງສຸດໃກ້ຈຸດສູນກາງ 216 ກິໂລແມັດຕໍ່ຊົ່ວໂມງ ທຽບເທົ່າກັບເຮີຣິເຄນ ລະດັບ 4 ຕາມມາດຕາວັດແທກຊິຟເຟີ – ຊິມສັນ.

ດ້ານປະຊາຊົນໄດ້ພາກັນກັກເກັບສິນຄ້າອຸປະໂພກບໍລິໂພກທີ່ຈຳເປັນທັງໝົດ ທັງໃນຮ້ານຄ້າ ແລະ ທ້ອງຕະຫຼາດທຸກແຫ່ງ, ດ້ານສາຍການບິນເຈແປນ ແອຣ໌ໄລນ໌ ໄດ້ຍົກເລີກຖ້ຽວບິນພາຍໃນປະເທດຫຼາຍກວ່າ 1.600 ຖ້ຽວ ແລະ ຖ້ຽວບິນລະຫວ່າງປະເທດຢ່າງໜ້ອຍ 2560 ຖ້ຽວ ສ່ວນບໍລິການລົດໄຟຄວາມໄວສູງຊິນຄັນເຊັນໂຈະການໃຫ້ບໍລິການທຸກ.

ອີກປະການໜຶ່ງ ການເຄື່ອນໄຫວຂອງຫຼາຍຝ່າຍມີຄວາມວິຕົກກັງວົນຢ່າງໜັກທີ່ທາງ JMA ໄດ້ຄາດຄະເນດ້ວຍ ວ່າ ພາຍຸໄຕ້ຝຸ່ນຮາກິບິສ ອາດຈະເປັນພາຍຸທີ່ມີຄວາມໄວລົມ “ທີ່ມີຄວາມຮຸນແຮງຫຼາຍ” ທີ່ເຄື່ອນທີ່ພັດຜ່ານພາກພື້ນຮົນຊູຂອງຍີ່ປຸ່ນ ນັບຕັ້ງແຕ່ປີ 1991 ແລະ ອິດທິພົນຂອງພາຍຸຮາກິບິສ ອາດຈະຮຸນແຮງທີ່ສຸດ ໃນຮອບ 61 ປີ ຫຼື ນັບຕັ້ງແຕ່ປີ 1958 ເຊິ່ງເຄີຍເກີດພາຍຸທີ່ມີກຳລັງລົມຮຸນແຮງ ເຄື່ອນທີ່ພັດຜ່ານເຂົ້ານະຄອນຫຼວງໂຕກຽວ ແລະ ໄດ້ຮັບຄວາມເສຍຫາຍຢ່າງໜັກ ຈົນມີຜູ້ເສຍຊີວິດຫຼາຍກວ່າ 1,2 ພັນຄົນ.