ເງິນລາງວັນສູງ ມສ ນາຊາຍທອງ ປ້ອງກັນແຊັມບານເຕະຊາຍ ໂຄປາ ໂຄຄາ-ໂຄລາ ຄວ້າເກືອບ 90 ລ້ານກີບ

145

ການແຂ່ງຂັນບານເຕະນັກຮຽນສາມັນລາຍການ ໂຄປາ ໂຄຄາ-ໂຄລາ 2019 ຮຸ່ນອາຍຸບໍ່ເກີນ 16 ປີ ຄັ້ງທີ 3 ຫຼັງຈາກທີ່ເປີດສາກມາຕັ້ງແຕ່ວັນທີ 27 ກັນຍາ 2019 ຈົນມາຮອດວັນທີ 11 ຕຸລາ 2019 ເປັນການແຂ່ງຂັນນັດຊີງຊະນະເລີດ.

ໂດຍວັນທີ 11 ຕຸລາ 2019 ນັດຊີງຊະນະເລີດ ຈັດທີ່ສະໜາມ ລ້ານຊ້າງ ສະເຕດ້ຽມ ບ້ານໜອງໄຮ ເມືຶອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ປາກົດວ່າ: ມສ ນາຊາຍຟອງ ຈາກເມືອງຊາຍທອງ ສາມາດເອົາຊະນະ ມສ ນາຝາຍ ເມືອງປາກງື່ມ 3-0 ຄວ້າແຊັມໄປຄອງ ແລະ ເປັນການປ້ອງແຊັມໄດ້ອີກຄັ້ງຕໍ່ຈາກປີ 2018 ພ້ອມທັງຄວ້າເງິນລາງວັນ 87 ລ້ານກີບ ( ເປັນເງິນສໍາລັບສ້າງໂຄງການຂອງໂຮງຮຽນ ທີ່ ໂຄຄາ-ໂຄລາ ຈະມອບໃຫ້ ).

ສ່ວນນັດຊີງຊະນະເລີດປະເພດຍິງ ມສ ສົມສະຫວາດ ຈາກເມືອງປາກງື່ມ ສາມາດເອົາຊະນະ ມສ ໂພນທັນ ເມືອງໄຊເສດຖາ 6-2 ຄວ້າແຊັມໄປຄອງ ພ້ອມທັງຄວ້າເງິນລາງວັນ 87 ລ້ານກີບ ( ເປັນເງິນສໍາລັບສ້າງໂຄງການຂອງໂຮງຮຽນ ທີ່ ໂຄຄາ-ໂຄລາ ຈະມອບໃຫ້ ) ເຊັ່ນດຽວກັນ

ສໍາລັບ ການແຂ່ງຂັນບານເຕະນັກຮຽນສາມັນລາຍການ ໂຄປາ ໂຄຄາ-ໂຄລາ 2019 ຮຸ່ນອາຍຸບໍ່ເກີນ 16 ປີປ່ຽນມາແຂ່ງຂັນແບບ 7 ຄົນຫຼັງຈາກທີ 2 ຄັ້ງທີ່ຜ່ານມາແຂ່ງຂັນແບບ 11 ຄົນ, ໂດຍມີ 119 ທີມແບ່ງເປັນທີມຍີງ 42 ທີມ ແລະ ທີມຊາຍ 77 ທີມຈາກ 9 ຕົວເມືອງທົ່ວນະຄອນຫຼວງວຽງຈັນ.