ປກສ ນະຄອນຫຼວງແຈ້ງ! ຜູ້ກວດສຸຂະພາບຜ່ານ ໃຫ້ມາພົວພັນເອົາແບບຟອມສະໝັກເຂົ້າກຳລັງໃໝ່

153

ໃນວັນທີ 11 ຕຸລາ 2019 ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ອອກແຈ້ງການ ສະບັບເລກທີ 1419/ປກສ. ນວ ລົງວັນທີ 11 ຕຸລາ 2019 ເຖິງ: ບັນດາຜູ້ທີ່ສະໝັກເຂົ້າເປັນກໍາລັງໃໝ່ ຢູ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ປະຈໍາປີ 2019 ທີ່ໄດ້ຜ່ານການສໍາພາດ ແລະ ກວດສຸຂະພາບ. ເລື່ອງ: ໃຫ້ມາກວດກາລາຍຊື່ຜູ້ທີ່ຄົບມາດຕະຖານເງື່ອນໄຂ ແລະ ໄດ້ຮັບການຄັດເລືອກ ເພື່ອຮັບເອົາແບບຟອມສະໝັກເຂົ້າເປັນກໍາລັງໃໝ່.

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

ອີງຕາມ ແຈ້ງການຂອງຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ສະບັບເລກທີ 2940/ກມ ປສ ລົງວັນທີ 11 ກັນຍາ 2019, ເລື່ອງ: ການຮັບກໍາລັງໃຫມ່ເຂົ້າເປັນກໍາລັງປ້ອງກັນຄວາມສະຫງົບ; ອີງຕາມ ຜົນການສໍາພາດ ແລະ ກວດສຸຂະພາບ ຕົວຈິງ ຢູ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຄັ້ງວັນທີ 24 ຫາ 26 ກັນຍາ 2019 ແລະ ອີງຕາມ ການຄົ້ນຄວ້າເຫັນດີເປັນເອກະພາບ ຂອງຄະນະພັກ-ຄະນະກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ຄັ້ງວັນທີ 3 ຕຸລາ 2019 ແລະ ການເຫັນດີ ຂອງກົມຈັດຕັ້ງພະນັກງານ ກົມໃຫຍ່ການ ເມືອງປ້ອງກັນຄວາມສະຫງົບ.

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

ດັ່ງນັ້ນ, ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຈຶ່ງໄດ້ແຈ້ງການມາຍັງບັນດາຜູ້ທີ່ສະໝັກເຂົ້າກໍາລັງໃໝ່ ຢູ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ປະຈໍາປີ 2019 ທີ່ໄດ້ຜ່ານການສໍາພາດ ແລະ ກວດສຸຂະພາບ ຄັ້ງວັນທີ 24 ຫາ 26 ກັນຍາ 2019 ຊາບວ່າ: ໃຫ້ເຂົ້າມາກວດກາລາຍຊື່ຜູ້ທີ່ຄົບມາດຕະຖານເງື່ອນໄຂ ແລະ ໄດ້ຮັບການຄັດເລືອກຈາກຄະນະຮັບຜິດຊອບ ເພື່ອຮັບແບບຟອມສະໝັກເຂົ້າເປັນກໍາລັງປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ປະຈໍາປີ 2019.

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

ໝາຍເຫດ: ຜູ້ທີ່ມີລາຍຊື່ແມ່ນໃຫ້ໄປຊື້ແບບຟອມສະໝັກເຂົ້າເປັນກໍາລັງໃຫມ່ ລາຄາ 35.000 ກີບ (ສາມສິບຫ້າພັນກີບ ), ສ່ວນຜູ້ທີ່ບໍ່ມີລາຍຊື່ ແມ່ນໃຫ້ມາຖອນເອົາເອກະສານຂອງຕົນເອງຄືນ ຢູ່ຫ້ອງການເມືອງ (ຊັ້ນ 04) ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ( ຕຶກສໍານັກງານຕັ້ງຢູ່ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງ ວຽງຈັນ ).
ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາຜູ້ທີ່ສະຫມັກເຂົ້າເປັນກໍາລັງໃຫມ່ ຢູ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ປະຈໍາປີ 2019 ທີ່ໄດ້ຜ່ານການສໍາພາດ ແລະ ກວດສຸຂະພາບເພື່ອຊາບ.