ສາວຄູນໍ້າໃຈງາມ ຜູ້ສະຫຼະຕົນໄປຢູ່ບ້ານນອກ ຂໍພຽງເດັກນ້ອຍໄດ້ເຂົ້າຮຽນ

122

ໃນໂລກໃບນີ້ຈະຫາໄດ້ເທົ່າໃດຄົນທີ່ສະຫຼະຕົນເພື່ອຄົນອື່ນ ເພາະຄົນສ່ວນໃຫຍ່ຕ່າງກໍ່ຍາດແຍ່ງໂອກາດ ແລະ ສິ່ງທີ່ດີມາສູ່ຕົນເອງທັ້ງນັ້ນ ຍຸກໂລກາພິວັດຄວາມເອື້ອເຟື້ອຫາຍາກເຕັມທີ່ ແຕ່ໃນນັ້ນຍັງມີສາວຄົນໜຶ່ງທີ່ອຸທິດຕົນເພື່ອສອນໜັງສື ແລະ ຍອມໄປຢູ່ບ້ານນອກ ພັກອາໄສໃນຫ້ອງຮຽນທີ່ບ້ານຫ່າງໄກສອກຫຼີກແຫ່ງໜຶ່ງ ເປົ້າໝາຍບໍ່ມີຫຍັງຫຼາຍຂໍພຽງໄດ້ຊ່ວຍໃຫ້ເດັກນ້ອຍໃນຊົນນະບົດໄດ້ເຂົ້າສຶກສາຮ່ຳຮຽນຄືຄົນອື່ນໆທີ່ຢູ່ເຂດທີ່ມີເງື່ອນໄຂດີນັ້ນກໍ່ຄື “ສາວຄູອຳໄພ” ໃນໄວ 24 ປີ.

ເຊິ່ງເລື່ອງລາວທີ່ໜ້າປະທັບໃຈ ແລະ ປື້ມປິຕິກັບນໍ້າໃຈເສຍສະຫຼະອັນສູງສົ່ງຂອງຄູທ່ານນີ້ ທີ່ໄດ້ພະຍາຍາມ, ອົດທົນ ແລະ ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ປະກອບສ່ວນພັດທະນາການສຶກສາໃນເຂດຊົນນະບົດ ແລະ ໄດ້ສະຫຼະຕົນເອງມາເປັນຄູສອນຢູ່ໃນເຂດຊົນນະບົດ ເພື່ອເຮັດໃຫ້ເດັກນ້ອຍໃນເຂດດັ່ງກ່າວໄດ້ຮັບການສຶກສາທີ່ດີ ເຊິ່ງເຫດການໜ້າປະທັບໃຈນີ້ ໄດ້ເກີດຂຶ້ນໂຮງຮຽນປະຖົມບ້ານ ປະເລາະ ເມືອງ ນອງ ແຂວງ ສະຫວັນນະເຂດ ທີ່ຢູ່ຫ່າງຈາກເທສະບານເມືອງກວ່າ 40 ກິໂລແມັດ.

ບ້ານປະເລາະ ກຸ່ມປະເລາະ ເມືອງນອງ ແຂວງສະຫວັນນະເຂດ ເປັນບ້ານຊົນເຜົ່າປະໂກະ ຕັ້ງຢູ່ເຂດຫ່າງໄກສອກຫຼີກ ຫ່າງຈາກເທດສະບານຂອງເມືອງປະມານ 40 ກິໂລແມັດ. ເຊິ່ງໃນໄລຍະປີ 2006 ກ່ອນໜ້າທີ່ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ບໍ່ທັນໄດ້ເຂົ້າມາພັດທະນາ, ຊ່ວຍເຫຼືອປັບປຸງ ເສັ້ນທາງໄປ-ມາ ມີຄວາມຫຍຸ້ງຍາກພໍສົມຄວນ, ຖ້າຈະເດີນທາງເຂົ້າມາໃນເມືອງ ສ່ວນຫຼາຍແມ່ນນໍາໃຊ້ເສັ້ນທາງຫວຽດນາມ ແລະ ໃຊ້ເວລາເດີນທາງເກືອບໝົດມື້.  ຄຽງຄູ່ກັນນັ້ນ ໃນດ້ານການສຶກສາຂອງເດັກນ້ອຍ ແມ່ນມີຄວາມຫຍຸ້ງຍາກຫຼາຍ ໂດຍສະເພາະສິ່ງອໍານວຍຄວາມສະດວກຕ່າງໆແມ່ນຍັງຂາດແຄນຫຼາຍຢ່າງເປັນຕົ້ນແມ່ນ ບໍ່ມີຫ້ອງນໍ້າ, ບໍ່ມີນໍ້າດື່ມ-ນໍ້າໃຊ້ (ຕ້ອງໄປຕັກນໍ້າຫ້ວຍກ້ອງບ້ານທີ່ຫ່າງໄກຈາກໂຮງຮຽນປະມານ 1 ກິໂລແມັດ ມາໃຊ້ຢູ່ໂຮງຮຽນ).
ນາງ ອໍາໄພ ທໍາມະວົງ ອາຍຸ 24 ປີ ແມ່ນປະຊາຊົນ ທີ່ອາໄສຢູ່ເມືອງນອງ ແຂວງ ສະຫວັນນະເຂດ. ພາຍຫຼັງຮຽນຈົບຈາກວິທະຍາໄລຄູ ແຂວງສະຫວັນນະເຂດ ຍ້ອນເຫັນໄດ້ຄວາມຫຍຸ້ງຍາກດັ່ງກ່າວ ລາວໄດ້ສະໝັກມາ ເປັນຄູສອນເດັກນ້ອຍ ຢູ່ໂຮງຮຽນປະຖົມບ້ານປະເລາະ ເຊິ່ງເປັນເຂດຫ່າງໄກສອກຫຼີກ ໃນສົກຮຽນປີ 2012-2013.

ນັບແຕ່ກ້າວເຂົ້າມາເປັນຄູສອນຢູ່ໂຮງຮຽນແຫ່ງນີ້ ລາວບໍ່ໄດ້ພັກຢູ່ເຮືອນນຳຊາວບ້ານ ເນື່ອງຈາກວ່າຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃນໄລຍະນັ້ນແມ່ນທຸກຍາກ ແລະ ຂັດສົນຫຼາຍ. ສະນັ້ນ, ເພື່ອບໍ່ຢາກໃຫ້ເປັນພາລະຂອງຊາວບ້ານ ລາວຈຶ່ງໄດ້ຕັດສິນໃຈໄປພັກຢູ່ໂຮງຮຽນແທນ, ຢ່າງໃດກໍ່ຕາມ ເຖິງແມ່ນວ່າຈະມີຄວາມຫຍຸ້ງຍາກພຽງໃດ ສາວຄູອຳໄພມີຄວາມພະຍາຍາມ, ອົດທົນ ແລະ ຕັດສິນໃຈສູງ ເພື່ອສິດສອນນ້ອງໆນັກຮຽນຢູ່ບ້ານປະເລາະ ໃຫ້ໄດ້ຮໍ່າຮຽນຄືກັນກັບເດັກນ້ອຍຢູ່ໃນຕົວເມືອງ ເພື່ອເຮັດໃຫ້ເຂົາເຈົ້າຮູ້ໜັງສື, ອ່ານອອກຂຽນເປັນ ທັງນີ້, ກໍ່ເພື່ອຫຼຸດຜ່ອນການກືກໜັງສືຂອງເດັກນ້ອຍໃນຊົນນະບົດ.

ເມື່ອສະພາບການເປັນຄືແນວນັ້ນ ເມື່ອປີ 2015 ບ້ານປະເລາະ ຈຶ່ງໄດ້ສະເໜີຂໍການຊ່ວຍເຫຼືອຈາກ ທລຍ ໃນການສະໜັບສະໜູນກໍ່ສ້າງນໍ້າລິນ ໃນມູນຄ່າການກໍ່ສ້າງທັງໝົດ 239 ລ້ານກວ່າກີບ. ພາຍຫຼັງມີລະບົບນໍ້າລິນ ຊາວບ້ານກໍ່ໄດ້ສ້າງຫ້ອງນໍ້າຂອງໂຮງຮຽນ ເພື່ອອໍານວວຍຄວາມສະດວກໃຫ້ລູກຫຼານຂອງຕົນມີນໍ້າດື່ມ, ນໍ້າໃຊ້ ບໍ່ຂາດແຄນ ແລະ ຫຍຸ້ງຍາກຄືກັນກັບເມື່ອກ່ອນແລ້ວ. ຄຽງຄູ່ກັບການຮັກສາອະນາໄມທາງດ້ານສຸຂະສຶກສາຂອງເດັກກໍ່ໄດ້ຮັບການປັບປຸງດີຂຶ້ນມາຕາມລຳດັບ.

ມາຮອດປັດຈຸບັນ ກໍ່ເປັນປີທີ 5 ແລ້ວ ທີ່ສາວຄູອໍາໄພ ໄດ້ອົດທົນ, ພະຍາຍາມສິດສອນຢູ່ໂຮງຮຽນແຫ່ງນີ້. ສະນັ້ນ, ເນື່ອງໃນໂອກາດວັນຄູແຫ່ງຊາດປີ 2019 ນີ້ ຂໍສະແດງຄວາມຊົມເຊີຍ ແລະສັນລະເສີນ ນໍ້າໃຈທີ່ສາວຄູອຳໄພ ໄດ້ສະຫຼະຕົນເຂົ້າປະກອບສ່ວນໃນວຽກງານການສຶກສາ ແລະ ເປັນອີກຄູຄົນໜຶ່ງ ທີ່ມີອຸດົມການໜຽວແໜ້ນ ແລະ ອົດທົນ, ພະຍາຍາມບຸກບືນສູ້ຊົນ ສິດສອນນ້ອງນັກຮຽນໃນເຂດຫ່າງໄກສອກຫຼີກໄດ້ຮັບການສຶກສາທີ່ດີ ແລະ ຊ່ວຍເດັກນ້ອຍໃນຊົນນະບົດໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.