ຊ່ວງເຮືອນະຄອນຫຼວງວຽງຈັນ ປີນີ້ມີ 25 ລໍາຮ່ວມຊີງໄຊ ຈັບສະຫຼາກທາງການແລ້ວມາເບິ່ງນໍາກັນ

231

ການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາ ແລະ ບຸນຊ່ວງເຮືອນະຄອນຫຼວງວຽງຈັນ ປະຈໍາປີ 2019 ປີນີ້ມີເຮືອ 25 ລໍາເຂົ້າຮ່ວມແບ່ງເປັນ ເຮືອປະເພດນີຊາຍ 6 ລໍາ, ເຮືອປະເພດນີຍິງ 6 ລໍາ, ເຮືອສູດຊາຍ 7 ລໍາ ແລະ ເຮືອກີລາ 12 ສີພາຍ 6 ລໍາ ໂດຍແຕ່ລະປະເພດຈະແບ່ງອອກເປັນ 2 ສາຍຄັດເອົາ 2 ລໍາທີ່ມີຜົນງານດີທີ່ສຸດເຂົ້າຮອບຮອງຊະນະເລີດຕໍ່ໄປ.

ຫຼ້າສຸດໃນຕອນເຊົ້າຂອງວັນທີ 10 ຕຸລາ ທີ່ຫ້ອງການປົກຄອງເມືອງຈັນທະບູລີ ໄດ້ມີພິທີຈັບສະຫຼາກແບ່ງສາຍຢ່າງເປັນທາງການ ຜົນປາກົດວ່າ:

-ເຮືອປະເພນີຊາຍ 55 ສີພາຍ: ສາຍ ກ ປະກອບມີ ລີສອດປາກນໍ້າຄານ ແຊັມເກົ່າ, ຄອນສະຫວັນ 99 ( 2 ) ແລະ ອົງການແມ່ນໍ້າຂອງ, ສ່ວນສາຍ ຂ ທະນາຄານຮ່ວມພັດທະນາ ( JDB ), ເມືອງຈັນທະບູລີ ແລະ ຄອນສະຫວັນ 99 ( 1 ).

-ເຮືອປະເພນີຍິງ 55 ສີພາຍ: ສາຍ ກ ບໍລິສັດ ແສງເພັດກໍ່ສ້າງ ແຊັມເກົ່າ, ຄອນສະຫວັນ 99 ( 1 ) ແລະ ເມືອງຈັນທະບູລີ, ສ່ວນສາຍ ຂ ບ້ານທ່າພະ, ຄອນສະຫວັນ 99 ( 2 ) ແລະ ອົງການແມ່ນໍ້າຂອງ.

-ເຮືອສູດຊາຍ 55 ສີພາຍ: ສາຍ ກ ບໍລິສັດ ເຊື້ອໄຟເອເຊຍ, ບ້ານສີຖານ ແລະ ອຸດສະຫະກໍາເຫຼັກ, ສ່ວນສາຍ ຂ ບໍລິສັດ ແສງເພັດ ກໍ່ສ້າງ, ທະນາຄານພັດທະນາລາວ ( JDB ), ໂຄກຊາຍ ແລະ ຈັງຫວັດໜອງຄາຍ ( ໄທ ).
-ເຮືອກີລາ 12 ສີພາຍ: ສາຍ ກ ບ້ານໄຊສະຫວ່າງ, ສາວງາມຈໍາພອນ ( ບ້ານນາກຸ່ງ ) ແລະ ນາວາສັກສິດ, ສ່ວນສາຍ ຂ ສົມຈັນຮ ມິນິມາກ, ບ້ານໄຊສະຖານ ແລະ ບ້ານເກິນ.

ສໍາລັບ ເຮືອກີລາ 12 ສີພາຍແມ່ນແຂ່ງຂັນ ໃນວັນທີ 13 ຕຸລາ 2019 ທີ່ທ່າວັດຈັນ ເວລາເປີດໜ້ານໍ້າເວລາ 13:30 ໂມງ ເປັນຕົ້ນໄປ, ສ່ວນການແຂ່ງຂັນເຮືອ 55 ສີພາຍທັງເຮືອປະເພນີຍິງ-ຊາຍ ແລະ ເຮືອສູດຊາຍ ແມ່ນຈະເລີ່ມເຂົ້າສູ່ໜ້ານໍ້າຂອງມື້ນີວັນທີ 14 ຕຸລາ 2019 ເວລາ 8:30 ໂມງ ເປັນຕົ້ນໄປ ໂດຍແຊັມເຮືອປະເພນີຊາຍ ໄດ້ຮັບຂັນໝູນວຽນ ຮ້ານຄໍາພູວົງ ມູນຄ່າ 20 ລ້ານກີບ.

(ຂ່າວ: ຄໍາສອນ)