ຊຸບຜັກຕິ້ວອາຫານບ້ານໆແຕ່ມີຄຸນຄ່າ
ຜັກຕິ້ວສ່ວນໃຫຍ່ຈະນໍາມາກິນເປັນຜັກກັບລາບ ຫຼື ກ້ອຍ ສ່ວນດອກແມ່ນຈະນິຍົມນຳມາແກງໃສ່ປາ ເພາະຈະມີລົດສົ້ມປົນຝາດຈະມີຫຼາຍໃນລະດູຝົນ, ເປັນພືດທີ່ຂະຫຍາຍພັນງ່າຍ ແລະ ບໍ່ຄ່ອຍມີພະຍາດ ຫຼື ສັດຕູພືດຈຶ່ງບໍ່ຕ້ອງກັງວົນກ່ຽວກັບສານຕົກຄ້າງ ແຕ່ມື້ນີ້ແມ່ນຈະເອົາໃບຜັກຕິ້ວ ແລະ ດອກມາເຮັດຊຸບຢາກຮູ້ວ່າແຊບ ຫຼື ບໍ່ແຊບແນວໃດໃຫ້ທົດລອງເຮັດຊີມນຳກັນເລີຍ.
ສ່ວນປະສົມ: ຍອດອ່ອນ ແລະ ດອກຜັກຕິ້ວ 500 ກຣາມ, ໝາກເຜັດ 5 – 10 ໜ່ວຍ, ໝາກງາຂົ້ວ ຫຼື ເຂົ້າຂົ້ວ 1 ບ່ວງແກງ, ຫົວຜັກບົ່ວແດງ 5 ຫົວ, ຫົວກະທຽມລາວ 2 ຫົວໃຫຍ່, ນ້ຳປາແດກສຸກ 2 ບ່ວງແກງ, ນໍ້າປາ 1 ບ່ວງກາເຟ, ນ້ຳຕານ 1 ບ່ວງແກງ, ປາທູ 1 ໂຕ ຫຼື ປາຊະນິດອື່ນໆຕາມໃຈມັກ, ຜັກແພວ 10 – 15 ຍອດ ຫຼື ຜັກຫອມອື່ນໆ.
ວິທີປຸງແຕ່ງ:
ລ້າງຜັກໃຫ້ສະອາດແລ້ວນຳມາລວກຕັກຂຶ້ນໃສ່ຊາມກຽມໄວ້ຈຶ່ງຈີ່ຫົວຜັກບົ່ວແດງ, ຫົວກະທຽມ ແລະ ໝາກເຜັດໃຫ້ສຸກດີເອົາໃສ່ຄົກພ້ອມດ້ວຍນ້ຳຕານຕຳຈົນລະອຽດດີຕັກໃສ່ຊາມ ສ່ວນປາທູແມ່ນໃຫ້ຈືນ ຫຼື ປີ້ງແລ້ວຕຳໃຫ້ແຫຼກ ແລະ ເອົາລົງໃສ່ຊາມ.
ຫຼັງຈາກນັ້ນ, ໃຫ້ລວກຜັກຕິ້ວແລ້ວຕັກຂຶ້ນໃສ່ຊາມທີ່ໃສ່ເຄື່ອງຕໍາພ້ອມປຸງລົດຊາດດ້ວຍນ້ຳປາແດກ ແລະ ນໍ້າປາຄົນໃຫ້ເຂົ້າກັນ ສຸດທ້າຍໃສ່ໝາກງາ ຫຼື ເຂົ້າຂົ້ວ ຄົນໃຫ້ເຂົ້າກັນຊີມລົດຊາດຕາມໃຈມັກຕັກໃສ່ຈານຊອຍຜັກແພວລົງເທົ່ານີ້ກໍຮຽບຮ້ອຍແລ້ວ. ( ສໍາລັບບາງຄົນບໍ່ມັກລວກກໍເຮັດຊຸບຜັກດິບເລີຍກໍແຊບເຊັ່ນກັນແຕ່ລົດຝາດຈະອອກມາຫຼາຍກວ່ານໍາມາລວກກ່ອນ ).
ຂໍ້ມູນຈາກ: baanmaha.com
ຮຽບຮຽງ: ນຸມນິ້ມ