ເບິ່ງແຍງສຸຂະພາບເມື່ອອາກາດເລີ່ມເຢັນດ້ວຍການກິນສະໝຸນໄພທໍາມະຊາດ

265
ອາກາດເລີ່ມເຢັນຫຼາຍໆຄົົນກໍມັກລະດູການນີ້ເປັນສ່ວນໃຫຍ່ ເພາະອາກາດບໍ່ຮ້ອນ ແລະ ເຢັນສະບາຍ ແຕ່ບາງຄົົນກໍບໍ່ມັກອາກາດເຢັນໆແບບນີ້ເຊັ່ນດຽວກັນ ການກຽມຕົວກ່ອນເຂົ້າລະດູໜາວຈຶ່ງມີຄວາມສຳຄັນ. ເຖິງຢ່າງໃດກໍຕາມ, ທຸກໆລະດູກໍຕ້ອງມີການເບິ່ງແຍງສຸຂະພາບຕົວເອງໃຫ້ດີ ແລະ ສຳຄັນເທົ່າກັນ. ວິທີການຮັກສາສຸຂະພາບແບບທຳມະຊາດແມ່ນຖືວ່າເປັນສິ່ງທີ່ດີທີ່ສຸດ ເນື່ອງຈາກວ່າຈະຊ່ວຍໃຫ້ຮ່າງກາຍເຮົາມີພູມຕ້ານທານພະຍາດຫຼາຍຂຶ້ນ ໂດຍການໃຊ້ຢາພື້ນເມືອງຂອງບ້ານເຮົາມາຊ່ວຍແກ້ໜາວ ແລະ ຊ່ວຍປັບສົມດຸນທາດຕ່າງໆໃນຮ່າງກາຍໄປໃນຕົວພ້ອມ.
ຕາມຫຼັກທິດສະດີຂອງໝໍພື້ນເມືອງເພິ່ນໄດ້ກ່າວໄວ້ວ່າ: ຮ່າງກາຍຂອງຄົນເຮົາມີທາດເປັນອົງປະກອບນຳກັນທັງໝົດ 4 ທາດ ໄດ້ແກ່: ທາດດິນ, ນ້ຳ, ລົມ ແລະ ໄຟ ເພາະອາການເຈັບປ່ວຍຂອງຄົນເຮົາມັກຈະຂຶ້ນຢູ່ກັບການເສຍສົມດຸນຂອງທາດນັ້ນໆ ເຊິ່ງສ່ວນໃຫຍ່ການເຈັບປ່ວຍໃນລະດູໜາວແມ່ນມັກຈະກ່ຽວກັບທາດນ້ຳໃນຮ່າງກາຍທີ່ເກີດການເສຍສົມດຸນຮ່າງກາຍ ແລະ ອາການທີ່ມັກເກີດຂຶ້ນເລື້ອຍໆຈະມີຄື:  ອາການເຈັບຄໍ, ແສບຄໍ ຫຼື ມີຂີ້ກະເທີ່.
ເນື່ອງຈາກວ່າອາການດັ່ງກ່າວແມ່ນເກີດຈາກກຸ່ມອາການຂອງພະຍາດລະບົບທາງເດີນຫາຍໃຈຄົນສະໄໝກ່ອນຈຶ່ງມີວິທີການເບິ່ງແຍງສຸຂະພາບໃນລະດູໜາວດ້ວຍການປັບໃຊ້ຢາພື້ນເມືອງມາເປັນຕົວຊ່ວຍເພື່ອປ້ອງກັນອາກາດໜາວ ແລະ ຍັງເປັນຢາພື້ນເມືອງທີ່ຫາຊື້ໄດ້ງ່າຍຕາມຕະຫຼາດ ຫຼື ບາງເຮືອນກໍມີປູກໄວ້ໃນເຮືອນຂອງຕົນເອງຢູ່ແລ້ວ ເປັນຕົ້ນແມ່ນໝາກເຜັດ, ກະທຽມ, ຜັກກະເພົາ, ຜັກບົວລະພາ, ຂ່າ, ຂີງ, ຫົວສີໃຄ ແລະ ອື່ນໆອີກຫຼາຍຢ່າງ.
ຂໍ້ມູນຈາກ: sanook.com ຮຽບຮຽງ: ນຸ້ມນິ້ມ