ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ເປັນລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ປ່ຽນແທນ ທ່ານ ສຸພັນ ແກ້ວມີໄຊ

602

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ປ່ຽນແທນ ທ່ານ ສຸພັນ ແກ້ວມີໄຊ (ຜູ້ເກົ່າ) ຊຶ່ງອອກພັກການ-ຮັບອຸດໜູນບຳນານ ຕາມເງື່ອນໄຂກະສຽນຮັບອຸດໜູນບຳນານທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ.


ພິທີມອບ-ຮັບໜ້າທີ່ດັ່ັງກ່າວ ໄດ້ຈັດຂື້ນໃນວັນທີ 11 ຕຸລາ 2019 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີຜູ້ຕາງໜ້າຈາກຄະນະສູນກາງພັກ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພະນັກງານຫລັກແຫລ່ງຈາກພາກສ່ວນທີ່ກ່ຽວຂ້ອງ 140 ກ່ວາທ່ານ.


ຈາກນັ້ນ, ທ່ານ ທອງລຸນ ສີສຸລິດ ກໍ່ໄດ້ມີຄຳເຫັນໂອ້ລົມ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ໝາກຜົນ ທີ່ກະຊວງແຜນການ ແລະ ການລົງທຶນ ສາມາດຍາດມາໄດ້ໃນໄລຍະທີ່ຜ່ານມາ. ພ້ອມຊີ້ນໍາໃຫ້ກະຊວງແຜນການ ແລະ ການລົງທຶນ ສືບຕໍ່ເອົາໃຈໃສ່ ເປັນຕົ້ນ ການວາງແຜນການຕ້ອງໃຫ້ແທດກັບຕົວຈິງ ໄປຕາມຂະບວນການພັດທະນາ ໂດຍການນໍາໃຊ້ຄວາມອາດສາມາດບົ່ມຊ້ອນ ທີ່ມີ, ໃນນັ້ນ ຕ້ອງບຸກລະທຸໃນການວາງແຜນ ຕ້ອງຈໍາກັດ, ຮັດກຸມ, ມີການກວດກາ ແລະ ແກ້ໄຂຢ່າງເປັນລະບົບ; ເອົາໃຈໃສ່ຈັດລຽງບູລິມະສິດ ໂຄງການລົງທຶນຕ່າງໆຂອງລັດຖະບານ; ຄົ້ນຄວ້າ, ວິເຄາະວິໄຈ ເພື່ອສ້າງເງື່ອນໄຂໃຫ້ປະເທດຊາດ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ.

ດຶງດູດການລົງທຶນຈາກຕ່າງປະເທດໃຫ້ຫຼາຍຂຶ້ນ ແຕ່ຕ້ອງໄດ້ມີການເລືອກເຟັ້ນໂຄງການໃດທີ່ເປັນໂຄງການທີ່ມີປະສິດທິຜົນ ແລະ ເປັນປະໂຫຍດຕໍ່ການພັດທະນາ, ພ້ອມນັ້ນ ກໍ່ໃຫ້ຊຸກຍູ້ສົ່ງເສີມການລົງທຶນພາຍໃນໃຫ້ຫຼາຍຂຶ້ນ ໂດຍການອໍານວຍຄວາມສະດວກດ້ານການລົງທຶນ; ຕ້ອງເຮັດໃຫ້ປະຊາຊົນສາມາດເຂົ້າເຖິງແຫຼ່ງທຶນ ແລະ ມີຕະຫຼາດຮອງຮັບ; ແກ້ໄຂບັນດາກົນໄກຕ່າງໆໃຫ້ໂລ່ງລ່ຽນ ແລະ ໂປ່ງໃສ; ນອກນັ້ນ ໃຫ້ເອົົາໃຈໃສ່ຄຸ້ມຄອງບັນດາເຂດເສດຖະກິດພິເສດ, ລວມທັງ ທຶນຊ່ວຍເຫຼືອເພື່ອການພັດທະນາ. ຕ້ອງເອົາໃຈໃສ່ສຶກສາຄົ້ນຄວ້າຢ່າງຮອບດ້ານ ເພື່ອດຶງດູດການລົງທຶນ ແລະ ກະຕຸ້ນເສດຖະກິດໃຫ້ມີການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ.