ເສດຖະກິດອິນເຕີເນັດອາຊຽນ ຂະຫຍາຍຕົວຢ່າງໂດດເດັ່ດ

67

ສະໄໝທີ່ເຕັກໂນໂລຊີປ່ຽນແປງໂລກ ຫຼາຍປະເທດໃນອາຊຽນຕ່າງພາກັນປັບຕົວເພື່ອເໝາະກັບສະພາບທີ່ເກີດຂຶ້ນທີ່ເຮັດໃຫ້ພຶດຕິກໍາຂອງຜູ້ບໍລິໂພກປ່ຽນແປງໄປ. ຫຼ້າສຸດ, ບໍລິສັດແຖວໜ້າຂອງໂລກ 3 ແຫ່ງ ໄດ້ເຜີຍແຜ່ບົດລາຍງານທີ່ຊີ້ບອກວ່າເສດຖະກິດອິນເຕີເນັດໃນອາຊຽນຂະຫຍາຍຕົວຢ່າງໄວວາ.

ບົດລາຍງານຂອງ 3 ບໍລິສັດແຖວໜ້າຂອງໂລກ ເຊັ່ນ: ກູເກິລ, ເທມາເຊັກ ໂຮນດິງ ແລະ ເບນ ແອນ ໂຄ ໃຫ້ຮູ້ວ່າ: ເສດຖະກິດອິນເຕີເນັດໃນອາຊຽນຈະມີມູນຄ່າຫຼາຍກວ່າ 1 ແສນລ້ານໂດລາໃນປີນີ້ ກ່ອນທີ່ຈະເພີ່ມຂຶ້ນອີກ 3 ເທົ່າ ພາຍໃນປີ 2025 ເຮັດໃຫ້ອາຊຽນເປັນໜຶ່ງໃນພາກພື້ນຂອງໂລກທີ່ທຸລະກິດອອນລາຍຂະຫຍາຍຕົວໄວທີ່ສຸດໃນໂລກ ເນື່ອງຈາກຜູ້ບໍລິໂພກສະໄໝໃໝ່ເຂົ້າເຖິງສິນຄ້າ ແລະ ບໍລິການໄດ້ຢ່າງສະບາຍ ແລະ ໄວເພາະມີໂທລະສັບມືຖືຕິດຕົວ.

ມູນຄ່າການຄ້າອອນລາຍໃນໄລຍະຕ່າງໆຕິດອັນດັບຕົ້ນໆຂອງໂລກໃນດ້ານຂອງມີຜູ້ໃຊ້ງານອອນລາຍຫຼາຍທີ່ສຸດ. ນອກຈາກນີ້, ຍັງເປັນສະຖານທີ່ຕັ້ງຂອງບໍລິສັດໃຫ້ບໍລິການລົດຮັບຈ້າງ ແລະ ເວັບໄຊຄ້າຂາຍອອນລາຍຂອງ ບໍລິສັດ ອາລີບາບາ ກຣຸບ ໂຮນດິງ ຈໍາກັດ.

ອິນໂດເນເຊຍ ເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດອັນດັບ 4 ຂອງໂລກ ດ້ວຍຈໍານວນປະຊາກອນ 264 ລ້ານຄົນ ຈະເປັນຕົວຊຸກຍູ້ສໍາຄັນທີ່ຊ່ວຍຍູ້ໜູນເສດຖະກິດອິນເຕີເນັດຂະຫຍາຍຕົວ ຕາມມາດ້ວຍ ສິງກະໂປ ແລະ ຫວຽດນາມ.

ບົດລາຍງານທີ່ເຮັດປະຈໍາທຸກປີສະບັບນີ້ ແຕ່ກ່ອນເຮັດໂດຍກູເກິລ ແລະ ເທມາເຊັກ ໃຊ້ກົດເກນໃນການປະເມີນ 4 ດ້ານ ຄື: ມູນຄ່າການຊື້ສິນຄ້າທາງອອນລາຍສຸດທິິ, ມູນຄ່າການໃຊ້ບໍລິການລົດຮັບຈ້າງ, ມູນຄ່າຂອງການໃຊ້ສື່ອອນລາຍ ແລະ ມູນຄ່າຂອງການຈອງສະຖານທີ່ທ່ອງທ່ຽວທາງອອນລາຍ. ແຕ່ປີນີ້ບໍລິສັດ ເບນ ແອນ ໂຄ ເຂົ້າມາຮ່ວມເຮັດບົດລາຍງານນໍາເປັນຄັ້ງທໍາອິດ ແລະ ມີການສຶກສາຄົ້ນຄວ້າການໃຫ້ບໍລິການທາງການເງິນດິຈິຕອລມາເປັນຂໍ້ມູນໃນບົດລາຍງານສະບັບນີ້ນໍາອີກ.

ມີການຄາດຄະເນວ່າທຸລະກິດອິນເຕີເນັດ ທີ່ຍັງເປັນທຸລະກິດມີອະນາຄົດສົດໃສທີ່ສຸດໃນລະບົບເສດຖະກິດອິນເຕີເນັດຂອງອາຊຽນ ຈະຂະຫຍາຍຕົວເຖິງ 4 ເທົ່າ ຈາກ 38.200 ລ້ານໂດລາ ໃນປີ 2019 ເປັນ 153.000 ລ້ານໂດລາ ໃນປີ 2025 ເຊິ່ງປະເທດທີ່ມີການສົ່ງເສີມໃຫ້ທຸລະກິດອິນເຕີເນັດຂະຫຍາຍຕົວຫຼາຍຂະໜາດນີ້ຄື ອິນໂດເນເຊຍ ທີ່ຄາດຄະເນວ່າຕະຫຼາດຈະຂະຫຍາຍຕົວຈາກ 21.000 ລ້ານໂດລາ ເປັນ 82.000 ລ້ານໂດລາ.

ນອກຈາກນີ້, ຫວຽດນາມ ກໍກໍາລັງຈະກ້າວຂຶ້ນມາເປັນປະເທດເສດຖະກິດດິຈິຕອລທີ່ໂດດເດັ່ນຂອງອາຊຽນເຊັ່ນກັນ ໂດຍມູນຄ່າຊື້ – ຂາຍສິນຄ້າທາງອິນເຕີເນັດມີອັດຕາສ່ວນກວ່າ 5% ຂອງ ຈີດີພີ.

ການທີ່ເສດຖະກິດອາຊຽນມີອັດຕາການຂະຫຍາຍຕົວສະເລ່ຍ ປີລະ 5% ມາຕັ້ງແຕ່ປີ 2014 ເຊິ່ງສູງກວ່າການຂະຫຍາຍຕົວ ໂດຍສະເລ່ຍຂອງເສດຖະກິດໂລກເຮັດໃຫ້ພາກພື້ນແຫ່ງນີ້ດຶງດູດຈໍານວນເງິນລົງທຶນຈໍານວນຫຼາຍ ໄລຍະທີ່ເສດຖະກິດຈີນ ກໍາລັງຂະຫຍາຍຕົວໃນໄລຍະຂາລົງ ແລະ ເສດຖະກິດອາເມຣິກາ ກໍຢູ່ໃນພາວະຂະຫຍາຍຕົວຊ້າລົງຈາກຄວາມເຄັ່ງຕຶງທາງການຄ້າກັບ ຈີນ ທີ່ຍືດເຍື້ອຍາວນານ.