ດອກດາວເຮືອງພັນໄທ ປູກໄດ້ລາຍຮັບດີ

173

ດອກດາວເຮືອງ ເປັນດອກໄມ້ຊະນິດໜຶ່ງທີ່ຄົນລາວນິຍົມນໍາມາຕົກແຕ່ງພາຂວັນ ຫຼື ສິ່ງຂອງຕ່າງໆທີ່ນໍາໄປປະກອບພິທີກໍາຕ່າງໆທາງສາສະໜາ. ນອກຈາກນີ້, ຍັງນິຍົມປູກໄວ້ເພື່ອປະດັບເອ້ຢູ່ໜ້າເຮືອນໃຜລາວ ເພື່ອຄວາມສວຍງາມ ແຕ່ສ່ວນຫຼາຍຈະເປັນດອກດາວເຮືອງພັນລາວເປັນສ່ວນຫຼາຍ, ຈາກການບອກເລົ່າຂອງຜູ້ປູກຕົວຈິງ ໃຫ້ຮູ້ວ່າ: ການປູກດອກໄມ້ພັນໄທ ຍາກກວ່າການປູກພັນລາວ, ຕ້ອງໄດ້ເອົາໃຈໃສ່ຢ່າງພິຖີພິຖັນ ໂດຍສະເພາະຂັ້ນຕອນການກ້າເບ້ຍ ຕ້ອງໄດ້ນໍາໃຊ້ດິນສະເພາະທີ່ນໍາເຂົ້າຈາກປະເທດເພື່ອນບ້ານເທົ່ານັ້ນ ຈຶ່ງຈະມີປະສິດທິພາບດີ ເນື່ອງຈາກເມັດພັນທີ່ນໍາເຂົ້າມາແມ່ນສາມາດເຕີບໂຕໄດ້ຢ່າງດີກັບດິນຊະນິດນີ້ເທົ່ານັ້ນ ແຕ່ຫາກດູແລຮັກສາໄດ້ກໍຈະມີຜົນຕອບຮັບທີ່ດີ ໂດຍສະເລ່ຍລາຍໄດ້ເກືອບ 10 ລ້ານກີບຕໍ່ເດືອນ.

ເອື້ອຍອຸໄລພອນ ວົງຄໍາມຸນຕີ ເຈົ້າຂອງດອກໄມ້ງາມ ຟາມ ຜູ້ປູກດອກດາວເຮືອງພັນໄທ ຢູ່ບ້ານດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ກ່ອນຈະຕັດສິນໃຈມາລົງທຶນປູກດອກດາວເຮືອງພັນໄທ ເນື່ອງຈາກວ່າໃນລາວເຮົາມີ ຄວາມນິຍົມນໍາໃຊ້ດອກໄມ້ພັນດັ່ງກ່າວເປັນຈໍານວນຫຼາຍ ເພາະວ່າມັນເປັນດອກໃຫຍ່, ງາມ, ມີຄວາມທົນທານຕໍ່ສະພາບອາກາດ, ບໍ່ຫ່ຽວໄວ ແຕ່ຍັງບໍ່ປາກົດເຫັນມີການປູກຂາຍຢ່າງຈິງຈັງ, ສ່ວນຫຼາຍແມ່ນພັນລາວ ຫຼື ພັນລາດ, ແຕ່ຈາກການລົງສໍາຫຼວດຕະຫຼາດ ພັນໄທກັບເປັນທີ່ຕ້ອງການຂອງລູກຄ້າຫຼາຍກວ່າ ຈຶ່ງເຮັດໃຫ້ມີການນໍາເຂົ້າເປັນຈໍານວນຫຼາຍ.

ດັ່ງນັ້ນ, ຈຶ່ງປຶກສາກັບໝູ່ພ້ອມຮ່ວມມືກັນເຮັດສວນດອກດາວເຮືອງພັນໄທຂຶ້ນໃນເນື້ອທີ່ເກືອບ 4 ໄລ່ ໂດຍສະເລ່ຍສາມາດເກັບຜົນຜະລິດໄດ້ສູງສຸດ ເຖິງ 500 ກິໂລຕໍ່ມື້, ຂາຍໃນລາຄາ 15 ພັນກີບຕໍ່ກິໂລ ສະເລ່ຍລາຍຮັບຕໍ່ເດືອນບໍ່ຕໍ່າ ກວ່າ 10 ລ້ານກີບ.

ເວົ້າເຖິງການລົງທຶນມັນເປັນການລົງທຶນໜັກພຽງຄັ້ງດຽວ ໃນການຊື້ອຸປະກອນຕ່າງໆໃຫ້ຄົບຊຸດ ແລະ ຄັ້ງຕໍ່ໄປກໍມີພຽງລົງທຶນຊື້ແກ່ນພັນເທົ່ານັ້ນ ເຊິ່ງໃນອະນາຄົດກໍຢາກມີແນວພັນທີ່ເຮັດຂຶ້ນເປັນຍີ່ຫໍ້ຂອງຕົນເອງ ເພື່ອຈະໄດ້ບໍ່ມີການນໍາເຂົ້າ ແລະ ຫຼຸດຕົ້ນທຶນການຜະລິດລົງອີກ, ສະເພາະແກ່ນພັນຕ້ອງໄດ້ນໍາເຂົ້າເນື່ອງຈາກຜູ້ຜະລິດເຂົາເຈົ້າຈໍາກັດເຮັດແນວພັນປູກໄວ້ສະເພາະ ບໍ່ສາມາດນໍາເອົາແກ່ນພັນຈາກດອກແກ່ມາຂະຫຍາຍຕໍ່ຄືກັບດອກໄມ້ພັນລາວໄດ້.

ອ້າຍອຸໄດ ອໍາພອນຍະລາດ ຜູ້ຮ່ວມລົງທຶນຟາມດອກໄມ້ດັ່ງກ່າວ ຍັງໃຫ້ຮູ້ເຖິງເຕັກນິກການປູກດອກດາວເຮືອງພັນໄທ ວ່າ:

ການກ້າເບ້ຍ: ກ່ອນອື່ນໝົດການກ້າເບ້ຍແມ່ນຕ້ອງໄດ້ນໍາໃຊ້ດິນປະເພດພີດມອດ ເຊິ່ງເປັນບ່ອນເພາະກ້າດອກດາວເຮືອງພັນໄທໂດຍສະເພາະ ເຊິ່ງກໍນໍາເຂົ້າຈາກປະເທດເພື່ອນບ້ານເຊັ່ນກັນກັບແກ່ນພັນ, ຫຼັງຈາກມີດິນຊະນິດທີ່ກ່າວມາແລ້ວ ໃຫ້ນໍາມາໃສ່ຖາດພ້ອມລົງແກ່ນພັນໄວ້ ເຊິ່ງໃຊ້ເວລາປະມານ 15 ວັນ ຈະສາມາດນໍາມາລົງດິນໄດ້, ທີ່ສໍາຄັນຕ້ອງບໍ່ໃຫ້ຕົ້ນກ້າມີອາຍຸເກີນ 20 ມື້ ເພາະມັນຈະກາຍເປັນຕົ້ນແກ່ ເມື່ອນໍາມາປູກຈະບໍ່ໄດ້ຄຸນນະພາບດີ.

ການປູກ: ຫຼັງຈາກທີ່ກ້າເບ້ຍພໍລົງດິນໃຫ້ນໍາມາປູກໃສ່ໜານທີ່ກຽມໄວ້ ໂດຍກໍານົດໄລຍະຫ່າງ 30 ຫາ 40 ຊັງຕີແມັດ ສໍາລັບລະດູຝົນ, ຫາກເປັນລະດູແລ້ງສາມາດປູກໃນໄລຍະຫ່າງ 15 ຫາ 20 ຊັງຕີແມັດໄດ້.

ການດູແລຮັກສາ: ຫຼັງປູກແລ້ວໃຫ້ຫົດນໍ້າເຊົ້າ – ແລງ ເມື່ອຄົບ 7 ວັນ ກໍນໍາຝຸ່ນຄອກມາໃສ່ ພ້ອມທັງສັງເກດອາການຂອງມັນຫາກມີສັດຕູພືດເກີດຂຶ້ນ ກໍຈະນໍາເອົາຢາປາບສັດຕູພືດທີ່ນໍາໃຊ້ສໍາລັບດອກດາວເຮືອງພັນໄທ ໂດຍສະເພາະມາສີດໃສ່ ພ້ອມໃຫ້ນໍ້າປົກກະຕິ.

ການເກັບກ່ຽວ: ເມື່ອອາຍຸປະມານ 1 ເດືອນກວ່າ ຫາ 2 ເດືອນ ຈະເລີ່ມມີດອກອອກ ພ້ອມເກັບກ່ຽວ ແລະ ໃນວົງຈອນອາຍຸໜຶ່ງສາມາດເກັບດອກໄດ້ດົນທີ່ສຸດເຖິງ 3 ເດືອນ.

[ ໂດຍ: ເອຢິບ; ຮູບ: ສຸກສະຫວັນ ]