ຄັ້ງທຳອິດຮອບ 40 ປີ! ລັດຖະບານອິຣານ ອະນຸຍາດໃຫ້ແມ່ຍິງ ສາມາດເຂົ້າຊົມບານເຕະໃນເດີ່ນໄດ້

114

ແມ່ຍິງປະເທດອິຣານໄດ້ຮັບອະນຸຍາດໃຫ້ສາມາດເຂົ້າຊົມກີລາບານເຕະຂອງທີມຊາດໄດ້ເປັນຄັ້ງທຳອິດ ນັບຕັ້ງແຕ່ຜ່ານພົ້ນການປະຕິວັດ ເມື່ອປີ 1979.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງເຕຫະຣານ ປະເທດອິຣານ ເມື່ອວັນສຸກ ທີ 11 ຕຸລາ ວ່າ ຜົນການແຂ່ງຂັນບານໂລກຮອບຄັດເລືອກໂຊນອາຊີ ລະຫວ່າງທີມຊາດອິຣານ ກັບ ທີມຊາດກຳປູເຈຍ ທີ່ເດີ່ນກີລາອາຊາດິ ໃນນະຄອນຫຼວງເຕຫະຣານ ເມື່ອວັນພະຫັດ ປະກົດວ່າ ທີມຊາດອິຣານເຊິ່ງເປັນໜຶ່ງໃນບັນດາປະເທດແຖວໜ້າຂອງວົງການບານເຕະອາຊີ ສາມາດຖະຫຼົ່ມປະເທດກຳປູເຈຍ ແບບຂາດລອຍເຖິງ 14-0 ແຕ່ບັນຍາກາດຂອງການສະເຫຼີມສະຫຼອງໄຊຊະນະໃນຄັ້ງນີ້ ບໍ່ທຽບເທົ່າກັບ “ການປ່ຽນແປງທາງດ້ານສັງຄົມຄັ້ງປະຫວັດສາດ” ທີ່ລັດຖະບານເຕຫະຣານ ໄດ້ອະນຸຍາດໃຫ້ແມ່ຍິງທີ່ເປັນປະຊາຊົນໃນປະເທດ ສາມາດເຂົ້າໄປຊົມການແຂ່ງຂັນບານເຕະໃນເດີ່ນໄດ້ເປັນຄັ້ງທຳອິດ ນັບຕັ້ງແຕ່ຜ່ານພົ້ນການປະຕິວັດ ເມື່ອປີ 1979.

ในภาพอาจจะมี 1 คน, กำลังยิ้ม

ເຖິງວ່າ ເດີ່ນກິລາອາຊາດິ ທີ່ສາມາດບັນຈຸຜູ້ຊົມໄດ້ 78 ພັນບ່ອນນັ່ງ ແຕ່ຝ່າຍຈັດການແຂ່ງຂັນໄດ້ຈັດໂຊນບ່ອນນັ່ງ “ສຳລັບແມ່ຍິງໂດຍສະເພາະ” ໄວ້ປະມານ 3,5 ພັນບ່ອນນັ່ງເທົ່ານັ້ນ ຢ່າງໃດກໍ່ຕາມ ແມ່ຍິງຊາວອິຣານ ຫຼາກຫຼາຍໄວອາຍຸຫຼັ່ງໄຫຼກັນຊື້ປີ້ເຂົ້າຊົມຈົນເຕັມຄວາມຈຸໃນໂຊນຂອງຕົນເອງ ແລະ ພ້ອມໃຈກັນສົ່ງສຽງເຊຍ ພ້ອມທັງໂບກສະບັດທຸງຊາດອິຣານ ກັນຢ່າງຄຶກຄື້ນ.

ในภาพอาจจะมี 20 คน, คนที่ยิ้ม, ฝูงชน และสถานที่กลางแจ้ง

ในภาพอาจจะมี 59 คน, คนที่ยิ้ม, ฝูงชน และสถานที่กลางแจ้ง

ຢ່າງໃດກໍ່ຕາມ, ຫຼາຍອົງການສິດທິມະນຸດສະທຳວິພາກວິຈານວ່າ ການຈຳກັດໂກຕ້າແມ່ຍິງໃນການເຂົ້າຊົມການແຂ່ງຂັນບານເຕະໃນຄັ້ງນີ້ ຍັງສະທ້ອນໃຫ້ເຫັນວ່າ ປະເທດອິຣານບໍ່ໄດ້ເປີດກວ້າງດ້ານເສລີພາບ ແລະ ຄວາມສະເໝີພາບທາງເພດຢ່າງແທ້ຈິງ ຂະນະທີ່ສະຫະພັນບານເຕະນາໆຊາດ (FIFA) ສະແດງທ່າທີກຽມເພີ່ມການເຄື່ອນໄຫວຕໍ່ລັດຖະບານເຕຫະຣານ ໃນການອະນຸຍາດໃຫ້ແມ່ຍິງຊາວອິຣານ ສາມາດເຂົ້າຊົມການແຂ່ງຂັນບານໂລກຮອບຄັດເລືອກໄດ້ທຸກນັດ ໃນເດີ່ນກີລາອາຊາດິ ຫຼັງຈາກກ່ອນໜ້ານີ້ ເມື່ອປີຜ່ານມາ ທາງການຂອງປະເທດອິຣານ ອະນຸຍາດໃຫ້ແມ່ຍິງເຂົ້າຊົມການແຂ່ງຂັນບານໂລກທີ່ປະເທດຣັດເຊຍ ລະຫວ່າງທີມຊາດອິຣານ ພົບກັບທີມຊາດແອັດສະປາຍ ແຕ່ໃຫ້ຊົມຜ່ານ ໜ້າຈໍຂະໜາດໃຫຍ່ ທີ່ຕິດຕັ້ງຢູ່ນອກເດີ່ນກິລາເທົ່ານັ້ນ.

ในภาพอาจจะมี 2 คน, คนที่ยิ้ม, สถานที่กลางแจ้ง

ในภาพอาจจะมี 9 คน