ວິໄນອົດທົນ ປັດໄຈສຳຄັນສູ່ຄວາມສຳເລັດໃນການສຶກສາ

121

ການມີວິໄນ ແລະ ການຫັນເອົາຈຸດດ້ອຍຄວາມທຸກຍາກຂອງເຮົາ ມາເປັນກຳລັງໃຈໃນການສຶກສາຮໍ່າຮຽນເປັນອີກປັດໄຈສໍາຄັນ ທີ່ນຳເຮົາໄປສູ່ຄວາມສຳເລັດໃນການສຶກສາຮໍ່າຮຽນ. ດັ່ງ ທ້າວ ວິໄລແສງ ສິນທະອຸດົມ ທີ່ສາມາດຍາດໄດ້ໃບປະກາດແດງ ( ໃບກຽດນິຍົມ ) ໃນການສຶກສາສາຂາກົດໝາຍອາຍາ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ສົກປີ 2018 – 2019.

ທ້າວ ວິໄລແສງ ສິນທະອຸດົມ ນັກສຶກສາທີ່ໄດ້ໃບປະກາດແດງ ສາຂາກົດໝາຍອາຍາ ຄະນະນິຕິສາດ – ລັດຖະສາດ ໃຫ້ສຳພາດກັບ ໜັງສືພິມ ເສດຖະກິດ – ການຄ້າ ວ່າ: ຕົນເອງເປັນຄົນທ້ອງຖິ່ນຢູ່ເທສະບານແຂວງສາລະວັນ, ຄອບຄົວມີອ້າຍນ້ອງທັງໝົດ 6 ຄົນ ແລະ ຕົນເອງເປັນລູກຊາຍຫຼ້າ, ພໍ່ແມ່ເປັນຊາວນາ ເສດຖະກິດຄອບຄົວທຳມະດາພໍຢູ່ພໍກິນ ເຊິ່ງປັດຈຸບັນຕົນເອງຢູ່ກັບແມ່ ( ພໍ່ເສຍຊີວິດແລ້ວ ).

ຕົນເອງເປັນຄົນມັກການຮຽນມາແຕ່ຕອນຍັງເປັນເດັກນ້ອຍ ແລະ ຕັ້ງໃຈຮຽນມາໂດຍຕະຫຼອດ ພິເສດແມ່ນວິຊາພາສາລາວ – ວັນນະຄະດີ. ສະນັ້ນ, ຕົນເອງຈຶ່ງຕັ້ງປະນິທານວ່າຈະຕ້ອງຕັ້ງໃຈຮຽນ ແລະ ເສັງນັກຮຽນເກັ່ງໃຫ້ໄດ້ຈົນໄດ້ເປັນຕົວແທນຂອງໂຮງຮຽນສອບເສັງນັກຮຽນເກັ່ງຊັ້ນ ປ 5 ວິຊາພາສາລາວ – ວັນນະຄະດີ ເຊິ່ງສາມາດຍາດໄດ້ອັນດັບ 3 ໃນລະດັບເມືອງ. ມາໃນສົກຮຽນ 2011 – 2012 ໄດ້ເປັນຕົວແທນຂອງເມືອງ ເຂົ້າເສັງນັກຮຽນເກັ່ງຊັ້ນມັດທະຍົມຕົ້ນທົ່ວແຂວງ ເຊິ່ງສາມາດຍາດໄດ້ລາງວັນທີ 1 ວິຊາພາສາລາວ – ວັນນະຄະດີ ແລະ ໄດ້ເປັນຕົວແທນມາເສັງນັກຮຽນເກັ່ງໃນລະດັບຊາດ. ເຖິງວ່າລະດັບຊາດຈະເສັງບໍ່ໄດ້ ແຕ່ກໍໄດ້ເປັນໂອກາດໜຶ່ງທີ່ນ້ອງໄດ້ຮຽນຮູ້ຫຼາຍຢ່າງ ແລະ ໄດ້ເຂົ້າຮຽນຊັ້ນມັດທະຍົມຕອນປາຍທີ່ ມສ ວຽງຈັນ.

ໃນໄລຍະຮຽນຢູ່ ມສ ວຽງຈັນ ຕົນເອງກໍໄດ້ຕັ້ງໃຈຮຽນກວ່າເກົ່າ ແລະ ໄດ້ມີໂອກາດໃນການແລກປ່ຽນບົດຮຽນ, ຄົ້ນຄວ້າ ແລະ ເບິ່ງບົດຮຽນຫຼາຍຂຶ້ນ ເນື່ອງຈາກວ່າໃນໂຮງຮຽນມີປຶ້ມ ແລະ ສື່ການຮຽນຄົບກວ່າຕອນຮຽນຢູ່ບ້ານຈົນເຮັດໃຫ້ຜົນການສອບເສັງແຕ່ລະພາກແມ່ນໄດ້ດີ ແລະ ສາມາດສອບເສັງຈົບຊັ້ນ ມ 7 ໄດ້ຄະແນນ 8 ຂຶ້ນໄປທຸກວິຊາ.

ຫຼັງຈາກນັ້ນ, ຕົນເອງກໍໄດ້ສຶກສາຄົ້ນຄວ້າບັນດາຂະແໜງການຮຽນໃນມະຫາວິທະຍາໄລ ແລະ ເຫັນວ່າ ວິຊາກົດໝາຍອາຍາ ເປັນວິຊາທີ່ຕົນເອງມັກ ແລະ ສົນໃຈຫຼາຍ, ເພາະຕົນເອງມີຄວາມໃຝ່ຝັນຢາກເປັນຜູ້ພິພາກສາທີ່ເກັ່ງມີຄວາມຍຸຕິທຳ. ສະນັ້ນ, ຈຶ່ງຕັດສິນໃຈເລືອກຮຽນສາຂາກົດໝາຍອາຍາ ທີ່ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ.

ທ້າວ ວິໄລແສງ ເລົ່າຕື່ມວ່າ: ໃນເວລາສຶກສາຮໍ່າຮຽນນັ້ນ ຕົນເອງໄດ້ພົບກັບຄວາມຫຍຸ້ງຍາກຫຼາຍ ເປັນຕົ້ນແມ່ນດ້ານທຶນຮອນ. ສະນັ້ນ, ຕົນເອງກໍໄດ້ພະຍາຍາມຊອກຫາທຶນການສຶກສາ ແລະ ກໍໄດ້ທຶນແລ່ນ ( LANS Scholarship ) ທີ່ເປັນທຶນຊ່ວຍເຫຼືອການສຶກສາໃນ ສປປ ລາວ ຈາກລັດຖະບານອົສຕຣາລີ ຊ່ວຍເຫຼືອນັກສຶກສາລາວທີ່ມາຈາກຕ່າງແຂວງ ເພື່ອປະຢັດລາຍຈ່າຍຂອງຄອບຄົວ.

ໃນເວລາຮຽນຢູ່ຄະນະນິຕິສາດ ແລະ ລັດຖະສາດ ຕົນເອງໄດ້ຈັດການເວລາຮຽນຢ່າງມີວິໄນ ໂດຍແບ່ງເວລາຮຽນຢ່າງຊັດເຈນ ເຊັ່ນ: ຫຼັງເລີກຮຽນຕົນເອງໄດ້ທົບທວນບົດຮຽນຈັກນາ    ທີ?, ເຮັດວຽກບ້ານຈັກນາທີ?. ຫຼັງຈາກນັ້ນ, ກໍຈະຟັງເພງ ຫຼື ອ່ານໜັງສື ແລະ ປຶ້ມຕ່າງໆທີ່ໃຫ້ຄວາມຮູ້. ໃນເວລາຕອນຄໍ່າ ປະມານ 17:30 ຫາ 20:30 ໂມງ ຕົນເອງກໍຈະໄປຮຽນພາສາອັງກິດຕື່ມ.

ວິໄລແສງ ບອກຕໍ່ວ່າ: ເພື່ອເຮັດໃຫ້ຮຽນເກັ່ງ ໂດຍສະເພາະແມ່ນຮຽນມະຫາວິທະຍາໄລ ໃນພາກວິຊາທີ່ເປັນທິດສະດີ, ນອກຈາກຕັ້ງໃຈຮຽນແລ້ວຕ້ອງຮູ້ຈັບຈຸດ ຈັບໃຈຄວາມໃນບົດຮຽນທີ່ອາຈານສອນ ແລະ ຕ້ອງເປັນຄົນທີ່ກ້າຖາມອາຈານໃນກໍລະນີທີ່ບໍ່ເຂົ້າໃຈ ແລະ ຕ້ອງໝັ່ນຊອກຮູ້ປຶກສາຫາລືແລກປ່ຽນບົດຮຽນນໍາໝູ່ເພື່ອນໃນຫ້ອງ ຫຼື ຮຸ່ນອ້າຍ. ພ້ອມນັ້ນ, ຕ້ອງຮູ້ຈັບຈຸດພິເສດການສອນຂອງອາຈານ ເພື່ອຈະເຮັດໃຫ້ການຮຽນເຂົ້າໃຈໄດ້ດີຂຶ້ນ ການສອບເສັງໄດ້ຄະແນນດີ.

ນັກຮຽນທຸກຄົນຈົ່ງຈຳໄວ້ວ່າ: “ ເຖິງຍາມທຸກຈົ່ງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຈົ່ງພ້ອມໃຈກັນຜ່ານຜ່າອຸປະສັກ ແລະ ຢ່າໃຫ້ຄວາມທຸກຍາກນັ້ນມາເປັນສິ່ງກີດຂວາງ ແລະ ປິດກັ້ນເຮົາ ຈົ່ງນຳເອົາອຸປະສັກ ແລະ ຄວາມຍາກນັ້ນຫັນມາເປັນກຳລັງໃຈ ເພື່ອສູ້ຕໍ່ໄປໃຫ້ປະສົບຜົນສຳເລັດໃນການສຶກສາຮໍ່າຮຽນ ”, ທ້າວ ວິໄລແສງ ສິນທະອຸດົມ ກ່າວຄະຕິເຕືອນໃຈ ເພື່ອເປັນກຳລັງໃຈໃຫ້ແກ່ນັກສຶກສາຮຸ່ນນ້ອງ.

ໂດຍ: ກາວຊົ່ງ