ອາເມຣິກາ ສະໜັບສະໜູນລາວ 7 ແສນໂດລາ ສ້າງເຄືອຂ່າຍການເຝົ້າລະວັງພະຍາດໃນສັດປ່າລະດັບຊາດ

71
????????????????????????????????????

ສະຫະລັດອາເມຣິກາ ປະກາດສະໜັບສະໜູນໃນການສ້າງເຄືອຂ່າຍການເຝົ້າລະວັງພະຍາດໃນສັດປ່າລະດັບຊາດ ມູນຄ່າ 7 ແສນໂດລາສະຫະລັດ ຜ່ານອົງການປ້ອງກັນຫຼຸດຜ່ອນໄພຂົ່ມຂູ່ ( DTRA ) ໂດຍຈະສະໜັບສະໜູນຄວາມພະຍາຍາມຂອງອົງການອະນຸຮັກສັດປ່າ ( WCS ) ແລະ ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້ ເພື່ອສ້າງຂີດຄວາມສາມາດພາຍໃນອົງການ ແລະ ສະຖາບັນຕ່າງໆຂອງລັດຖະບານ ເພື່ອພັດທະນາເຄືອຂ່າຍເຝົ້າລະວັງພະຍາດໃນສັດປ່າລະດັບຊາດ ທີ່ມີປະສິດທິຜົນໃນ ສປປ ລາວ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນວັນທີ 4 ຕຸລາ 2019  ໂດຍແມ່ນ ທ່ານ  ສີທອງ ພິພັກຄະວົງ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ທ່ານ ສັນຕິ ໄຊປັນຍາ ອຳນວຍການອົງການອະນຸຮັກສັດປ່າ ປະຈຳ ສປປ ລາວ ໄດ້ເຊັນສັນຍາ ແລະ ເປີດຕົວໂຄງການໃໝ່ຢ່າງເປັນທາງການ, ເຂົ້າຮ່ວມເປັນສັກຂີພິຍານໃນພິທີເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ໄດ້ມີ ທ່ານອຸປະທູດ ຄໍລິນ ຄຣອສບີ ສະຫະລັດອາເມຣິກາ, ທ່ານ ມາທາ ສະໂຕຣກ ຜູ້ຈັດການດ້ານວິທະຍາສາດພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຂອງອົງການປ້ອງກັນຫຼຸດຜ່ອນໄພຂົ່ມຂູ່ ພ້ອມດ້ວຍພາກສ່ວນຕ່າງໆ.

ທ່ານອຸປະທູດ ຄຣອສບີ ກ່າວໃນພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າ: “ ການຕ້ານໄພຂົ່ມຂູ່ຈາກພະຍາດຕິດຕໍ່ທີ່ເກີດຂຶ້ນໃໝ່ໃນສັດລ້ຽງຊ່ວຍເພີ່ມທະວີສຸຂະພາບ ສາທາລະນະສຸກ, ຊີວະນາໆພັນ, ການພັດທະນາເສດຖະກິດ ແລະ ຄວາມໝັ້ນຄົງ. ສະຫະລັດອາເມຣິກາ ຢູ່ຄຽງຂ້າງທ່ານ ເພື່ອຊ່ວຍໃຫ້ທ່ານບັນລຸເປົ້າໝາຍສຳຄັນເຫຼົ່ານີ້ ”.

ໂຄງການນີ້ນຳພາໂດຍ WCS ພາຍໃຕ້ການຮ່ວມມືກັບສູນວິໄຈພະຍາດສັດແຫ່ງຊາດຂອງລາວ ( NAHL ) ແລະ ຮ່ວມມືກັບພະແນກການຕ່າງໆຂອງລັດຖະບານ, ສະຖາບັນປັດສະເຕີລາວ, ໜ່ວຍງານຄົ້ນຄວ້າຂອງໂຮງໝໍມະໂຫສົດ – ແວວຄຳທຣັດສ, ສູນອະນຸຮັກສັດປ່າ ແລະ ປ່າສະຫງວນແຫ່ງຊາດ.

ຮູບ 82