ອາທິດນີ້ ຜູ້ຕິດເຊື້ອໄຂ້ຍຸງລາຍມີທ່າອ່ຽງຫຼຸດລົງ

100

ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍທົ່ວປະເທດ ໃນອາທິດນີ້ ຫຼຸດລົງ 709 ກໍລະນີ ທຽບໃສ່ອາທິດຜ່ານມາ ແຕ່ມີຜູ້ເສຍຊີວິດເພີ່ມອີກ 2 ກໍລະນີ ລວມທັງໝົດ 68 ກໍລະນີ.

ອີງຕາມການລາຍງານຂອງສູນວິເຄາະ ແລະ ລະບາດວິທະຍາກະຊວງສາທາລະນະສຸກ ປະຈໍາວັນທີ 8 ຕຸລາ 2019 ໃຫ້ຮູ້ວ່າ: ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍທັງໝົດ 34.414 ກໍລະນີ ເສຍຊີວິດ 68 ກໍລະນີ. ໃນນັ້ນ, ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອສູງເປັນອັນດັບ 1 ຈໍານວນ 9.046 ກໍລະນີ ແລະ ເສຍຊີວິດເພີ່ມອີກ 2 ກໍລະນີໃນອາທິດນີ້ ເປັນ 23 ກໍລະນີ, ຮອງລົງມາແມ່ນແຂວງສະຫວັນນະເຂດ ຈໍານວນ 5.961 ກໍລະນີ ເສຍຊີວິດ 20 ກໍລະນີ, ແຂວງສາລະວັນ, ແຂວງຄໍາມ່ວນ ແລະ ແຂວງອື່ນໆຕາມລໍາດັບ. ສ່ວນແຂວງທີ່ມີຈໍານວນຜູ້ຕິດເຊື້ອໜ້ອຍກວ່າແມ່ນແຂວງຫົວພັນ ມີພຽງ 5 ກໍລະນີ.

ຂະນະທີ່ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ລາຍງານໃນວັນທີ 8 ຕຸລາ 2019 ໃຫ້ຮູ້ວ່າ: ຜູ້ຕິດເຊື້ອພະຍາດໄຂ້ຍຸງໃນນະຄອນຫຼວງວຽງຈັນ ຍັງເພີ່ມຂຶ້ນເລື້ອຍໆ. ໃນນີ້, ເມືອງໄຊທານີ 2.630 ກໍລະນີ ເສຍຊີວິດ 5 ກໍລະນີ, ເມືອງໄຊເສດຖາ 1.847 ກໍລະນີ ເສຍຊີວິດ 5 ກໍລະນີ ແລະ ເມືອງປາກງື່ມ ມີຜູ້ຕິດເຊື້ອໜ້ອຍກວ່າທຸກເມືອງໃນນະຄອນຫຼວງວຽງຈັນ ມີຈໍານວນ 315 ກໍລະນີ ແລະ ບໍ່ມີກໍລະນີເສຍຊີວິດ.

[ ຂ່າວ: ທິບອຸສາ ]