ຫຸ້ນບໍລິສັດ ລາວ ອາຊຽນເຊົ່າສິນເຊື່ອ ຈັບຄູ່ຄັ້ງທໍາອິດເພີ່ມຂຶ້ນ 300 ກີບ

198

ຕະຫຼາດຫຼັກຊັບລາວ ໄດ້ເປີດຊື້ – ຂາຍຫຸ້ນ ບໍລິສັດ ລາວ ອາຊຽນເຊົ່າສິນເຊື່ອ ມະຫາຊົນ ( LALCO ) ຢ່າງເປັນທາງການໃນຕອນເຊົ້າວັນທີ 10 ຕຸລາ 2019 ທັງເປັນມື້ຄົບຮອບ 9 ປີ ການສ້າງຕັ້ງຕະຫຼາດຫຼັກຊັບລາວ. ການຈັບຄູ່ຄັ້ງທໍາອິດໃນລາຄາເລີ່ມຕົ້ນ 3.000 ກີບຕໍ່ຫຸ້ນ ເພີ່ມຂຶ້ນ 300 ກີບ ຈາກລາຄາຫຸ້ນ ໄອພີໂອ ເປີດໃຫ້ຈອງ 2.700 ກີບຕໍ່ຫຸ້ນ.

ທ່ານ ອ໊ອດ ພົນຊຽງດີ ຜູ້ອໍານວຍການໃຫຍ່ຕະຫຼາດຫຼັກຊັບລາວ ກ່າວວ່າ: ວັນທີ 10 ຕຸລາ 2019 ເປັນວັນສ້າງຕັ້ງຕະຫຼາດຫຼັກຊັບລາວ ຄົບຮອບ 9 ປີ ປັດຈຸບັນ ມີ 11 ບໍລິສັດ ທີ່ຈົດທະບຽນ ແລະ ເປີດການຊື້ – ຂາຍຫຸ້ນຢ່າງເປັນທາງການ ເຊິ່ງ ບໍລິສັດ ລາວ ອາຊຽນເຊົ່າສິນເຊື່ອ ມະຫາຊົນ ກໍເປັນໜຶ່ງໃນນັ້ນ. ຜ່ານມາ 10 ບໍລິສັດ ມີມູນຄ່າຕະຫຼາດຢູ່ທີ່ 8.700 ຕື້ກີບ ແຕ່ປັດຈຸບັນ ບໍລິສັດ ລາວ ອາຊຽນເຊົ່າສິນເຊື່ອ ມະຫາຊົນ ໄດ້ເຂົ້າມາມີສ່ວນຮ່ວມເຮັດໃຫ້ມູນຄ່າຕະຫຼາດເພີ່ມຂຶ້ນ ເປັນ 9.500 ຕື້ກີບ. ຂະນະທີ່ຍອດບັນຊີຂອງນັກລົງທຶນທີ່ມີການແລກປ່ຽນ  ຊື້ – ຂາຍກໍເພີ່ມຂຶ້ນຈາກ 14.800 ຄົນ ມາເປັນ 15 ພັນກວ່າຄົນໃນເວລານີ້.

ທ່ານ ໂທໂມຟູມິ ຊຶມັດຊຸ ( Tomofumi Suematsu ) ຜູ້ອໍານວຍການໃຫຍ່ ບໍລິສັດ ລາວ ອາຊຽນເຊົ່າສິນເຊື່ອ ມະຫາຊົນ ກ່າວຕື່ມວ່າ: ບໍລິສັດພວກເຮົາສ້າງຕັ້ງຂຶ້ນ ໃນປີ 2015 ເຮັດທຸລະກິດກ່ຽວກັບບໍລິການເຊົ່າສິນເຊື່ອລົດຈັກ – ລົດໃຫຍ່ ປະເພດລົດມືໜຶ່ງ ແລະ ມືສອງ, ປັດຈຸບັນມີ 7 ສາຂາທົ່ວປະເທດ ( ຫົວພັນ, ຊຽງຂວາງ, ຫຼວງພະບາງ, ບໍລິຄຳໄຊ, ສະຫວັນນະເຂດ, ສາລະວັນ ແລະ ຈໍາປາສັກ ). ຜ່ານການເປີດໃຫ້ຈອງຫຸ້ນໃນວັນທີ 4 – 6 ກັນຍາ 2019 ຜ່ານມາ ສັງເກດເຫັນວ່າມີນັກລົງທຶນພາຍໃນ ແລະ ຕ່າງປະເທດສົນໃຈຈອງຫຸ້ນໝົດໃນມື້ທໍາອິດ ຈຶ່ງເຮັດໃຫ້ປິດການຈໍາໜ່າຍກ່ອນກໍານົດ.

ທ່ານ ເທບສະຫວັນ ກິດຕິຍະວົງ ຜູ້ອໍານວຍການໃຫຍ່ ບໍລິສັດ ທຄຕລ – ກທ ຈໍາກັດ ໃນຖານະບໍລິສັດທີ່ປຶກສາ ແລະ ຈັດຈໍາໜ່າຍຫຸ້ນ ມີຄຳເຫັນຕື່ມວ່າ: ຜ່ານການເປີດໃຫ້ຈອງຫຸ້ນຂອງ ບໍລິສັດ ລາວ ອາຊຽນເຊົ່າສິນເຊື່ອ ມະຫາຊົນ ເຫັນວ່າມີນັກລົງທຶນສົນໃຈຊື້ໝົດພາຍໃນມື້ດຽວ ຄິດເປັນມູນຄ່າປະມານ 160 ຕື້ກີບ ຫຼື ປະມານ 20 ລ້ານໂດລາສະຫະລັດ ຖືໄດ້ວ່າເປັນບໍລິສັດເຊົ່າສິນເຊື່ອອີກໜຶ່ງແຫ່ງທີ່ມີລູກຄ້າກໍຄືນັກລົງທຶນສົນໃຈຫຼາຍສົມຄວນ.

ໃຫ້ກຽດເຂົ້າຮ່ວມເປີດການຊື້ – ຂາຍຫຸ້ນ ບໍລິສັດ ລາວ ອາຊຽນເຊົ່າສິນເຊື່ອ ມະຫາ       ຊົນມີ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງການທະນາຄານ ແຫ່ງ ສປປ ລາວ ( ທຫລ ), ທ່ານ ວິໄລມິດ ອັກຄະວົງ ຮອງຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ທຫລ, ທ່ານ ອ໊ອດ ພົນຊຽງດີ ຜູ້ອໍານວຍການໃຫຍ່ຕະຫຼາດຫຼັກຊັບລາວ, ທ່ານ ໂທໂມຟູມິ ຊຶມັດຊຸ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວ ອາຊຽນເຊົ່າສິນເຊື່ອ ມະຫາຊົນ ພ້ອມດ້ວຍຜູ້ຖືຫຸ້ນ ແລະ ແຂກເຂົ້າຮ່ວມ.

[ ຂ່າວ – ຮູບ: ສົມສະຫວິນ ]