3 ບໍລິສັດ ຈັບມືຕັ້ງ ບໍລິສັດ ຮິຕາຊິເອລີເວເຕີ ລາວຈຳໜ່າຍ ແລະ ໃຫ້ບໍລິການກ່ຽວກັບລິບ ຂັ້ນໄດເລື່ອນ

134

3 ບໍລິສັດ ຈາກປະເທດຍີ່ປຸ່ນ, ໄທ ແລະ ສປປ ລາວ ຈັບມືກັນຮ່ວມສ້າງຕັ້ງ ບໍລິສັດ ຮິຕາຊິເອລີເວເຕີ ລາວ ຂຶ້ນເພື່ອເປັນສາຂາຈຳໜ່າຍ ແລະ ໃຫ້ບໍລິການກ່ຽວກັບລິບ, ຂັ້ນໄດເລື່ອນ ພາຍຫຼັງທີ່ມາເຮັດການຕະຫຼາດຢູ່ລາວເກືອບ 20 ກວ່າປີ.

ທ່ານ ຮົວ ແສງອາລຸນ ປະທານ ບໍລິສັດ ຕັງຈະເລີນ ກໍ່ສ້າງເຄຫາສະຖານ ຈຳກັດ ໃນນາມຜູ້ຖືຫຸ້ນ ບໍລິສັດ ຮິຕາຊິເອລີເວເຕີ ລາວ ຈຳກັດ ກ່າວວ່າ: ບໍລິສັດ ຮິຕາຊິ ຈຳກັດ ປະເທດຍີ່ປຸ່ນ, ບໍລິສັດ ສະຢາມ ຮິຕາຊິເອລີເວເຕີ ຈຳກັດ ປະເທດໄທ ແລະ ບໍລິສັດ ຕັງຈະເລີນກໍ່ສ້າງເຄຫາສະຖານ ຈຳກັດ ກໍ່ຕັ້ງ ບໍລິສັດ ຮິຕາຊິ ເອລີເວເຕີລາວ ຈຳກັດ ຂຶ້ນເພື່ອເປັນສູນບໍ  ລິການຈຳໜ່າຍລິບ ແລະ ຂັ້ນໄດເລື່ອນ ຍີ່ຫໍ້ຮິຕາຊິ ( HITACHI ) ເຊິ່ງເປັນຜະລິດຕະພັນທີ່ມີຄຸນນະພາບ, ມາດຕະຖານລະດັບໂລກ ເພື່ອຮັບໃຊ້ ແລະ ບໍລິການໃຫ້ແກ່ສຳນັກງານອົງການຕ່າງໆ, ໂຮງແຮມ, ໂຮມໝໍ, ສູນການຄ້າ ແລະ ທີ່ຢູ່ອາໄສຂອງພໍ່ແມ່ປະຊາຊົນໃນ ສປປ ລາວ.

ທ່ານ ພອນເທບ ພອນປະພາ ກຳມະການຜູ້ຈັດການໃຫຍ່ ບໍລິສັດ ສະຢາມ ຮິຕາຊິເອລີເວເຕີ ຈຳກັດ ກ່າວວ່າ: ການຂະຫຍາຍທຸລະກິດລິບ, ຂັ້ນໄດເລື່ອນ ແລະ ທາງເລື່ອນເຂົ້າສູ່ໃນຕະຫຼາດ ສປປ ລາວ ໂດຍຜ່ານທາງ ບໍລິສັດ ສະຢາມ ຮິຕາຊິເອລີເວເຕີ ມາໄດ້ 20 ກວ່າປີແລ້ວ ເຊິ່ງໄດ້ສະໜອງລິບທີ່ມີຄຸນນະພາບສູງໃຫ້ແກ່ບັນດາໂຮງແຮມ, ຫ້ອງການຕ່າງໆໃນ ສປປ ລາວ ຫຼາຍແຫ່ງ ເຊັ່ນ: ບັນດາລິບທີ່ໂຮງແຮມແລນມາກ, ໂຮງແຮມດອນຈັນພາເລດ ແລະ ໂຄງການອື່ນໆ. ສະນັ້ນ, ເຫັນວ່າຕະຫຼາດລິບໃນລາວຍັງມີ ຄວາມຕ້ອງການ ແລະ ເຕີບໂຕຂຶ້ນເລື້ອຍໆ ເນື່ອງຈາກມີການພັດທະນາ, ສ້າງຕຶກອາຄານ ທັງ 3 ບໍລິສັດ ຈຶ່ງໄດ້ຈັບມືກັນກໍ່ຕັ້ງ ບໍລິສັດ ຮິຕາຊິເອລີເວເຕີ ລາວ ຂຶ້ນເພື່ອສະໜອງຄວາມຕ້ອງການ ແລະ ສ້າງຄວາມສະດວກສະບາຍໃນການບໍລິການໃຫ້ພີ່ນ້ອງພາຍໃນ ສປປ ລາວ.

ທ່ານ ຮິເດອາກິ ເຊກິ ຜູ້ບໍລິຫານລະດັບສູງ ບໍລິສັດ ຮິຕາຊິ ຈຳກັດ ກ່າວວ່າ: ບໍລິສັດ ຮິຕາຊິ ໄດ້ສ້າງຕັ້ງຂຶ້ນແຕ່ປີ 1910 ທີ່ປະເທດຍີ່ປຸ່ນ ແລະ ໄດ້ສະໜອງແກ້ໄຂບັນຫາຕ່າງໆ ໂດຍນຳໃຊ້ລະບົບເຕັກໂນໂລຊີລະດັບສູງ, ສະໜອງຜະລິດຕະພັນ ແລະ ໃຫ້ບໍລິການສະໜັບສະໜູນພື້ນຖານໂຄງລ່າງທາງສັງຄົມ ແລະ ຖານການຜະລິດທົ່ວໂລກ.

ພິທີເປີດໂຕ ບໍລິສັດ ຮິຕາຊິເອລີເວເຕີ ລາວ ຈຳກັດ ຈັດຂຶ້ນໃນວັນທີ 9 ຕຸລາ 2019 ທີ່ໂຮງແຮມແລກມາກ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທ່ານ ເຄອິໂຊະ ທາເຄວາກະ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ ພ້ອມດ້ວຍຜູ້ບໍລິຫານລະດັບສູງ ທັງ 3 ບໍລິສັດ ແລະ ແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.

[ ຂ່າວ: ສັນຕິ; ຮູບ: ສອນໄຊ ]