ນໍ້າງື່ມແຫ້ງກະທົບການຜະລິດກະສິກຳ ຜູ້ລ້ຽງປາກະຊັງ ທຸລະກິດເຮືອແພ ການສັນຈອນພົບຄວາມລຳບາກ

222

ນັບແຕ່ທ້າຍເດືອນກັນຍາເປັນຕົ້ນມາ ລະດັບນ້ຳງື່ມຫຼຸດລົງຕໍ່ເນື່ອງ ມາຮອດວັນທີ 8 ຕຸລາ 2019 ລະດັບນ້ຳງື່ມ ຢູ່ທ່າລາດ ແທກໄດ້ 4,40 ແມັດ, ປາກກະຍຸງ 2,50 ແມັດ ແລະ ຈຸດຕ່ຳສຸດແມ່ນຢູ່ເຂດເວີນຄຳ ລະດັບນ້ຳແທກໄດ້ 0,49 ແມັດເທົ່ານັ້ນ ອັນໄດ້ສົ່ງຜົນກະທົບຕໍ່ກັບຜູ້ລ້ຽງປາກະຊັງ, ທຸລະກິດເຮືອແພ, ການສັນຈອນເປັນໄປ – ມາພົບຄວາມລຳບາກ.


ທ່ານ ບຸນທັບ ວົງໄຊ ຮອງເຈົ້າເມືອງທຸລະຄົມ ແຂວງວຽງຈັນ ໃຫ້ສໍາພາດວ່າ: ລະດັບນໍ້າງື່ມເລີ່ມບົກແຫ້ງລົງຫຼາຍ ໄລຍະຕົ້ນເດືອນກັນຍາ 2019 ທີ່ຜ່ານມາ ໂດຍສະເພາະໄລຍະຝົນບໍ່ຕົກ ເຮັດໃຫ້ມີນໍ້າໜ້ອຍ ເຊິ່ງວັດແທກລະດັບນໍ້າທີ່ແຫ້ງຈາກລະດັບນໍ້າປົກກະຕິເຖິງ 3 – 4 ແມັດ, ເປັນການບົກແຫ້ງໃນຮອບ 50 ປີ; ຕໍ່ກັບສະພາບການດັ່ງກ່າວມັນກະທົບໂດຍກົງຕໍ່ການທໍາການຜະລິດຂອງປະຊາຊົນ ໂດຍສະເພາະແມ່ນການຜະລິດລະດູແລ້ງທີ່ຈະມາເຖິງນີ້. ພ້ອມດຽວກັນນັ້ນ, ກໍກະທົບເຖິງທ່າເຮືອ, ທ່າແພ ເຮັດໃຫ້ການສັນຈອນທາງນໍ້າພົບ ຄວາມຫຍຸ້ງຍາກລໍາບາກ.


ທ່ານ ນາງ ດາ ຜູ້ລ້ຽງປາກະຊັງ ຢູ່ບ້ານໄຮ່ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ສຳພາດເມື່ອວັນທີ 8 ຕຸລາຜ່ານມານີ້ ໃຫ້ຮູ້ວ່າ: ຫຼັງຈາກທີ່ນໍ້າງື່ມເລີ່ມບົກແຫ້ງລົງ ມັນໄດ້ສົ່ງຜົນກະທົບຕໍ່ທຸລະກິດການລ້ຽງປາກະຊັງຂອງຕົນເອງໂດຍກົງ ເນື່ອງຈາກນໍ້າຫຼຸດລົງຫຼາຍຕ້ອງໄດ້ຍັບກະຊັງລ້ຽງປາອອກຈາກແຄມຝັ່ງເຂົ້າໄປນໍ້າເລິກອີກ ເພື່ອໃຫ້ມີນໍ້າພຽງພໍໃນການລ້ຽງ, ບາງບ່ອນທີ່ນໍ້າແຫ້ງຈາກຕາຝັ່ງຫຼາຍ ກໍເຮັດໃຫ້ດິນເຈື່ອນລົງທັບກະຊັງປາ, ຈາກຈໍານວນປາທີ່ຕາຍປະມານ ວັນລະ 40 – 50 ກິໂລ ໃນຈຳນວນປາກະຊັງທີ່ລ້ຽງທັງໝົດ 80 ກວ່າກະຊັງ ເຊິ່ງຕາຍເພີ່ມຂຶ້ນເປັນ 2 ເທົ່າທຽບກັບໄລຍະປົກກະຕິ, ເຮັດໃຫ້ຕົ້ນທຶນການຜະລິດສູງຂຶ້ນ ເນື່ອງຈາກຕ້ອງໃຊ້ເວລາລ້ຽງປາໃຫ້ມີນໍ້າໜັກພໍຂາຍດົນຂຶ້ນ ຈາກປົກກະຕິ 4 ເດືອນ ກໍສາມາດຂາຍປາອອກໄດ້ແລ້ວ ກໍຕ້ອງເພີ່ມເວລາຂຶ້ນເປັນ 4 ເດືອນກວ່າ ຫຼື 5 ເດືອນ. ດັ່ງນັ້ນ, ຕົ້ນທຶນຊື້ຫົວອາຫານ ແລະ ອົກຊີແຊນກໍເພີ່ມຂຶ້ນຕາມໆກັນ.


ດ້ານທຸລະກິດຮ້ານອາຫານເຮືອແພ ເອື້ອຍຕຸກ ພະນັກງານຮ້ານອາຫານເຮືອແພເມືອງລາວ ຢູ່ບ້ານທ່າສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຮ້ານອາຫານຫາກໍເປີດໄດ້ 1 ປີກວ່າ ແຕ່ປີນີ້ກໍພົບວິກິດນໍ້າງື່ມບົກແຫ້ງ ເຮັດໃຫ້ການລ່ອງເຮືອທ່ຽວຊົມຕາມລຳນໍ້າງື່ມມີຄວາມຫຍຸ້ງຍາກ, ພົບອຸປະສັກຢູ່ຕະຫຼອດ ເນື່ອງຈາກນໍ້າຕື້ນ, ມີໂງ່ນຫີນ ແລະ ທ່ອນໄມ້ພົ້ນສູງຂຶ້ນ ເຊິ່ງມີສ່ຽງຕໍ່ອັນຕະລາຍທີ່ອາດເກີດຂຶ້ນໄດ້. ຢ່າງໃດກໍດີ, ລູກຄ້າທີ່ມາໃຊ້ບໍລິການຂອງຮ້ານກໍຍັງປົກກະຕິຄືເກົ່າ.


ດ້ານສະພາບລະດັບນ້ຳງື່ມ ລາຍງານຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ແຕ່ທ້າຍເດືອນສິງຫາ ຫາ ເດືອນຕຸລາ 2019 ເຫັນວ່າ: ລະດັບນ້ຳຢູ່ໜ້າເຂື່ອນນ້ຳງື່ມແຕ່ທ້າຍເດືອນສິງຫາ ທຽບໃສ່ເດືອນກັນຍາ ແລະ ຕຸລາ ແມ່ນເພີ່ມຂຶ້ນເລັກໜ້ອຍ ແຕ່ກົງກັນຂ້າມລະດັບນ້ຳຢູ່ລຸ່ມເຂື່ອນແຕ່ທ້າຍເດືອນສິງຫາ ຫາ ເດືອນກັນຍາ ແມ່ນໄດ້ຫຼຸດລົງເປັນລຳດັບ ໂດຍສະເພາະຢູ່ຈຸດເວີນຄຳ ໃນວັນທີ 8 ຕຸລາ 2019 ນີ້ ລະດັບນ້ຳແທກໄດ້ພຽງ 0,49 ແມັດ.