ບຸນມະໂຫລານສົ່ງເສີມການອ່ານ ນະຄອນຫຼວງວຽງຈັນ ຄັ້ງທີ 2 ຈະມີຫຼາກຫຼາຍກິດຈະກຳ

0
428

ພະແນກສຶກສາທິການ ແລະ ກີລາ ( ສສກ ) ນະຄອນຫຼວງວຽງຈັນ ( ນວ ) ຮ່ວມກັບບໍລິສັດ ປານຄຳຈຳປາ ໄດ້ຖະແຫຼງຂ່າວ ການຈັດບຸນມະໂຫ ລານສົ່ງເສີມການອ່ານ ນວ ຄັ້ງທີ 2 ຂຶ້ນທີ່ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ໃນວັນທີ 9 ຕຸລາຜ່ານມາ ໂດຍເຂົ້າຮ່ວມຂອງ ທ່ານ ສົມພອນ ສອນດາລາ ຮອງຫົວໜ້າພະແນກ ສສກ, ທ່ານ ວຽງສະໄໝ ພາສະເຫຼີມສຸກ ຮອງຫົວໜ້າຫ້ອງວ່າການ ນວ, ທ່ານ ມານະ ແຈ້ງມຸກ ຄະນະຈັດງານ ບໍລິສັດ ປານຄຳຈຳປາ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ສົມພອນ ສອນດາລາ ໄດ້ກ່າວວ່າ: ຜ່ານການຈັດບຸນມະໂຫລານສົ່ງເສີມການອ່ານ ຄັ້ງທີ 1 ໃນຕົ້ນປີ 2019 ຜ່ານມານີ້ເຫັນວ່າ ນັກຮຽນ, ນັກສຶກສາ ແລະ ພໍ່ແມ່ປະຊາຊົນ ຍັງບໍ່ທັນສົນໃຈຕໍ່ການອ່ານຫຼາຍເທົ່າທີ່ຄວນ, ບັນດາໂຮງຮຽນທີ່ຄັດເອົານັກຮຽນມາຮ່ວມງານແມ່ນຍັງບໍ່ທັນສົນໃຈປຶ້ມອ່ານຫຼາຍປານໃດ ສ່ວນຫຼາຍສົນໃຈການທ່ຽວງານ.


ສະນັ້ນ, ເພື່ອກະຕຸ້ນໃຫ້ຜູ້ອ່ານສົນໃຈການອ່ານຫຼາຍຂຶ້ນພ້ອມທັງເປັນການສົ່ງເສີມການອ່ານໃຫ້ກວ້າງຂວາງ ແລະ ທົ່ວເຖິງ, ໃຫ້ຄົນລາວໄດ້ມີໂອກາດສຳຜັດກັບປຶ້ມອ່ານນານາຊາດ, ໃຫ້ຊາວຕ່າງຊາດສຳຜັດກັບປຶ້ມລາວ, ໃຫ້ທຸກຄົນໃນສັງຄົມເຫັນຄວາມສຳຄັນຂອງການອ່ານ, ມີສ່ວນຮ່ວມໃນການສົ່ງເສີມການອ່ານ. ໃນງານມະໂຫລານສົ່ງເສີມການອ່ານ ນວ ຄັ້ງທີ 2 ນີ້ ຈະປະກອບດ້ວຍຫຼາກຫຼາຍກິດຈະກຳທີ່ກ່ຽວຂ້ອງກັບການສົ່ງເສີມການສຶກສາ, ກີລາ ແລະ ສິລະປະ ເປັນຕົ້ນແມ່ນການແຂ່ງຂັນໄດ້ລ້ານ ເພື່ອລະນຶກເຖິງບຸນຄຸນຂອງຄູ ເຊິ່ງມີທັງໝົດ 10 ລາຍການ ຄື: ປະກວດບົດຄວາມ “ ຄູໃນດວງໃຈ ”, ແຂ່ງຂັນເວົ້າ “ ຄູຄົນທຳອິດຂອງຂ້ອຍ ” ພາສາລາວ ແລະ ອັງກິດ, ຖາມ – ຕອບຫົວຂໍ້ອາຊຽນ, ປະກວດຮູບເງົາສັ້ນ “ ສຸດຍອດອາຈານໃນດວງໃຈ ”, ຮູບຖ່າຍ “ ຄູຂອງຂ້ອຍ ”, ຮ້ອງເພງ/ແຕ່ງເພງ, ເຕັ້ນ, ບົດຟ້ອນ, ເລົ່ານິທານປະກອບການສະແດງ ແລະ ປະກວດຫ້ອງວາງສະແດງດີເດັ່ນ. ນອກນັ້ນ, ຍັງຈະມີກິດຈະກຳອື່ນໆອີກທີ່ຫຼາກຫຼາຍຕະຫຼອດງານ.


ງານມະໂຫລານສົ່ງເສີມການອ່ານ ນວ ຄັ້ງທີ 2 ຈະຈັດຂຶ້ນລະຫວ່າງວັນທີ 19 – 27 ຕຸລາ 2019 ນີ້ ເລີ່ມແຕ່ເວລາ 9:00 ໂມງ ຫາ 20:00 ໂມງ ທີ່ສູນການຄ້າວຽງຈັນເຊັນເຕີ.

LEAVE A REPLY

Please enter your comment!
Please enter your name here