ອຸດົມໄຊ! ກວດພົບພະຍາດ H5N6 ນຳສັດປີກ ຢູ່ຕະຫຼາດບ້ານຖິ່ນ ຫຼັງນຳເຂົ້າຈາກຕ່າງປະເທດ

443

ອີງຕາມບົດລາຍງານຂອງຂະແໜງລ້ຽງສັດ ແລະ ການປະມົງ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງອຸດົມໄຊ ສະບັບເລກທີ 415/ຂລປ. 019 ລົງວັນທີ 3 ຕຸລາ 2019 ໃຫ້ຮູ້ວ່າ ສູນວິໄຈພະຍາດສັດໄດ້ກວດພົບເຊື້ອພະຍາດ H5N6 ຈາກສັດປີກຢູ່ຕະຫຼາດບ້ານຖິ່ນ ເມືອງໄຊ ແຂວງ ອຸດົມໄຊ, ແລະ ອີງໃສ່ ກອງປະຊຸມພະຍາດໄຂ້ຫວັດຄັ້ງວັນທີ 25-26 ກັນຍາ 2019 ທີ່ແຂວງ ຈໍາປາສັກກໍ່ຢັ້ງຢືນວ່າເຊື້ອພະຍາດຊະນິດນີ້ຮ້າຍແຮງຫຼາຍ.

ເປັນພຽງພາບປະກອບຂ່າວ

ໃນກອງປະຊຸມທີ່ແຂວງຈຳປາສັກນັ້ນ ໄດ້ມີການຢືນຢັນວ່າ ພົບເຊື້ອພະຍາດ H5N6 ໃນເປັດ ຢູ່ຕະຫຼາດບ້ານຖິ່ນເມືອງໄຊ ເຊິ່ງເປັນເຊື້ອພະຍາດທີ່ສາມາດຕິດແປດໃສ່ຄົນ ແລະ ພາໃຫ້ເສຍຊີວິດເຖິງ 60% ສ່ວນສັດປີກແມ່ນບໍ່ສະແດງອາການຫຍັງ.

ເປັນພຽງພາບປະກອບຂ່າວ

ເມື່ອເປັນດັ່ງນັ້ນ, ຂະແໜງລ້ຽງສັດ ແລະ ການປະມົງ ຈຶ່ງໄດ້ແຕ່ງຕັ້ງວິຊາການເກັບຂໍ້ມູນຄືນໃໝ່ ເຊິ່ງມີລາຍລະອຽດລຸ່ມນີ້:
ໃນວັນທີ 28 ກັນຍາ 2019 ທິມງານຂອງກົມລ້ຽງສັດ ແລະ ການປະມົງ ສົມທົບກັບວິຊາການຂະ ແໜງລ້ຽງສັດ ແລະ ການປະມົງ, ວິຊາການໜ່ວຍງານລ້ຽງສັດ ແລະ ການປະມົງ ເມືອງໄຊ ໄດ້ລົງເກັບຕົວຢ່າງ ສັດປີກ (ເປັດ-ໄກ່) ຈໍານວນ 61 ຕົວຢ່າງ ຢູ່ຕະຫຼາດບ້ານຖິ່ນ ເມືອງໄຊ ເພື່ອສົ່ງເຂົ້າຫ້ອງ ວິໄຈພະຍາດສັດ ຢູ່ສູນວິໄຈພະຍາດສັດຂອງກົມລ້ຽງສັດ ແລະ ການປະມົງ ເຊິ່ງຜົນຂອງການວິໄຈແມ່ນ ພົບເຊື້ອພະຍາດດັ່ງກ່າວຢູ່ນໍາຕົວຢ່າງເປັດ.

ເປັນພຽງພາບປະກອບຂ່າວ

ສຳລັບຈຳນວນສັດປີກ ທີ່ໄດ້ເກັບຕົວຢ່າງຄັ້ງນີ້ ແມ່ນມີຜູ້ປະກອບການເປັນແມ່ຄ້າຈາກບ້ານຫຼັກສິບ ເມືອງໄຊ ນຳເຂົ້າຈາກປະເທດເພື່ອບ້ານ ຜ່ານດ່ານສາກົນ ແຂວງບໍ່ແກ້ວ ແລ້ວມາສົ່ງໃຫ້ແມ່ຄ້າເພື່ອຂາຍຕໍ່ຢູ່ຕະຫຼາດ ເຊິ່ງການນໍາເຂົ້າມາແຕ່ລະຄັ້ງແມ່ນປະມານ 300-400 ໂຕ/ອາທິດ.

ເປັນພຽງພາບປະກອບຂ່າວ