ທີມຊາດລາວ ກຽມຄັດໃຫ້ເຫຼືອ 20 ຄົນກ່ອນລຸຍຊີເກມ 2019 ວາງແຜນໄປເກັບຕົວທີ່ ກາຕາ

166

ທີມຊາດລາວ ຊຸດກຽມເຂົ້າຮ່ວມຊີເກມ ຄັ້ງທີ 30 ທີ່ປະເທດຟີລິບປິນ ໃນທ້າຍເດືອນພະຈິກນີ້ ປະກາດ 40 ນັກເຕະອອກມາຢ່າງເປັນທາງການ ພາຍໃຕ້ການນໍາທີມຂອງ ທ່ານ SUNDRAM MOORTHY ຫົວໜ້າຄູຝຶກທີມຊາດລາວ ຊາວສິງກະໂປ ໂດຍຈະຄັດເອົາພຽງ 20 ຄົນ ແລະ ອາຍຸເກີນອີກ 2 ຄົນ ກ່ອນເຂົ້າຮ່ວມການແຂ່ງຂັນ ແລະ ວາງແຜນໄປເກັບຕົວຝຶກຊ້ອມຢູ່ທີ່ປະເທດກາຕາ ໃນລະຫວ່າງວັນທີ 10 – 18 ພະຈິກ 2019.

ລາຍຊື່ນັກກີລາ 40 ຄົນ ມີດັ່ງລຸ່ມນີ້:

ຜູ້ຮັກສາປະຕູ: ແກ້ວອຸດອນ ສຸວັນນະສັງໂສ ຈາກກອງທັບ ເອັຟຊີ, ໄຊສະຫວາດ ສຸວັນນະໂຊກ ຈາກຊ້າງນ້ອຍ ເອັຟຊີ, ສໍລະສັກ ທິລະວົງ ຈາກ ຊ້າງນ້ອຍ ເອັຟຊີ, ພາລະດອນ ມະນີຄຳ ຈາກນະຄອນຫຼວງ ເອັຟຊີ ແລະ ວິລະພົງ ພູມສະຫວັດ ຈາກ ເຄວສ ຢູໄນເຕັດ.

ກອງຫຼັງ: ທິບພະຈັນ ອີນທະວົງ ຈາກລາວໂຕໂຢຕ້າ ເອັຟຊີ, ບຸນພິທັກ ຈັນທະລັງສີ ຈາກລາວໂຕໂຢຕ້າ ເອັຟຊີ, ກ້າຫານ ເພັດສີວິໄລ ຈາກຊ້າງນ້ອຍ ເອັຟຊີ, ກິດຕິສັກ ພົມວົງສາ ຈາກຊ້າງນ້ອຍ ເອັຟຊີ, ອາພິໄຊ ຖານະຂັນຕີ ຈາກຊ້າງນ້ອຍ ເອັຟຊີ, ວັນນາ ບຸນຫຼໍ່ວົງສາ ຈາກຊ້າງນ້ອຍ ເອັຟຊີ, ໄຊຍະສິດ ສິງສະຫວ່າງ ຈາກຊ້າງນ້ອຍ ເອັຟຊີ, ອານຸລັກ ວັນນະລາດ ຈາກຊ້າງນ້ອຍ ເອັຟຊີ, ພິມມະສອນ ຈຳປາທອງ ຈາກກອງທັບ ເອັຟຊີ, ອານັນຕະຊາ ສີພົງພັນ ຈາກເອັສຣາ ເອັຟຊີ, ພຸດທະສິດ ພົມມະໃຈ ຈາກສະໂມສອນ ປກສ ເອັຟຊີ ແລະ ຄຳສະຫງ່າ ພິມມະສອນ ຈາກ ແຂວງຈຳປາສັກ.

ກອງກາງ: ພຸດທະໄຊ ໂຄຈະເລີນ ຈາກນະຄອນປະຖົມ ຢູໄນເຕັດ, ຈິດປະສົງ ລັດທະຈັກ ຈາກຊ້າງນ້ອຍ ເອັຟຊີ, ພິທັກ ກອງມາທິລາດ ຈາກ ອາຍຸດ   ທະຍາ ຢູໄນເຕັດ, ສົມລິດ ແສງວັນນີ ຈາກຊ້າງນ້ອຍ ເອັຟ ຊີ, ຈັນທະຈອນ ທີໂນລາດ ຈາກ ຊ້າງນ້ອຍ ເອັຟຊີ, ສົມສະຫວາດ ສໍພາບມີໄຊ ຈາກ ລາວໂຕໂຢຕ້າ ເອັຟຊີ, ລັດທະໄຊ ລຸນລາສີ ຈາກ ຊ້າງນ້ອຍ ເອັຟຊີ, ພັດທະນາ ພົມມະເທບ ຈາກ ພູເກັດ ຊິດຕີ້, ທະນູທອງ ກຽດນະລົງລົບ ຈາກ ວຽງຈັນ ເອັຟທີ,  ອາລຸນໄນ ລຸນລາສີ ຈາກ ລາວໂຕໂຢຕ້າ ເອັຟຊີ, ພຸດທະລັກ ທອງສະໜິດ ຈາກ ເອັສຣາ ເອັຟຊີ, ບຸນມີ ປິ່ນແກ້ວ ຈາກ ແຂວງຈຳປາສັກ, ຈັນສະໝອນ ພົມມະລີວົງ ຈາກ ຊ້າງນ້ອຍ ເອັຟຊີ, ມະໂນລົມ ເພັດພັກດີ ຈາກ ສະໂມສອນ ລາວໂຕໂຢຕ້າ ເອັຟຊີ, ບຸນພະຈັນ ບຸນກອງ ຈາກ ຊ້າງນ້ອຍ ເອັຟຊີ, ລູ້ງເລືອງ ແກ້ວພູວົງ ຈາກ ຊ້າງນ້ອຍ ເອັຟຊີ.

ກອງໜ້າ: ສຸກອາພອນ ວົງຈຽງຄຳ ຈາກ ໄຊນາດ ເອັຟຊີ, ສົມໄຊ ແກ້ວຫານາມ ຈາກ ຊ້າງນ້ອຍ ເອັຟຊີ, ອາຄົມ ທໍລະນີນ ຈາກ ຊ້າງນ້ອຍ ເອັຟຊີ, ວັນນະສອນ ດວງໄມຕີ ຈາກ ຊ້າງນ້ອຍ ເອັຟຊີ, ໂຈນີ ແຫວ່ນປະເສີດ ຈາກ ເອັສຣາ ເອັຟຊີ ແລະ ຕີ ສີຫາລາດ ຈາກ ກອງທັບ ເອັຟຊີ.