ຜົ້ງສາລີແຈ້ງ! ຫ້າມບໍລິໂພກ, ຈຳໜ່າຍສັດປີກທີ່ນຳເຂົ້າໄລຍະນີ້ເດັດຂາດ

196

ເພື່ອເຮັດໃຫ້ສິນຄ້າ ສະບຽງອາຫານ ໃນທ້ອງຕະຫຼາດມີສະຖຽນລະພາບ ເວົ້າສະເພາະແມ່ນເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຜູ້ຊົມໃຊ້, ປະໂຫຍດຂອງລັດ ແລະ ຜູ້ປະກອບທຸລະກິດ, ປະຊາຊົນບັນດາເຜົ່າ ເພື່ອບໍ່ໃຫ້ໄດ້ຮັບຜົນກະທົບຈາກການບໍລິໂພກຊີ້ນ (ໄກ່ – ເປັດ) ທີ່ມີເຊື້ອພະຍາດ H5N6 ຕາມການວິໄຈຂອງຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກໍາ ແຂວງອຸດົມໄຊ ໃນຄັ້ງວັນທີ 27 ກັນຍາ 2019 ຜ່ານມາ.

ສະນັ້ນ, ແນໃສ່ເຮັດໃຫ້ການຄຸ້ມຄອງ ແລະ ປ້ອງກັນບໍ່ໃຫ້ເຊື້ອພະຍາດດັ່ງກ່າວ ແຜ່ຂະຫຍາຍອອກໄປເຂດອື່ນ ໂດຍສະເພາະແມ່ນແຂວງຜົ້ງສາລີ ເຊິ່ງມີຊາຍແດນຕິດຈອດກັບແຂວງ ທີ່ມີການກວດພົບເຊື້ອພະຍາດ H5N6 ຂອງສັດປີກ. ດັ່ງນັ້ນ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຜົ້ງສາລີ ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 0939/ພອຄ.ຜລ ລົງວັນທີ 10 ຕຸລາ 2019 ເຖິງ: ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ ໃນຂອບເຂດທົ່ວແຂວງ. ເລື່ອງ: ໃຫ້ເອົາໃຈໃສ່ຕິດຕາມ ກວດກາສະກັດກັ້ນການເຄື່ອນຍ້າຍປະເພດ ສັດປີກ (ໄກ່ – ເປັດ ) ຊິ້ນສ່ວນຕ່າງໆໃນຊ່ວງໄລຍະເຊື້ອພະຍາດ H5N6 ແລະ ຫ້າມບໍ່ໃຫ້ມີການຈໍາໜ່າຍ ຫຼື ບໍລິໂພກ ໃນຂອບເຂດພາຍໃນເມືອງຂອງຕົນ.

ໂດຍອີງຕາມ ກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ສະບັບເລກທີ 02/ສພຊ, ລົງວັນທີ 30 ມິຖຸນາ 2010; ອີງຕາມ ບົດລາຍງານຂອງພະແນກກະສິກາ ແລະ ປ່າໄມ້ ແຂວງອຸດົມໄຊ ສະບັບເລກທີ 415/ຂລປ.019, ລົງວັນທີ 3 ຕຸລາ 2019 ແລະ ອີງຕາມ ທິດຊີ້ນໍາຂອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ຄັ້ງວັນທີ 07 ຕຸລາ 2019.

ເຊິ່ງໃນແຈ້ງການໄດ້ລະບຸດັ່ງນີ້: ໃຫ້ບັນດາຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ເພື່ອພ້ອມກັນເເຕ່ງຕັ້ງວິຊາການຂອງຕົນ ລົງເຄື່ອນໄຫວຕິດຕາມກວດກາ ແລະ ສະກັດກັ້ນບໍ່ໃຫ້ມີການເຄື່ອນຍ້າຍນໍາເຂົ້າເປັດ – ໄກ່ ຈາກບັນດາແຂວງໃກ້ຄຽງ ແລະ ຈາກຕ່າງປະເທດ ເປັນຕົ້ນແມ່ນ ໄກ່ປອກ, ເປັດປອກ ແລະ ຊິ້ນສ່ວນຕ່າງໆຈາກສັດປີກ ຢ່າງເດັດຂາດ ໃນໄລຍະໂລກລະບາດພະຍາດ H5N6 ຢູ່ແຂວງອຸດົມໄຊ ທີ່ມີຊາຍແດນຕິດກັບແຂວງຜົ້ງສາລີ.

ເອົາໃຈໃສ່ເຄື່ອນໄຫວຕາມພາລະບົດບາດແລະ ກວດກາການເຄື່ອນຍ້າຍ ແລະ ຊື້ – ຂາຍ ຕາມຈຸດຕ່າງໆ ແລະ ພາຍໃນຕະຫຼາດຂອບເຂດເມືອງຂອງຕົນ ຢ່າງໃກ້ສິດ ແລະ ຖ້າຫາກກໍລະນີກວດພົບເຫັນ ແລະ ມີການລັກລອບການ ເຄື່ອນຍ້າຍ ຫຼື ນໍາເຂົ້າສັດປີກປະເພດ ເປັດ ໄກ່ທີ່ບໍ່ຖືກຕ້ອງ ແລະ ບໍ່ໄດ້ຮັບການອະນຸຍາດຈາກພາກສ່ວນກ່ຽວຂ້ອງກ່ອນນັ້ນ ແມ່ນໃຫ້ຍືດເພື່ອໃຫ້ຂະແໜງການກ່ຽວຂ້ອງກວດກາວິໄຈກ່ອນ ຖ້າພົບເຫັນເຊື້ອພະຍາດດັ່ງກ່າວແມ່ນໃຫ້ທໍາລາຍຖິ້ມ ຕາມລະບຽບການຢ່າງເຂັ້ມງວດ.

ໃນຊ່ວງໄລຍະທີ່ມີການກວດກາພົບເຫັນເຊື້ອພະຍາດ ເປັດ – ໄກ່ ປະເພດ H5N6 ນັ້ນ ແມ່ນບໍ່ໃຫ້ບໍລິການຂ້າຄົວ ຫຼື ຈໍາໜ່າຍໃນທ້ອງຕະຫຼາດ ແລະ ຮ້ານອາຫານກິນດື່ມຕ່າງໆ ຢ່າງເດັດຂາດຈົນກວ່າຈະມີແຈ້ງການສະບັບໃໝ່.
ພາຍຫຼັງສໍາເລັດການຈັດຕັ້ງປະຕິບັດແລ້ວ ໃຫ້ສະຫຼຸບລາຍງານການຈັດຕັ້ງປະຕິບັດສົ່ງໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ (ຂະແໜງການຄ້າພາຍໃນ) ເປັນແຕ່ລະໄລຍະຢ່າງເປັນປົກກະຕິ.