ກອງປະຊຸມສະພາວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້ ຄັ້ງທີ I ໄດ້ຮັບຮອງເອົາ 3 ໂຄງການຄົ້ນຄວ້າວິທະຍາສາດ

169

ກອງປະຊຸມສະພາວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້ ຄັ້ງທີ I ໄດ້ຮັບຮອງເອົາ 3 ໂຄງການຄົ້ນຄວ້າວິທະຍາສາດ ເພື່ອໃຫ້ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການ ພ້ອມປັບຕົວໄປຕາມສະພາບເສດຖະກິດໃນແຕ່ລະໄລຍະ, ການຕະຫຼາດໂລກ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ.


ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນວັນທີ 9 ຕຸລາ 2019 ທີ່ກະຊວງກະສິກໍາ ແລະ ປ່າໄມ້ ( ກປ ) ໂດຍການເປັນປະທານຂອງ ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີ ກະຊວງ ກປ ທັງເປັນຮອງປະທານສະພາວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້; ມີຕາງໜ້າຈາກຫ້ອງການສະພາວິທະຍາສາດແຫ່ງຊາດ, ມີບັນດາຫົວໜ້າກົມ, ຮອງກົມ ພາຍໃນກະຊວງ ກປ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ບຸນຂວາງ ຄໍາບຸນເຮືອງ ໃຫ້ຮູ້ວ່າ: ການຈັດກອງປະຊຸມໃນຄັ້ງນີ້ຂຶ້ນ ກໍເພື່ອສ້າງຄວາມເປັນເອກະພາບໃນການຈັດຕັ້ງເຄື່ອນໄຫວ ເພື່ອຍົກລະດັບການຄົ້ນຄວ້າວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້, ເຕັກໂນໂລຊີ, ນະວັດຕະກໍາເຂົ້າສູ່ການນໍາໃຊ້ການຜະລິດ, ປຸງແຕ່ງ, ການຕະຫຼາດ ແລະ ການຄຸ້ມຄອງໃຫ້ມີປະສິດທິຜົນ, ມີນັກວິທະຍາສາດ, ນັກຄົ້ນຄວ້າຂອງຂະແໜງການຢ່າງຫຼາກຫຼາຍ, ທັງຂະຫຍາຍຂອບເຂດການຄົ້ນຄວ້າທົດລອງໃຫ້ກວ້າງອອກອີກ ສອດຄ່ອງກັບການເຊື່ອມໂຍງດ້ານວິທະຍາສາດ – ເຕັກນິກ, ເສດຖະກິດກັບພາກພື້ນ ແລະ ສາກົນ.


ທ່ານ ສົມໄຊ ສີຊານົນ ຫົວໜ້າກົມນະໂຍບາຍ ແລະ ນິຕິກໍາ ກະຊວງ ກປ ໄດ້ຂຶ້ນລາຍງານກ່ຽວກັບວຽກງານສະພາວິທະຍາສາດເຕັກນິກກະສິກໍາ ແລະ ປ່າໄມ້ ວ່າ: ອີງໃສ່ທ່າອ່ຽງຂອງໂລກໃນປັດຈຸບັນ ບໍ່ວ່າຈະເປັນດ້ານການປ່ຽນແປງດິນຟ້າອາກາດ, ສະພາບເສດຖະກິດ ແລະ ການຕະຫຼາດ ຄວາມຕ້ອງການໃຫ້ມີການຜະລິດຜົນຜະລິດກະສິກໍາທີ່ມີຄວາມພຽງພໍ, ມີຄຸນນະພາບ ແລະ ມີຄວາມປອດໄພ. ມັນຮຽກຮ້ອງໃຫ້ບັນດາປະເທດໃນໂລກ ຕ້ອງໄດ້ສຸມໃສ່ການຄົ້ນຄວ້າ ແລະ ພັດທະນາເຕັກນິກ, ນະວັດຕະກໍາ, ວິທີການ, ຮູບແບບການຜະລິດໃຫ້ສາມາດຕອບສະໜອງທັງຄວາມຕ້ອງການ, ສາມາດປັບຕົວໄປຕາມສະພາບເສດຖະກິດ, ການຕະຫຼາດໂລກ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ.


ພາຍໃນກອງປະຊຸມຍັງໄດ້ຮັບຮອງເອົາບົດໂຄງການຄົ້ນຄວ້າວິທະຍາສາດຂອງຂະແໜງການ ຈໍານວນ 3 ໂຄງການ ຄື:1). ໂຄງການຄົ້ນຄວ້າເພື່ອການອະນຸຮັກ, ນໍາໃຊ້ ແລະ ພັດທະນາແນວພັນງົວພື້ນເມືອງຂອງລາວ; 2). ໂຄງການປັບປຸງແນວພັນເຂົ້າ ເພື່ອເປັນສະບຽງອາຫານ ແລະ ເປັນສິນຄ້າເພື່ອປັບຕົວກັບການປ່ຽນແປງດິນຟ້າອາກາດ ໂດຍນໍາໃຊ້ເຕັກໂນໂລຊີ ຊີວະພາບ ( MAS ) ຊ່ວຍໃນການປັບປຸງພັນ; 3). ໂຄງການຄົ້ນຄວ້າ ແລະ ພັດທະນາແຫຼ່ງແກ່ນພັນໄມ້ພື້ນເມືອງ.

[ ຂ່າວ: ເອຢິບ; ຮູບ: ສອນໄຊ ]