ພາກເໜືອ-ພາກກາງ ບາງທ້ອງຖິ່ນຈະມີຝົນປົນໜາວ

431

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ພະຍາກອນອາກາດເວລາ 12:00 ໂມງຂອງວັນທີ 10 ຕຸລາ 2019ວ່າ: ຄວາມກົດດັນສູງຂອງອາກາດເຢັນ ທີ່ປະເທດຈີນຍັງສືບຕໍ່ແຜ່ລົງມາປົກຄຸມຢູ່ທາງພາກ ເໜືອລົງຫາພາກກາງຂອງປະເທດລາວດ້ວຍກຳລັງອ່ອນ, ສົມທົບກັບກະແສລົມຕາເວັນອອກ – ຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອາກາດຍັງເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ຢູ່ແຂວງພາກເໜືອ ແລະ ພາກກາງດ້ານຕາເວັນອອກ ແລະ ຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ.

ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ, ຊຳເໜືອ ແລະ ຊຽງຂວາງ) ອາກາດເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກ, ຟ້າຮ້ອງ, ໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ. ອຸນຫະພູມໃນລະຫວ່າງ 17-27 ອົງສາ.

ພາກເໜືອດ້ານຕາເວັນຕົກ (ອຸດົມໄຊ, ຫ້ວຍຊາຍ, ຫຼວງນໍ້າທາ, ເມືອງສິງ, ວຽງພູຄາ, ຫຼວງພະບາງ ແລະ ໄຊຍະບູລີ) ອາກາດເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າແລະ ຈະມີຝົນຕົກໃນລະດັບຄ່ອຍ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ໄຊຍະບູລີ. ອຸນຫະພູມໃນລະຫວ່າງ 19-34 ອົງສາ.

ພາກກາງ (ໂພນໂຮງ, ປາກຊັນ,ຫຼັກ 20 ເມືອງວຽງທອງ, ນາກາຍ, ທ່າແຂກ, ສະຫວັນນະເຂດ ແລະ ເຊໂນ) ອາກາດຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍທ້າຍຕອນບ່າຍ ຫາກາງຄືນ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ. ອຸນຫະພູມໃນລະຫວ່າງ 20-34 ອົງສາ. ສຳລັບແຂວງ ໄຊສົມບູນ ອາກາດເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກ, ຟ້າຮ້ອງ ໃນລະດັບຄ່ອຍຢູ່ບາງບໍລິເວນຕື່ມອີກ. ອຸນຫະພູມໃນລະຫວ່າງ 15-26 ອົງສາ. ສະເພາະນະຄອນຫຼວງວຽງຈັນ ອາກາດຮ້ອນ ພ້ອມມີລົມພັດແຮງເປັນບາງຖອກາດ ແລະ ຈະມີຝົນຕົກ ໃນລະດັບຄ່ອຍ ຢູ່ບາງບໍລິເວນ ໃນຕອນກາງຄືນ. ອຸນຫະພູມໃນລະຫວ່າງ 25-33 ອົງສາ.

ພາກໃຕ້ ( ປາກເຊ, ປາກຊ່ອງ, ນິຄົມ34,ສາລະວັນ, ເຊກອງ, ທ່າແຕງ,ດາກຈຶງ ແລະ ອັດຕະປື) ອາກາດຮ້ອນ ແລະ ຈະມີຝົນຕົກ, ຟ້າຮ້ອງ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ພ້ອມຈະມີລົມພັດແຮງເປັນບາງໂອກາດ, ອຸນຫະພູມໃນລະຫວ່າງ 22-33 ອົງສາ. ສຳລັບເຂດພູພຽງບໍລິເວນ ອາກາດໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນຕື່ມອີກ. ອຸນຫະພູມໃນລະຫວ່າງ 12-27 ອົງສາ.