ສະຫາຍ ສົມຫວັງ ພອນຄຳວົງສາ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກເມືອງນ້ຳບາກ

261

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງນ້ຳບາກຄັ້ງທີ IX ໄດ້ດຳເນີນຂື້ນໃນລະຫວ່າງ ວັນທີ 8-9 ຕຸລານີ້ ພາຍໃຕ້ຄໍາຂັວນ “ເພີ່ມທະວີຄວາມສາມັກຄີເປັນເອກະພາບ, ຍົກສູງບົດບາດ ແລະ ຄວາມສາມາດນຳພາຂອງອົງຄະນະພັກ, ສ້າງບັນດາປະຖົມປັດໃຈ ເພື່ອເປັນເງື່ອນໄຂ ໃຫ້ເມືອງນໍ້າບາກກ້າວຂື້ນເປັນເມືອງເຂັ້ມແຂງຮອບດ້ານ” ມີ ສະຫາຍ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຜູ້ແທນກອງປະຊຸມໃຫຍ່ ຈຳນວນ 153 ສະຫາຍ, ຍີງ 8 ສະຫາຍ, ມີໜ້ໜ້າຕົວຈິ່ງ152 ສະຫາຍ, ຍິງ 8 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກ 2.356 ສະຫາຍໃນທົ່ວເມືອງ ແລະຜູ້ແທນຮັບເຊີນເຂົ້າຮ່ວມ.

 

 

ກອງປະຊຸມຄັງນີ້ ຜູ້ແທນສົມບູນ ໄດ້ເປັນເອກະສັນກັນ ຮັບຮອງເອົາບົດລາຍງານການເມືອງທັງສອງພາກ, ແຜນພດທະນາເສດຖະກິດ-ສັງຄົມ ຂອງເມືອງ ແຕ່ປີ 2014-2020 ແລະທິດທາງ ແຜນການ 2020-2025, ບົດສໍາຫຼວດ ການນຳພາລວມ ຂອງຄະນະບໍລິຫານງານພັກເມືອງ ຊຸດທີ່ VIII ຍົກໃຫ້ເຫັນ ດ້ານດີທີ່ຕັ້ງໜ້າ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ທອດຄອນໄດ້ໃນການຊີ້ນຳ-ນຳພາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃນໄລຍະ 5 ປີຜ່ານມາ, ພ້ອມທັງ ດຳເນີນການ ປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ມີຜູ້ຮັບສະໝັກເລືອກຕັ້ງ 29 ສະຫາຍ ຍີງ 3 ສະຫາຍ ເລືອກເອົາ ສະຫາຍ 25 ສະຫາຍ, ຜ່ານການປ່ອນບັດ ແລະດຳເນີນກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກເອົາ ສະຫາຍ ສົມຫວັງ ພອນຄຳວົງສາ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ຫຸມເພັງ ໂພທິທຳ ເປັນຮອງເລຂາ ທັງເປັນປະທານກວດກາພັກ, ສະຫາຍ ຄຳສະໝອນ ເພັດດາລາ ເປັນຮອງເລຂາ.

ໂອກາດນີ້ ສະຫາຍ ຄຳຂັນ ຈັນທະວີສຸກ ໄດ້ມີຄຳເຫັນເນັ້ນໃຫ້ຜູ້ແທນກອງປະຊຸມ ຕ້ອງເຂົ້າໃຈແຈ້ງ, ຮັບຮູ້ແຈ້ງ ແລະມີສະຕິ ລະວັງຕົວສູງ ແລະເປັນເຈົ້າຕົນເອງປັບປຸງໜ່ວຍພັກ, ປັບປຸງອົງການແນວໂຮມ, ອົງການມະຫາຊົນ, ນັບຮົບເກົ່າ, ກອງຫລອນ, ປ້ອງກັນບ້ານໃຫ້ເຂັ້ມແຂງ, ເຮັດໃຫ້ບ້ານ, ຄອບຄົວມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍເທົ່ານັ້ນ, ທົ່ວເມືອງຈິ່ງຈະມີຄວາມສະຫງົບ, ມີຄວາມປອດໄພ, ແນວ ທາງປ້ອງກັນຊາດ – ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ; ສໍາລັບຄະນະພັກເມືອງ, ກອງບັນຊາການທະຫານເມືອງ, ກອງບັນຊາການ ປກສ ເມືອງ ແລະບັນດາຂະແໜງການຕ່າງໆ ຕ້ອງມີມາດຕະການສືບຕໍ່ລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ.

ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ IX ຂອງອົງຄະນະພັກເມືອງນໍ້າບາກ ໄດ້ເປັນເອກະສັນຮັບຮອງເອົາ ທິດທາງແຜນການໃນ 5 ປີໃນຕໍ່ໜ້າແຕ່ປີ 2020-2025 ໂດຍຈະສູ້ຊົນເຮັດໃຫ້ເມືອງນໍ້າບາກ ມີຄວາມໜັກແໜ້ນທາງດ້ານການເມືອງ, ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ທາງດ້ານສັງຄົມບົນພື້ນຖານຕັ້ງໜ້າແກ້ໄຂໜໍ່ແໜງ ກໍ່ໃຫ້ເກີດຄວາມບໍ່ສະຫງົບທີ່ເກີດຂຶ້ນໃນສັງຄົມ ທັງເອົາໃຈໃສ່ປັບປຸງຄຸນນະພາບ ຂອງກຳລັງປະກອບອາວຸດໃຫ້ນັບມື້ດີຂຶ້ນ.

 

ຮັບປະກັນໃຫ້ເສດຖະກິດ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບສະເລ່ຍ 8 % ຕໍ່ປີ ທັງມີຄວາມໝັ້ນທ່ຽງ ແລະຖືກທິດ ດ້ວຍການພັດທະນາດ້ານກະສິກຳ ເປັນສີ້ນຄ້າ ແລະ ຍືນຍົງ, ຖືເອົາການລ້ຽງສັດໃຫຍ່ປະເພດ ປະເພດ ງົວ, ຄວາຍ, ການລ້ຽງ ໝູ, ແບ້, ປາ, ກົບ ແລະ ອຶ່ນ ເປັນຕົ້ນຕໍ ດ້ວຍການຈັດຕັ້ງລ້ຽງເປັນລັອກເປັນກຸ່ມ ຕິດພັນກັບການປູກຫຍ້າອາຫານສັດ, ເອົາການປູກພືດຜັກແບບປະສົມປະສານ, ພືດອຸດສາຫະກຳ, ຕົ້ນໄມ້ອຸດສາຫະກຳ ເປັນສຳຄັນ ຕິດພັນກັບການຂະຫຍາຍຕາໜ່າງບໍລິການຢ່າງກ້ວາງຂວາງ, ຮອດປີ 2025 ລວມຍອດຜະລິດຕະພັນພາຍໃນໃຫ້ບັນລຸໄດ້ 1,858 ຕື້ກີບ, ລາຍຮັບສະເລ່ຍໃຫ້ໄດ້ 23 ລ້ານ 7 ແສນກ່ວາກີບ ຫຼື ເທົ່າກັບ 2.970 ໂດລາ ຕໍ່ຄົນຕໍ່ປີ ແກ້ໄຂຄອບຄົວທຸກຍາກ(ຕາມດຳລັດ 348/ລບ) ໃຫ້ໄດ້ຈໍານວນ 1,110 ຄອບຄົ, ລຶບລ້າງບ້ານທຸກຍາກໃຫ້ໄດ້ 17 ບ້ານ, ຮອດປີ 2025 ສ້າງບ້ານພັດທະນາໃຫ້ກວມເອົາ 75% ຂື້ນໄປ ເພື່ອໃຫ້ບັນລຸຄາດໝາຍສູ້ຊົນດັງກ່າວໃນຊຸມປີຕໍ່ໜ້ານີ້: ຕ້ອງສຸມໃສ່ 7 ໂຄງການຕົກເປັນມູນຄ່າ 6,840 ຕື້ກີບ.

 

 

 

ຕັ້ງໜ້າພັດທະນາວຽກງານ ວັດທະນາທຳ-ສັງຄົມ ໃຫ້ດີຂື້ນ, ລະບົບການເມືອງ ມີຄວາມໜັກແໜ້ນເຂັ້ມແຂງ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ-ໜັກແໜ້ນ 85% ຂອງຈໍານວນໜ່ວຍພັກໃນທົ່ວເມືອງ, ເພີ່ມຄວາມສັກສິດແຫ່ງການຄູ້ມຄອງລັດ, ເຮັດໃຫ້ອົງການແນວລາວສ້າງຊາດ, ສະຫະພັນນັກລົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນມີຄວາມເຂັ້ມແຂງ ເຄື່ອນໄຫວຕາມພາລະບົດບາດ, ສິດ, ໜ້າທີ່ ຢ່າງມີປະສິດທິຜົນ. ວາລະກອງປະຊຸມຜູ້ແທນສົມບູນ ໄດ້ລົງປະຊາມະຕິຮັບຮອງເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ່ IX ຂອງຜູ້ແທນອົງຄະນະພັກເມືອງຢ່າງເປັນເອກະສັນ, ພ້ອມນີ້ ປະຊາຊົນບັນດາເຜົ່າພາຍໃນເມືອງ ເຂົ້າອວຍພອນຜົນສຳເລັດກອງປະຊຸມ ຕື່ມອີກ.

 

ຂ່າວ: ອາພຸດເດດ ບຸບຜາ
ພາບ: ບົວວອນ ດວງສະຫວັດ