ໜຸ່ມເຕັ່ງ ຈາກແຂວງບໍ່ແກ້ວ ມາພ້ອມຮອຍຍິ້ມທີ່ມີສະເໜ່

174

ໜຸ່ມເຕັ່ງ ຈາກແຂວງບໍ່ແກ້ວ ເປັນອີກໜຶ່ງຄົນທີ່ໄດ້ເຂົ້າຮອບ 20 ຄົນສຸດທ້າຍ ໃນໂຄງການປະກວດ Mister International Laos 2019 ທີ່ມາພ້ອມກັບຮອຍຍິ້ມທີ່ມີສະເໜ່ ແລະ ເປັນເອກະລັກ.

ທ້າວ ແກ້ວສຸພາ ແກ້ວພິລາ ຫຼື ເຕັ່ງ MR16 ໃຫ້ສໍາພາດວ່າ: ປັດຈຸບັນຢູ່ບ້ານສີສັງວອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ເຮັດທຸລະກິດສ່ວນຕົວກັບຄອບຄົວ ເມື່ອນ້ອງໄດ້ເຂົ້າຮອບ 20 ຄົນສຸດທ້າຍ ກໍຮູ້ສຶກດີໃຈຫຼາຍ ເພາະວ່າເວທີນີ້ເປັນເວທີທໍາອິດ ແລະ ເປັນເວທີໃຫຍ່ທີ່ຕົນເອງໄດ້ມີໂອກາດເຂົ້າຮ່ວມ.

ຈຸດເດັ່ນຕົນເອງຄິດວ່າແມ່ນຮອຍຍິ້ມ ເພາະເປັນຄົນຍິ້ມເກັ່ງ ແລະ ຫຼາຍຄົນກໍເວົ້າວ່າເວລາຍິ້ມແລ້ວມີສະເໜ່. ເວລາຫວ່າງໂດຍສ່ວນຕົວແມ່ນມັກອອກກຳລັງກາຍບໍ່ວ່າຈະເປັນເຕະບານ, ຕີດອກປີກໄກ່, ຫຼິ້ນເຫວດ ຫຼື ເທຣນນິ້ງ ເພາະຕົນເອງເປັນຄົນຮັກສຸຂະພາບ ຈຶ່ງເນັ້ນສຸຂະພາບມາກ່ອນສະເໝີ.

ກ່ອນຮອດມື້ຊີງຊະນະເລີດຕົນເອງກໍໄດ້ມີການກຽມຄວາມພ້ອມຫຼາຍຢ່າງ ເປັນຕົ້ນແມ່ນເລື່ອງສຸຂະພາບ ແລະ ບຸກຄະລິກ. ນອກຈາກນັ້ນ, ກໍຈະມີເລື່ອງພາສາ ແລະ ການຕອບຄຳຖາມ. ສ່ວນມື້ຊີງຊະນະເລີດຕົນເອງບໍ່ໄດ້ຄາດຫວັງຫຍັງຫຼາຍ ໄດ້ເຂົ້າມາໃນຮອບ 20 ຄົນສຸດທ້າຍ ກໍຖືວ່າປະສົບຜົນສຳເລັດທີ່ດີໃນລະດັບໜຶ່ງ, ຕໍ່ໄປກໍຈະຕັ້ງໃຈເຮັດໜ້າທີ່ໃຫ້ດີທີ່ສຸດ ເພາະໃນໄລຍະເກັບຕົວທາງທີມງານຢູ່ນຳກັນແບບຄອບຄົວຮັກແພງກັນແບບອ້າຍນ້ອງ ເຮັດໃຫ້ຮູ້ຈັກຄວາມສາມັກຄີ ແລະ ມິດຕະພາບທີ່ດີ ສິ່ງນີ້ເປັນສິ່ງສໍາຄັນທີ່ເຮັດໃຫ້ຕົນເອງມີ ຄວາມສຸກທີ່ສຸດ.

ສາມາດຕິດຕາມ ແລະ ຮ່ວມເຊຍ ໜຸ່ມເຕັ່ງ  MR16 ໄດ້ທາງ FB: Teng Tk ( ແກ້ວສຸພາ ແກ້ວພິລາ ) ຫຼື IG: Tengg_Tk. ພ້ອມທັງເປັນກໍາລັງໃຈໃຫ້ນ້ອງໆທັງ 20 ຄົນ ໃນມື້ຊີງຊະນະເລີດໃນວັນທີ 13 ຕຸລາ 2019 ທີ່ ໂຮງແຮມ ຄຣາວພລາຊາ ນະຄອນຫຼວງວຽງຈັນ ຫຼື ສາມາດຕິດຕາມການຖ່າຍທອດສົດໄດ້ທາງ Page: Mister International Laos.

ຂ່າວ: ນຸ້ມນິ້ມ; ຮູບ: ແກ້ວສຸພາ ແກ້ວພິລາ