ການເຈາະອຸມົງທາງລົດໄຟ ລາວ – ຈີນ ທີ່ແຂວງຫຼວງນໍ້າທາ ຄືບໜ້າກວ່າ 90%

150

ການເຈາະອຸມົງ 3 ແຫ່ງ ຂອງໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ທີ່ແຂວງຫຼວງນໍ້າທາ ຄວາມຍາວ 10.051 ແມັດ ສາມາດປະຕິບັດໄດ້ແລ້ວ 90%, ໄດ້ເບີກຈ່າຍຄ່າຊົດເຊີຍໃຫ້ຜູ້ໄດ້ຮັບຜົນກະທົບໄປແລ້ວ ຈຳນວນ 171 ຄອບຄົວ ເທົ່າກັບ 51,3%.
ໃນຕອນເຊົ້າວັນທີ 7 ຕຸລາ 2019 ທ່ານ ເພັດຖາວອນ ພິລະວັນ ເຈົ້າແຂວງຫຼວງນ້ຳທາ, ທ່ານ ຄຳໄຫຼ ສີປະເສີດ ຮອງເຈົ້າແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ແລະ ພົບປະໂອ້ລົມປະຊາຊົນບ້ານນາເຕີຍ ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງ.


ໃນໂອກາດທີ່ລົງຢ້ຽມຢາມສະຖານທີ່ດັ່ງກ່າວ ກໍໄດ້ຮັບຟັງການລາຍງານຈາກ ທ່ານ ທອງແດງ ສີດທິສົນ ສະມາຊິກສະພາປະຊາຊົນແຂວງ ທັງເປັນຫົວໜ້າຄະນະກໍາມະການໄກ່ເກ່ຍ ແລະ ເບີກຈ່າຍຄ່າຊົດເຊີຍຜູ້ທີ່ໄດ້ຮັບຜົນກະທົບໂຄງການກໍ່ສ້າງທາງ ລົດໄຟ ລາວ – ຈີນ ວ່າ: ແລວ ທາງລົດໄຟໄດ້ຜ່ານແຂວງຫຼວງນ້ຳທາ 16,9 ກິໂລແມັດ. ໃນນີ້, ປະກອບມີ 2 ສະຖານີ ຄື: ສະຖານີບໍ່ເຕັນເປັນສະຖານີສໍາລັບຜູ້ໂດຍສານ ແລະ ສະຖານີນາເຕີຍ ເປັນສະຖານີໃຫຍ່ ສຳລັບຜູ້ໂດຍສານ ແລະ ຄ່ຽນຖ່າຍສິນຄ້າ, ໄດ້ມີການກໍ່ສ້າງຂົວໃຫຍ່ຈໍານວນ 7 ແຫ່ງ ແລະ ເຈາະອຸມົງ 3 ແຫ່ງ ( ອຸມົງມິດຕະພາບ ລາວ – ຈີນ, ອຸມົງບໍ່ເຕັນ ແລະ ອຸມົງຕີນຕົກ ) ເຊິ່ງມີຄວາມຍາວທັງໝົດ 10.051 ແມັດ, ປະຕິບັດໄດ້ 9.056 ແມັດ ເທົ່າກັບ 90,1%.


ສຳລັບວຽກງານກໍ່ສ້າງເສົາຂົວ, ກໍ່ສ້າງຂາງຂົວ, ກໍ່ສ້າງຕ້ານກັນເຈື່ອນ, ກໍ່ສ້າງຄັນຄູທາງ ແລະ ອື່ນໆ ມາເຖິງປັດຈຸບັນໄດ້ສຳເລັດແລ້ວ 80% ແລະ ຄາດວ່າຈະໃຫ້ສຳເລັດໃນທ້າຍປີ 2019 ນີ້. ພ້ອມນັ້ນ, ຍັງຈະໄດ້ຕິດຕັ້ງລະບົບລາງລົດໄຟ ແລະ ຕິດຕັ້ງລະບົບໄຟຟ້າສະໜອງໄຟຟ້າໃຫ້ແກ່ຂະບວນລົດໄຟໃຫ້ສຳເລັດໃນທ້າຍປີ 2021 ຕາມແຜນການຂອງສອງລັດຖະບານ ລາວ – ຈີນ ໄດ້ກຳນົດໄວ້.
ຫຼັງຈາກນັ້ນ, ທ່ານເຈົ້າແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະ ກໍໄດ້ລົງເບິ່ງການກໍ່ສ້າງເສົາຂົວ, ກໍ່ສ້າງຂາງຂົວ, ກໍ່ສ້າງຕ້ານກັນເຈື່ອນ ແລະ ກໍ່ສ້າງຄັນຄູທາງ.


ໂອກາດນີ້, ທ່ານ ຄໍາໄຫຼ ສີປະເສີດ ຮອງເຈົ້າແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະ ກໍໄດ້ໂອ້ລົມປະຊາຊົນບ້ານນາເຕີຍ ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ລວມມີທັງໝົດ 4 ບ້ານ ຄື: ບ້ານນາເຕ່ນ, ບ້ານບໍ່ປຽດ, ບ້ານຕີນຕົກ ແລະ ບ້ານນາເຕີຍ, ມີຜູ້ຮັບຜົນກະທົບທັງໝົດ 331 ຄອບຄົວ.

ມາເຖິງປັດຈຸບັນແຂວງຫຼວງນ້ຳທາ ໄດ້ຮັບເງິນຊົດເຊີຍສິ່ງກີດຂວາງຈາກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ – ຈີນ ແລ້ວຈຳນວນ 5 ງວດ, ມີ 92 ຕື້ 182 ລ້ານກວ່າກີບ ແລະ ໄດ້ເບີກຈ່າຍໃຫ້ຜູ້ທີ່ໄດ້ຮັບຜົນກະທົບໄປແລ້ວ ຈຳນວນ 171 ຄອບຄົວ ເທົ່າກັບ 51,3%, ຍັງບໍ່ທັນໄດ້ເບີກຈ່າຍມີ 160 ຄອບຄົວ ລວມເປັນເງິນ 89 ຕື້ 487 ລ້ານ ກວ່າກີບ ແລະ ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດແຜນການຊົດເຊີຍງວດທີ 6 ໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ຈຳນວນ 40 ຄອບຄົວ ຢູ່ບ້ານນາເຕີຍ ໃນມູນຄ່າ 26 ຕື້ 441 ລ້ານກວ່າກີບຕື່ມອີກ.

[ ຂ່າວ: ມຸນຕີ ]