ສະຫາຍ ສົມໃຈ ພານີຈັນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກເມືອງໜອງບົກ

175

ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກເມືອງໜອງບົກພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນ 8-9 ຕຸລາ 2019 ທີ່ຫ້ອງປະຊຸມສະໂມສອນ ເມືອງໜອງບົກ #ແຂວງຄຳມ່ວນ ກໍ່ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງສະຫາຍ ສິນທະສອນ ມະຫາໂຄດ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໜອງບົກ, ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ໂອໄດ ສຸດາພອນ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆ ຄໍາມ່ວນ, ສະຫາຍ ວັນໄຊ ຟອງສະຫວັນ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍໃນຄະນະປະທານກອງປະຊຸມ, ແຂກຜູ້ມີກຽດຖືກເຊີນຈາກບັນດາເມືອງ, ແລະ ສະຫາຍຜູ້ແທນສົມບູນຈໍານວນ 155 ສະຫາຍ ເຊິ່ງເປັນຕົວແທນໃຫ້ສະມາຊິກພັກ – ພະນັກງານ, ທະຫານ, ຕໍາຫຼວດຕະຫຼອດຮອດປະຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆໃນທົ່ວເມືອງ.

ສະຫາຍ ສິນທະສອນ ມະຫາໂຄດ ເລຂາພັກເມືອງ ເຈົ້າເມືອງໆໜອງບົກ ໄດ້ເປັນກຽດກ່າວໄຂກອງປະຊຸມ ພ້ອມທັງຜ່ານຮ່າງບົດລາຍງານການເມືອງຂອງຄະນະບໍລິຫານງານພັກເມືອງໜອງບົກ ສະໄໝທີ VIII. ຈາກນັ້ນສະຫາຍ ສົມມະລາ ອ່ອນສິລິວົງ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆໜອງບົກ ໄດ້ຂຶ້ນຜ່ານຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ໃນໄລຍະ 5 ປີຄັ້ງທີ 8 ແລະ ທິດທາງແຜນການພັດທະນາເສດຖະກິດ – ສັງຄົມ 5 ປີຄັ້ງທີ 9 ຂອງເມືອງໜອງບົກ, ຕະຫຼອດໄລຍະ 5 ປີ ຜ່ານມາເຫັນວ່າເສດຖະກິດຂອງເມືອງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນລະດັບສະເລ່ຍ 7,74% ຕໍ່ປີ, ລວມຍອດຜະລິດຕະພັນ 664 ຕື້ກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນຕໍ່ປີເພີ່ມຂຶ້ນຈາກ 1.406 ໂດລາ ມາເປັນ 1.568 ໂດລາສະຫະລັດ ທຽບໃສ່ແຜນ 5 ປີປະຕິບັດໄດ້ 91,38%, ດຶງດູດແຫຼ່ງທືນເພື່ອການພັດທະນາໄດ້ທັງໝົດ 116 ໂຄງການ ລວມມູຄ່າ 171 ຕື້ກີບ, ຂົງເຂດວຽກງານກະສິກໍາ ການຜະລິດເຂົ້າຮອດປີ 2019 ມີເນື້ອທີ່ນາປີ 15.888 ເຮັກຕາ ໃນນີ້ເສຍຫາຍຈາກນໍ້າຖ້ວມ 5.345 ເຮັກຕາ, ເນື້ອທີ່ເກັບກ່ຽວ 10.543 ເຮັກຕາ ຜົນຜະລິດ 41.118 ໂຕ່ນ, ເນື້ອທີ່ນາແຊງ 2.961 ເຮັກຕາ ຜົນຜະລິດ 16.522 ໂຕ່ນ ລວມຜົນຜະລິດທັງສອງລະດູ 57.640 ໂຕ່ນ, ສະເລ່ຍໃສ່ຫົວຄົນໄດ້ 1.088 ກິໂລຕໍ່ຄົນຕໍ່ປີ.

ການຜະລິດເປັນສິນຄ້າ ມີ 28 ກຸ່ມ, ໃນນີ້ມີກຸ່ມຜະລິດເເນວພັນເຂົ້າ 4 ກຸ່ມ, ໃນປີ 2019 ຜະລິດແນວພັນໄດ້ 17.781 ໂຕ່ນ ທຽບໃສ່ແຜນການການເພີ່ມຂຶ້ນ 13,5%, ທົ່ວເມືອງມີຄອບຄົວຕົວແບບໃນການປູກຝັງ – ລ້ຽງສັດຈຳນວນ 31 ຄອບຄົວ, ທີ່ພົ້ນເດັ່ນແມ່ນຄອບຄົວທ່ານ ສີຮອງ ໂຄດຕະວົງ ຫົວໜ້າກຸ່ມຂະຫຍາຍແນວພັນເຂົ້າ ບ້ານຜັກອີ່ຕູ່ ໄດ້ຮັບຫຼຽນຊາວນາດີເດັ່ນ ອາຊຽນ ໃນປີ 2017 ເຊິ່ງເປັນຄົນທຳອິດໃນ ສປປ ລາວ, ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ມີກອງທຶນພັດທະນາບ້ານ 44 ບ້ານ, ລວມມີມູນຄ່າ 7 ຕື້ກວ່າກີບ, ເປັນເງື່ອນໄຂໃຫ້ປະຊາຊົນສາມາດເຂົ້າເຖິງແຫຼ່ງທຶນເພື່ອປະກອບເຂົ້າໃນການຜະລິດເປັນສິນຄ້າສ້າງລາຍຮັບເພິ່ມເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ.

ມາຮອດປະຈຸບັນຈໍານວນຄອບຄົວທຸກຍາກຍັງເຫຼືອ 35 ຄອບຄົວ ເທົ່າກັບ 0,37% ຂອງຈຳນວນຄອບຄົວທົ່ວເມືອງ, ສ້າງບ້ານກະສິກໍາພັດທະນາໄດ້ 9 ບ້ານ, ຄອບຄົວພັດທະນາກະສິກຳ 1.157 ຄອບຄົວ ເທົ່າກັບ 16,36%, ສ້າງບ້ານພັດທະນາໄດ້ 54 ບ້ານ ແລະ ຄອບຄົວພັດທະນາ 8.515 ຄອບຄົວ ເທົ່າກັບ 98% ຂອງບ້ານ ແລະ ຂອບຄົວໃນທົ່ວເມືອງ, ໄປຄຽງຄູ່ກັນນັ້ນຂົງເຂດວຽກງານວັດທະນະທຳ – ສັງຄົມ, ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບກໍ່ໄດ້ຮັບການພັດທະນາຢ່າງຕໍ່ເນືອ່ງ ແລະ ຂະຫຍາຍຕົວເປັນກ້າວໆມາ.

ພ້ອມນັ້ນຍັງໄດ້ຕີລາຄາບັນຫາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽທີ່ຖອດຖອນໄດ້ຈາກາກນປະຕິບັດຕົວຈິງໃນ 5 ປີຜ່ານມາ ແລະ ທິດທາງໜ້າທີ່ລວມ, ຄາດໝາຍສູ້ຊົນ ແຜນພັດທະນາເສດຖະກິດ – ສັງຄົມ ໄລຍະ 05 ປີຕໍ່ໜ້າ (2020 – 2024) ເພື່ອສ້າງເງື່ອນໄຂເຮັດໃຫ້ເມືອງໜອງບົກ ກ້າວໄປສູ່ຄວາມເຂັ້ມແຂງຮອບດ້ານເທື່ອລະກ້າວ, ພ້ອມດຽວກັນຍັງໄດ້ຮັບຟັງບົດປະກອບຄຳເຫັນວຽກງານ ປກຊ – ປກສ, ຂົງເຂດເສດຖະກິດ, ວັດທະນະທຳ-ສັງຄົມ, ວຽກງານອົງການຈັດຕັ້ງມະຫາຊົນ, ຄອບຄົວຕົວແບບດ້ານການຜະລິດເຂົ້າ ແລະ ວຽກງານຕ່າງໆ ອີກຈໍານວນໜຶ່ງ ແລະ ຮ່າງບົດສໍາຫຼວດການນໍາພາ ຂອງຄະນະບໍລິຫານງານພັກເມືອງໃນໄລຍະ 5 ປີ ຜ່ານມາ, ພ້ອມທັງກ່າວລາໜ້າທີ່ຂອງຄະນະບໍລິຫານງານພັກເມືອງຊຸດເກົ່າ.

ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເຊິ່ງມີຈໍານວນຜູ້ສະໝັກທັງໝົດ 29 ສະຫາຍ, ເລືອກເອົາ 25 ສະຫາຍ, ຜ່ານການປ່ອນບັດຄັດເລືອກ ແລະ ຕາມການຕົກລົງເປັນເອກະສັນໃນກອງປະຊຸມຄັ້ງປະຖົມມະລຶກເຫັນດີເລືອກເອົາສະຫາຍ ສົມໃຈ ພານີຈັນ ເປັນເລຂາພັກເມືອງ, ສະຫາຍ ແກ້ວອິນຖາ ປາກກາທອງ ເປັນຮອງເລຂາ , ສະຫາຍ ສະເຫຼີມສັກ ແກ້ວຈັນທະລາ ເປັນຮອງເລຂາ ທັງເປັນປະທານກວດກາ. ພິເສດກອງປະຊຸມຈະໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ໂອໄດ ສຸດາພອນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆ ຄໍາມ່ວນ ເພື່ອເປັນເຂັມຊີ້ທິດເຍືອງທາງທີ່ສໍາຄັນໃຫ້ແກ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ້ໄດ້ຮັບຜົນສໍາເລັດອັນຈົບງາມ.