ຫຼັງເຝິກອົບຮົມ ນັກສໍາມະນາກອນລົງສໍາຫຼວດ – ຂຸດຄົ້ນຕົວຈິງຢູ່ແຫຼ່ງບູຮານ

292

ພາຍຫຼັງໄດ້ຮັບການຝຶກອົບຮົມພາກທິດສະດີການສໍາຫຼວດ ແລະ ຂຸດຄົ້ນດ້ານບູຮານວິທະຍາຢູ່ທີ່ສູນຝຶກອົບຮົມເມືອງຫ້ວຍຊາຍ. ວັນທີ 10 ຕຸລາ 2019 ນີ້ ຄະນະຄູຝຶກການສໍາຫຼວດ ແລະຂຸດຄົ້ນດ້ານບູຮານວິທະຍາ ນໍາໂດຍ ທ່ານ ທອງລິດ ຫຼວງໂຄດ ຫົວໜ້າອຳນວຍການກອງບູຮານວິທະຍາ ກົມມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ນໍາພານັກສໍາມະນາກອນຈໍານວນ 42 ຄົນຈາກ 8 ແຂວງພາກເໜືອ ລົງສໍາຫຼວດ-ຂຸດຄົ້ນຕົວຈິງຢູ່ພາກສະໜາມ ແຫຼ່ງບູຮານສະຖານບ້ານໂພນໂຮມ ເມືອງຕົົ້ນເຜິ້ງ.

ການສໍາຫຼວດ – ຂຸດຄົ້ນແຫຼ່ງບູຮານດັ່ງກ່າວ, ໄດ້ແບ່ງນັກສໍາມະນາກອນເປັນ 4 ທີມ ເພື່ອຮຽນຮູ້ ແລະ ປະຕິບັດຕົວຈິງ ກ່ຽວກັບວິທີການວາງຜັງກໍານົດຂອບເຂດເນື້ອທີ່ເພື່ອຂຸດຄົ້ນ, ວິທີການຂຸດລອກໜ້າດິນເພື່ອນໍາຫາຊັ້ນດິນວັດທະນະທໍາ ແລະ ຫຼັກຖານທາງບູຮານວິທະຍາ ເຊັ່ນ: ວັດຖຸ ແລະ ໂຄງສ້າງ, ວິທີການຖ່າຍຮູບເອົາຂຸມທີ່ຂຸດຄົ້ນ, ບັນດາວັດຖຸ, ໂຄງສ້າງທີ່ພົບເຫັນໃນຂຸມ, ວິທີການຈັບລະດັບສ່ອງກ້ອງ, ວິທີການບັນທຶກຂໍ້ມູນ.


ການຝຶກອົບຮົມພາກທິດ ແລະ ລົງປະຕິບັດການສໍາຫຼວດ-ຂຸດຄົ້ນຕົວຈິງຄັ້ງນີ້ ເປັນການສ້າງຄວາມເຂັ້ມແຂງທາງດ້ານວິຊາການ ໃຫ້ແກ່ບຸກຄະລາກອນດ້ານບູຮານວິທະຍາ ເນື່ອງຈາກປະຈຸບັນມີີຄວາມຈໍາເປັນໃນການພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ, ການສ້າງອາຄານບ້ານຊ່ອງ ແລະ ພື້ນຖານໂຄງລ່າງຕ່າງໆ ເຊິ່ງບາງຄັ້ງແຫຼ່ງບູຮານກໍ່ໄດ້ນອນຢູ່ໃນເນື້ອທີ່ຂອງການພັດທະນາ ຈຶ່ງມີຄວາມຈໍາເປັນຕ້ອງມີການສໍາຫຼວດ-ຂຸດຄົ້ນຢ່າງລະອຽດອ່ອນ, ລະມັດລະວັງ ເພື່ອກອບກູ້ເອົາວັດຖຸ, ຂໍ້ມູນຕ່າງໆທີ່ຜ່ານການເວລາອັນຍາວນານ, ຊົງຄຸນຄ່າ ແລະ ເປັນຫຼັກຖານດ້ານສິລະປະ, ວັດທະນະທໍາ-ສັງຄົມ, ປະຫວັດສາດຂອງຍຸກສະໄໝ ນໍາໄປປົກປັກເກັບຮັກສາ ເພື່ອອະນຸລັກສົ່ງເສີມຄຸນຄ່າດັ່ງກ່າວໃຫ້ຄົນຮຸ່ນຫຼັງໄດ້ສຶກສາຮໍ່າຮຽນ, ການລົງສໍາຫຼວດ – ຂຸດຄົນຢູ່ພາກສະໜາມຄັ້ງນີ້ຈະໄດ້ດໍາເນີນໄປຮອດວັນທີ 11 ຈຶ່ງສໍາເລັດ.


ພາບ – ຂ່າວ: ອຸໄທ ພູມມາ.