ກຽມຕົວຊຳລະສະສາງຜ່ານ “ ອາລີເພ ” ໄດ້ໃນໄວໆນີ້

98

ເພື່ອເພີ່ມຄວາມສະດວກສະບາຍໃຫ້ແກ່ພໍ່ແມ່ປະຊາຊົນ ແລະ ນັກທຸລະກິດ ໃນເຮັດທຸລະກຳທາງດ້ານການເງິນ ແລະ ທັງເປັນການຫຼຸດຜ່ອນການພົກພາເງິນສົດຈຳນວນຫຼາຍອອກໄປ ໃນທີ່ສາທາລະນະ ເພື່ອຈັບຈ່າຍໃຊ້ສອຍສິ່ງຂອງຕ່າງໆ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສະຖາບັນການເງິນແຖວໜ້າຂອງລາວກຳລັງຈະນຳລະບົບດັ່ງກ່າວມາໃຫ້ປະຊາຊົນລາວຊົມໃຊ້ ເຊິ່ງຈະມີການເປີດໂຕໃນໄວໆນີ້.

ແນໃສ່ເຮັດໃຫ້ການເຮັດທຸລະກໍາທາງດ້ານການເງິນຂອງທ່ານ ມີຄວາມສະດວກ, ວ່ອງໄວ ແລະ ທັນສະໄໝຫຼາຍຂຶ້ນ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຈະເປີດບໍລິການການຊຳລະເງິນດ້ວຍລະບົບໃໝ່ WeChat Pay ແລະ AliPay ທີ່ຮັບຊໍາລະເງິນດ້ວຍ QR Code ທີ່ລວມເອົາທັງ WeChat Pay ແລະ AliPay ໄວ້ໃນ QR Code ເພື່ອຕອບໂຈດແກ່ສັງຄົມໃນການດຳເນີນທຸລະກຳທາງດ້ານການເງິນກັບຕ່າງປະເທດ ແລະຊຳລະສະສາງພາຍໃນເອງ.

ในภาพอาจจะมี หนึ่งคนขึ้นไป และโทรศัพท์

ລະບົບຮັບຊຳລະເງິນດ້ວຍ WeChat Pay ຈະເປັນຄັ້ງທໍາອິດໃນລາວ ທີ່ຈະເປີດບໍລິການ ແລະ​ຈະເປັນຄັ້ງທໍາອິດຢູ່ຮ້ານຄ້າ ​E-Commerce ຈະມີ QR Code ໄວ້ຮອງຮັບການຊໍາລະເງິນດ້ວຍ WeChat Pay ແລະ Alipay ອີກດ້ວຍ.

 width=

ຂະນະທີ່, ປັດຈຸບັນ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ກໍ່ໄດ້ມີການນໍາໃຊ້ບໍລິການຮັບຊໍາລະເງິນດ້ວຍ QR code UnionPay ໃນການຈັບຈ່າຍຊື້ສິນຄ້າ ແລະ ຄ່າບໍລິການຕ່າງໆ ເຖິງແມ່ນວ່າ ທະນາຄານການຄ້າຈະມີການປັບປຸງລະບົບການຊຳລະເງິນ ໂດຍການເຊື່ອມລະຫວ່າງ App UnoinPay ທີ່ຄົນຈີນໃຊ້ ແລະ App BCEL one ທີ່ຄົນລາວໃຊ້ແລ້ວແຕ່ຍັງບໍ່ທັນສາມາດຈອດໂຈດລູດຄ້າໄດ້ຢ່າງເຕັມທີ່ ເນື່ອງຈາກວ່າບໍລິການເຫຼົ່ານີ້ ຈະໃຊ້ໄດ້ສະເພາະຮ້ານຄ້າທີ່ເປັນສະມາຊິກ QR Code ຂອງ ທຄຕລ ເທົ່ານັ້ນ.

ສະນັ້ນ, ເພື່ອເພີ່ມອີກຊ່ອງທາງໜຶ່ງ ໃຫ້ແກ່ການເຮັດທຸລະກຳທາງດ້ານການເງິນ ຂອງພໍ່ຄ້າຊາວຂາຍ ຫຼື ນັກທຸລະກິດລະຫວ່າງຊາວລາວ ແລະ ຊາວຈີນ ລວມທັງການຈັບຈ່າຍໃຊ້ສອຍພາຍໃນປະເທດເຮົາໃຫ້ມີຄວາມສະດວກສະບາຍຫຼາຍຂຶ້ນ ທະນາຄານຄ້າຕ່າງປະເທດ ມະຫາຊົນ ຈຶ່ງຈະໄດ້ມີການເປີດບໍລິການ ການຊຳລະເງິນດ້ວຍ WeChat Pay ແລະ AliPay ທີ່ຮັບຊໍາລະເງິນດ້ວຍ QR Code ໄວ້ໃນ QR Code ດຽວກັນ ເຊິ່ງຄາດວ່າຈະມີການເປີດໂຕຢ່າງເປັນທາງການໃນມໍ່ໆນີ້.