ໄລຍະບຸນຊ່ວງເຮືອ ຈະລາຈອນນະຄອນຫຼວງວຽງຈັນ ຈະປະຈຳການ 70 ຈຸດ

253

ພະແນກຈະລາຈອນ ນະຄອນຫຼວງວຽງຈັນ ( ນວ ) ໄດ້ຈັດພິທີຜ່ານແຜນປ້ອງກັນ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍໃນລະຫວ່າງວັນບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີທີ່ທ່າວັດຈັນ ຂຶ້ນທີ່ຫ້ອງຕໍາຫຼວດນະຄອນຫຼວງວຽງຈັນ ໃນວັນທີ 9 ຕຸລາຜ່ານມາ ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ພັນໂທ ຢຸດຕະພົງ ສຸວັນນະສິງ ຮອງຫ້ອງຕໍາຫຼວດ ນວ, ທ່ານ ພັນໂທ ເພັງສະຫວັນ ທຳມາບູນ ຫົວໜ້າພະແນກຈະລາຈອນ ນວ, ທ່ານ ພັນໂທ ບູນມາກ ສູນດາໄລ ຮອງພະແນກຈະລາຈອນ ນວ ພ້ອມດ້ວຍບັນດາອ້າຍນ້ອງຕໍາຫຼວດຈະລາຈອນເຂົ້າຮ່ວມ.


ທ່ານ ບູນມາກ ສູນດາໄລ ໄດ້ກ່າວວ່າ: ໃນລະຫວ່າງວັນທີ 10 – 14 ຕຸລາ 2019 ນີ້ ຈະລາຈອນນະຄອນຫຼວງວຽງຈັນ ຈະງົດການສັນຈອນພາຫະນະທຸກປະເພດຊົ່ວຄາວເປັນບາງເວລາຕາມຖະໜົນດອນຈັນ ( ແຄມຂອງ ) ແຕ່ສາມແຍກປາກປ່າສັກ ຫາ ອານຸສາວະລີເຈົ້າອານຸວົງ; ຖະໜົນເຈົ້າຟ້າງຸ່ມ ແຕ່ສາມແຍກປາກປ່າສັກ ຫາ ຫໍພະແກ້ວ.


ໃນລະຫວ່າງງານບຸນ ສະພາບການສັນຈອນຈະມີຄວາມແອອັດ, ສັບສົນ, ຜູ້ໃຊ້ລົດໃຊ້ຖະໜົນອາດລ່ວງລະເມີດກົດລະບຽບຈະລາຈອນ ແລະ ການຈອດລົດອາດຊະຊາຍ. ດັ່ງນັ້ນ, ພະແນກຕໍາຫຼວດຈະລາຈອນນວ ແລະ ກອງຕໍາຫຼວດເມືອງທີ່ກ່ຽວຂ້ອງຈຶ່ງໄດ້ວາງແຜນຮ່ວມມືກັນຈັດກຳລັງ 255 ສະຫາຍ ລົງໄປປະຈຳການລະບາຍການສັນຈອນຢູ່ຕາມເສັ້ນທາງ ແລະ ຈຸດຕ່າງໆ ຈຳນວນ 70 ຈຸດ.


ໂອກາດດັ່ງກ່າວ, ທ່ານ ພັນໂທ ຢຸດຕະພົງ ສຸວັນນະສິງ ໄດ້ສະແດງຄວາມຊົມເຊີຍຕໍ່ແຜນງານປ້ອງກັນຄວາມສະຫງົບໃນງານບຸນດັ່ງກ່າວ ພ້ອມທັງຮຽກຮ້ອງໃຫ້ອ້າຍນ້ອງຕຳຫຼວດເອົາໃຈໃສ່ ແລະ ມີສະຕິເປັນເຈົ້າການໃນການປະຕິບັດໜ້າທີ່ ໂດຍທ່ານໄດ້ເນັ້ນວ່າ: ອ້າຍນ້ອງຕຳຫຼວດຈະລາຈອນຕ້ອງກຳແໜ້ນສະພາບການ ແລະ ປາກົດການຫຍໍ້ທໍ້ ເພື່ອໃຫ້ສາມາດຮັກສາຄວາມປອດໄພໄດ້ດີທີ່ສຸດ ເພາະໃນໄລຍະດັ່ງກ່າວພວກບໍ່ຫວັງດີມັກຈະສວຍໃຊ້ໂອກາດກໍ່ຄວາມວຸ່ນວາຍຊີງຊັບ.

ແຕ່ລະພາກສ່ວນຕ້ອງມີການປະສານສົມທົບກັນ ເພື່ອເຮັດໜ້າທີ່ແກ້ໄຂ ແລະ ຕ້ອງຫຼ້ອນໜ້າທີ່ທີ່ຕົນຮັບຜິດຊອບ; ປະຕິບັດໜ້າທີ່ຕ້ອງມີວິໄນ ລວມທັງປະຕິບັດໂມງເວລາ, ການເວົ້າຈາຕ້ອງສຸພາບ, ຕ້ອງຮູ້ຮອບດ້ານ, ເຂົ້າໃຈໃນໜ້າທີ່ ເພື່ອແກ້ໄຂບັນຫາຂອງສັງຄົມໃນການຊີ້ແຈງ, ອະທິບາຍເພື່ອໃຫ້ສັງຄົມເຂົ້າໃຈ.
( ຂ່າວ: ກາວຊົ່ງ; ຮູບ: ວິລະສັກ )