“ຄວາມຄາດຫວັງ ຄືແຮງຍູ້ໃຫ້ໃຈເຮົາສູ້ຕໍ່” ໜຸ່ມອາລິນ MR01 ຜູ້ປະກວດ Mister International Laos 2019

111

ໜຸ່ມອາລິນ ສຸລິພອນ ຫຼື ອາລິນ ໂຕດຳ ອາຍຸ 21 ປີ ມາຈາກບ້ານມ້າ ນະຄອນຫລວງພະບາງ ແຂວງຫລວງພະບາງ ໜຶ່ງໃນຜູ້ປະກວດ Mister International Laos 2019 ໝາຍເລກ MR01 ໄດ້ບອກກັບທີມຂ່າວພວກເຮົາວ່າ ປັດຈຸບັນກໍາລັງສຶກສາຢູ່ ສະຖາບັນການທະນະຄານ ແລະ ວິທະຍາໄລສຸກສະຫວັດ ບໍ່ເຄີຍປະກວດເວທີໃດມາກ່ອນເລີຍ!!!

.

.

.

ແຕ່ກໍມີຜົນງານດ້ານການບັນເທີງມາຫຼາຍ ເຊັ່ນ ສະແດງເອັມວີເພງ, ຖ່າຍໂຄສະນາສິນຄ້າ ຖ່າຍແບບ, ເດີນແບບ, ຮີວີວສິນຄ້າ …
ສໍາລັບເວທີນີ້ ອາລິນຄິດວ່າ ທຸກໆຄົນກໍມີຄວາມຄາດຫວັງຫລາຍແຫຼະ ອາລິນເອງກໍຄາດຫວັງກັບເວທີນີ້ຫຼາຍພໍສົມ ຢາກເພິ່ງພາ Mister International Laos ເປັນບ່ອນແຈ້ງເກີດສູ່ວົງການບັນເທິງ ແລະປູພື້ນບົດຮຽນ-ປະສົບການໃຫ້ຕົນໄດ້ເຕີບໃຫຍ່ຕໍ່ໄປໃນພາຍພາກໜ້າ.

.

.

.

.

ຄິດວ່າຕົນເອງກະເປັນຄັນຫນື່ງທີ່ໄດ້ເຂົ້າປະກວດເວທີນີ້ແລ້ວ ຈະໄດ້ໂຊຄວາມຮູ້ຄວາມສາມາດຂອງຕົນ, ກ້າເຮັດໃນສິ່ງທີ່ມັກ ແລະ ກໍຈະເຮັດໃຫ້ເຕັມທີ່ທີ່ສຸດ.

ສ່ວນເຄັດລັບການຮັກສາສຸຂະພາບ,ຮ່າງກາຍ ຄືການພັກຜ່ອນໃຫ້ພຽງພໍ ນອນໃຫ້ຖືກເວລາ ແລະ ກິນອາຫານໃຫ້ຄົບ 5 ຫມູ່ ເວລາວ່າງສ່ວນຫລາຍມັກຈະອ່ານຫນັງສື ແລະ ມັກຈະເຮັດອາຫານໃຫ້ຄອບຄົວກິນ…

ຖາມວ່າຜູ້ຍິງໃນສະເປັກແມ່ນແນວໃດ ສາວໃນສະເປັກຈະເປັນແບບໃດກະໄດ້ ພຽງແຕ່ຢູ່ນຳ ແລະ ໂອ້ລົມກັນມີຄວາມສຸກ ແລະ ຜູກພັນກັນ, ເຂົ້າໃຈກັນ ຮັກໃນຕົວເຮົາ ແລະ ຮັກຄົນໃນຄອບຄົວເຮົາກໍພໍແລ້ວ…

ປັດຈຸບັນຢູ່ບ້ານ ຄຳຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ມີອ້າຍເອື້ອຍນ້ອງ 4ຄົນ ອາລິນເປັນລູກຫລ້າ ແລະ ພິເສດ ອາລິນຍັງເປັນລູກແຝດອີກ ອາລິນກັບອາລັນ.

ອາລິນ ເປົ້າຫມາຍໃນອະນາຄົດ ຢາກລົງທຶນເຮັດທຸລະກິດນ້ອຍໆ ເພື່ອພິສູດໃຫ້ພໍ່ແລະ ແມ່ໄດ້ເຫັນວ່າ ລູກກະເຮັດໄດ້ ແລະ ຮັກໃນສິ່ງທີ່ລູກເຮັດ.

ຖືວ່າເປັນອີກໜຶ່ງໜຸ່ມທີ່ໜ້າຕິດຕາມກັບຄວາມສາມາດ ແລະ ແນວຄິດດີໆອີກໜຶ່ງໜຸ່ມຜູ້ເຂົ້າປະກວດ ສໍາລັບໃຜທີ່ເຊຍ ອາລິນ ໝາຍເລກ 01 ສາມາດສົ່ງກໍາລັງໃຈ ແລະ ຮ່ວມລຸ້ນນໍາກັນວ່າ ອາລິນຈະສາມາດຜ່ານເຂົ້າໄປຮອບເລິກສຸດຮອບໃດ ຫຼື ອາດເປັນ 1 ໃນ 3 ອັນດັບກໍເປັນໄດ້ ຮອບຕັດສິນວັນທີ 13 ຕຸລາ 2019 ເດີ້ ທີ່ ໂຮງແຮມ ຄາວພາຊາ ເລີ່ມ 19:00 ເປັນຕົ້ນໄປ.