ຈະເປີດທົດລອງການທ່ອງທ່ຽວທຳມະຊາດແບບອະນຸລັກ ໃນເຂດໂອງ-ມັ່ງ ໃນທ້າຍປີນີ້

500

ຫຼາຍພາກສ່ວນທັງລັດ ແລະເອກະຊົນ ໄດ້ເຂົ້າຮ່ວມໃນກອງປະຊຸມຜ່ານແຜນການຈັດສັນ, ຄຸ້ມຄອງການທ່ອງ ທ່ຽວ ແລະ ວາງແຜນກິດຈະກຳການທ່ອງທ່ຽວທຳມະຊາດແບບອະນຸລັກໂອງ-ມ່ັງ ແລະເຂດສູນອະນຸລັກລະບົບນິເວດປ່າໂຄກ ທີ່ເມືອງຊົນນະບູລີ ແຂວງສະຫວັນນະເຂດ ແນໃສ່ເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວໃນເຂດດັ່ງກ່າວ ໃຫ້ເປັນຮູບປະທຳຫຼາຍຂຶ້ນ ໂດຍຄາດວ່າຈະເປີດທົດລອງການທ່ອງທ່ຽວໃນທ້າຍປີ 2019ນີ້ ແລະຈະເປີດເປັນທາງການໃນຕົ້ນປີ 2020.


ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 3-4 ຕຸລາ 2019 ຜ່ານມາ ທີ່ສະໂມສອນ ເມືອງຊົນນະບູລີ ໂດຍການເປັນປະທານຂອງທ່ານ ບຸນເລດ ຈັນທອງທິບ ຮັກສາການຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງສະຫວັນນະເຂດ, ທ່ານ ຄຳມອນ ທິລະວົງ ຮອງເຈົ້າເມືອງຊົນນະບູລີ ແລະທ່ານ ສີຫາ ພັນນະວົງ ຄະນະຊີ້ນຳໂຄງການຄຸ້ມຄອງດິນ ແລະປ່າໄມ້ແບບຍືນຍົງໃນລະບົບນິເວດປ່າໂຄກພາກໃຕ້ຂອງ ສປປ ລາວ. ນອກຈາກນີ້ກໍ່ມີພາກລັດທີ່ກ່ຽວຂ້ອງຂັ້ນຕ່າງໆ, ຄະນະຮັບຜິດຊອບໂຄງການ, ສະມາຄົມທຸລະກິດໂຮງແຮມເຮືອນພັກ ແລະຮ້ານອາຫານ ແລະບໍລິສັດທ່ອງທ່ຽວພາຍໃນແຂວງເຂົ້າຮ່ວມ.


ໃນກອງປະຊຸມ ໄດ້ມີການນຳສະເໜີແຜນຈັດສັນ, ຄຸ້ມຄອງແຫຼ່ງທ່ອງທ່ຽວໃນເຂດອະນຸລັກໂອງ-ມັ່ງ, ນຳສະເໜີແຜນພັດທະນາການທ່ອງທ່ຽວທຳມະຊາດແບບອະນຸລັກເຂດອະນຸລັກໂອງ-ມັ່ງປີ 2020-2025, ນຳສະເໜີຮ່າງລະບຽບຂອງເມືອງ ວ່າດ້ວຍການຄຸ້ມຄອງທີ່ດິນ ແລະປ່າໄມ້ແບບຍືນຍົງໃນລະບົບນິເວດປ່າໂຄກພາກໃຕ້ ສປປ ລາວ ພ້ອມນີ້.


ໃນກອງປະຊຸມ ຍັງໄດ້ມີການປຶກສາຫາລືກັນໃນວຽກງານຕ່າງໆທີ່ກ່ຽວຂ້ອງຮ່ວມກັນ; ຫຼັງຈາກນັ້ນ, ບັນດາບໍລິສັດທ່ອງທ່ຽວ, ສະມາຄົມທຸລະກິດໂຮງແຮມເຮືອນພັກ ແລະຮ້ານອາຫານ ແລະຄະນະຮັບຜິດຊອບໂຄງການຂອງເມືອງຊົນນະບູລີ ກໍ່ໄດ້ລົງໄປສຳຫຼວດຈຸດສຳຄັນ ທີ່ຈະພັດທະນາເປັນຜະລິດຕະພັນ, ກິດຈະກຳ ແລະລາຍການທ່ອງທ່ຽວໃນເຂດອະນຸລັກໂອງ-ມັ່ງ ແລະໃນເຂດສູນອະນຸລັກລະບົບນິເວດປ່າໂຄກນຳອີກ.

ທ່ານ ຄຳໄພ ໄຊຍະລາດ ຫົວໜ້າສູນອະນຸລັກລະບົບນິເວດປ່າໂຄກ ໃຫ້ສຳພາດຕື່ມວ່າ: ເຂດທີ່ສາມາດພົບໂຕໂອງ-ມ່ັງຫຼາຍທີ່ສຸດແມ່ນຢູ່ໃນບໍລິເວນບໍ່ເອືອດ ທີ່ຢູ່ໃນເຂດຫວງຫ້າມເດັດຂາດ ເຊິ່ງເປັນເຂດປ່າໂຄກຂອບເຂດບ້ານສະໜາມໄຊ, ຕັ່ງຫວາຍນ້ຳ ແລະບ້ານໜອງສອງຫ້ອງ ສາມາດພົບໄດ້ທຸກຍາມ ໂດຍສະເພາະຍາມເຊົ້າ ແລະແລງ ຊຶ່ງພວກເຮົາໄດ້ກຳນົດເອົາຈຸດນີ້ ເປັນບ່ອນຕັ້ງຫໍຄອຍ ເພື່ອເບິ່ງໂອງ-ມັ່ງ, ສັດປີກ ແລະສັດປ່າປະເພດຕ່າງໆ.

ຈຳນວນໂຕໂອງ-ມັ່ງ ອີງຕາມສະຖິຕິຂອງນັກຄົ້ນຄວ້າແມ່ນມີປະມານ 170 ໂຕ, ເຊິ່ງຄວາມຫວັງພົບໂອງ-ມັ່ງຂອງນັກທ່ອງທ່ຽວແມ່ນສູງເຖິງ 70-80%, ທ່ານ ຄຳໄພ ໄຊຍະລາດ