ລັດຖະບານຍີ່ປຸ່ນ ແລະ ອາເມຣິກາໄດ້ລົງນາມໃນຂໍ້ຕົກລົງການຄ້າເສລີຫຼືເອຟທີເອຢ່າງເປັນທາງການແລ້ວເມື່ອວານນີ້ໂດຍຄາດຄະເນວ່າຂໍ້ຕົກລົງດັ່ງກ່າວຈະຊ່ວຍຍົກລະດັບກະສິກອນອາເມຣິກາໃຫ້ສາມາດແຂ່ງຂັນກັບບັນດາປະເທດຄູ່ແຂ່ງໃນຕະຫຼາດໂລກໄດ້ຜ່ານການປັບຫຼຸດພາສີນໍາເຂົ້າສິນຄ້າກະສິກໍາ.
ຂໍ້ຕົກລົງສະບັບຫຼ້າສຸດນີ້,ຍີ່ປຸ່ນຈະຍົກເລີກຫຼືປັບຫຼຸດການເກັບພາສີນໍາເຂົ້າສິນຄ້າປະເພດອາຫານ ແລະ ສິນຄ້າກະສິກໍາຈາກອາເມຣິກາເປັນຈໍານເງິນ7,2ຕື້ໂດລາ.ຂະນະທີ່ທາງອາເມຣິກາຈະຍັງເກັບພາສີນໍາເຂົ້າລົດຈາກຍີ່ປຸ່ນທີ່ລະດັບເກົ່າຄື2,5%ໂດຍອາເມຣິກາໄດ້ຕັດສິນໃຈທີ່ຈະບໍ່ປັບຂຶ້ນພາສີນໍາເຂົ້າລົດຈາກຍີ່ປຸ່ນດ້ວຍສາເຫດດ້ານຄວາມໝັ້ນຄົງເຖິງວ່າອາເມຣິກາປະກາດຈະຂຶ້ນພາສີດັ່ງກ່າວກໍຕາມ.
ທ່ານ ໂຕຊິມິດສຶ ໂມເຕກິ ລັດຖະມົນຕີກະຊວງຕ່າງປະເທດຍີ່ປຸ່ນກ່າວວ່າ:ຂໍ້ຕົກລົງການຄ້າເສລີຈະມີການບັງຄັບໃຊ້ໂດຍໄວທີ່ສຸດເທົ່າທີ່ຈະເປັນໄປໄດ້ ແລະ ຍັງກ່າວຕື່ມວ່າຫາກອາເມຣິກາຕ້ອງການໃຊ້ຂໍ້ຕົກລົງການຄ້າມີຜົນບັງຄັບໃຊ້ໃນມໍ່ໆນີ້ກໍຈະບໍ່ຂັດຂ້ອງ.
ຂະນະທີ່ທ່ານ ໂດນັນ ທຣໍາ ປະທານາທິບໍດີອາເມຣິກາກ່າວວ່າ:ຂໍ້ຕົກລົງດັ່ງກ່າວຈະນໍາໄປສູ່ການເຮັດຂໍ້ຕົກລົງການຄ້າທີ່ມີຄວາມເປັນທໍາ ແລະ ໃຫ້ຜົນປະໂຫຍດທັງສອງປະເທດ.