ຄົນຈີນເປັນນັກທ່ອງທ່ຽວຕົວຈິງເນື່ອງຈາກໃຊ້ເງິນທ່ຽວຢູ່ຕ່າງປະເທດກວ່າ1,27ຮ້ອຍຕື້ໂດລາໃນໄລຍະ6ເດືອນຕົ້ນປີ2019.
ສໍານັກງານບໍລິຫານເງິນຕ່າງປະເທດລາຍງານວ່າ:ປະຊາຊົນຈີນໃຊ້ເງິນໃນການເດີນທາງທ່ອງທ່ຽວຢູ່ຕ່າງປະເທດນັບຕັ້ງແຕ່ເດືອນ ມັງກອນ-ເດືອນ ມິຖຸນາທີ່ຜ່ານມາຄິດເປັນມູນຄ່າກວ່າ1,27ຮ້ອຍຕື້ໂລດາ.
ລາຍງານຂ່າວໃຫ້ຮູ້ວ່າກວ່າເຄິ່ງໜຶ່ງຂອງຕົວເລກດັ່ງກ່າວເປັນການໃຊ້ຈ່າຍໃນປະເທດແຖວອາຊີຮອງລົງມາຄືອາເມຣິກາ ແລະ ເອີຣົບ.
ຂະນະດຽວກັນລາຍງານໃຫ້ຮູ້ຕື່ມວ່າ:ຝຣັ່ງ,ອີຕາລີ,ອັງກິດ ແລະ ສະວິດເປັນສະຖານທີ່ທ່ອງທ່ຽວຍອດຮິດໃນເຂດເອີຣົບ.
ນອກຈາກນີ້,ນັກທ່ອງທ່ຽວຈີນໃຊ້ເງິນມູນຄ່າ14,9ຕື້ໂລດາໃນບັນດາປະເທດເສັ້ນທາງສາຍໄໝໃນໄລຍະຕົ້ນປີນີ້.
ສໍານັກຂ່າວຊິນຮວາລາຍງານວ່າ:ນັກທ່ອງທ່ຽວຈີນໃຊ້ບັດເຄຣດິດໃນການໃຊ້ຈ່າຍເພື່ອການພັກຜ່ອນຢ່ອນໃຈໃນຕ່າງປະເທດຫຼາຍທີ່ສຸດ,ຂະນະທີ່ການຊໍາລະເງິນດ້ວຍມືຖືມີຈໍານວນຫຼາຍຂຶ້ນເຖິງ100%ເມື່ອປຽບປີຕໍ່ປີ.