ເຮັດນໍ້າໝັກຊີວະພາບຈາກເປືອກໝາກມັງຄຸດ ໄວ້ໃຊ້ເອງແບບງ່າຍໆ

253

ໝາກມັງຄຸດ ເປັນໝາກໄມ້ຊະນິດໜຶ່ງ ນອກຈາກຊີ້ນເນື້ອຂອງມັນມີຄຸນປະໂຫຍດຕໍ່ຮ່າງກາຍແລ້ວ ເປືອກຂອງມັນກໍ່ມີປະໂຫຍດບໍ່ນ້ອຍໜ້າເຊັ່ນດຽວກັນ ເພາະມັນສາມາດນຳມາເຮັດປຸ໋ຍໝັກ ສາມາດໄປໃຊ້ໃນທາງການກະສິກຳໄດ້ ເຊິ່ງໃນເປືອກຂອງມັງຄຸດອຸດົມໄປດ້ວຍ ສານແຊນໂຣໄນທ໌ ເຊິ່ງເປັນສານເຄືອບໃບ ຈະຊ່ວຍປ້ອງກັນ ແລະ ຈັດການກັບເຊື້ອລາຕ່າງໆ ທີ່ມາກັບນໍ້າຝົນ.

 width=

ປະໂຫຍດຈາກການໝັກເປືອກໝາກມັງຄຸດ ທີ່ນຳໄປໃຊ້ທາງກະເສດໄດ້ຢ່າງຫຼາຍເປັນຕົ້ນແມ່ນ ການໝັກແຊ່ແນວເຂົ້າປູກ ກ່ອນນໍ້າປູກປະມານ 1 ຄືນ ຈະຊ່ວຍສາມາດຈຳກັດເຊື້ອລາ ທີ່ຕິດມາກັບແນວເຂົາໄດ້.

ວັດຖຸດິບທີ່ຕ້ອງກະກຽມ: ເປືອກໝາກມັງຄຸດ 3 ກິໂລ, ນໍ້າຕານນໍ້າຊາຍແດງ 1 ກິໂລ; ຈຸລິນຊີໜໍ່ກ້ວຍ ຫຼື ຈຸລິນຊີທີ່ມີ 1 ລິດ; ນໍ້າສະອາດ ຫຼື ນໍ້າຝົນ 5 ລິດ ແລະ ຖັງໝັກຂະໜາດປະມານ 10 ລິດ.

 width=

ຂັ້ນຕອນໃນການເຮັດ: ທໍາອິດໃຫ້ນໍາເອົາເປືອກໝາກມັງຄຸດຕາກແດດໃຫ້ແຫ້ງ ປະມານ 1-2 ແດດ. ຈາກນັ້ນ, ນໍາມາຖອກລົງໃນຖັງທີ່ກຽມໝັກ ແລ້ວໃສ່ນໍ້າຕານຊາຍແດງ. ຫຼັງຈາກນັ້ນ, ນຳເອົາຈຸລິນຊີໜໍ່ກ້ວຍຖອກລົງໄປ ແລະ ໃສ່ນໍ້າສະອາດລົງໄປ ເມື່ອໃສ່ເຄື່ອງປະສົມທຸກຢ່າງແລ້ວ ໃຫ້ຄົນສ່ວນປະສົມທັງໝົດໃຫ້ເຂົ້າກັນ ຈົນນໍ້າຕານລະລາຍໝົດ ແລ້ວປິດຝາຖັງໃຫ້ແໜ້ນເປັນເວລາ 1 ເດືອນ ແລະ ຄວນວາງໄວ້ບ່ອນຮົ່ມ ເມືອ່ຄົບຮອບ 1 ເດືອນ ກໍ່ສາມາດນຳມາໃຊ້ໄດ້.

 width=

ສຳລັບອັດຕາສ່ວນ ແລະ ວິທີການໃຊ້: ແມ່ນຈະໃຊ້ນໍ້າໝັກເປືອກໝາກມັງຄຸດ 5 ບ່ວງ ຕໍ່ນໍ້າ 20 ລິດ, ສ່ວນໄລຍະຂອງການສີດພົ່ນແມ່ນ 3 ວັນຕໍ່ 1 ຄັ້ງ ນໍ້າໝັ້ກຊະນິດນີ້ ສາມາດສີດພົ່ນໄດ້ທຸກສ່ວນຂອງພືດຜັກທີ່ເຮົາປູກ. ສຳລັບທ່ານໃດ ສົນໃຈຢາກລອງໃຊ້ສູດໝັກຊີວະພາບໄວ້ໃຊ້ ເພື່ອການກະສິກຳ ສາມາດລອງເຮັດເບິ່ງໄດ້.

 width=