ປະຈຳເດືອນເປັນສີດຳຢ່າຟ້າວຕົກໃຈ ບັນຫານີ້ມີຄຳຕອບ

120

ກ່ອນອື່ນຕ້ອງຂໍບອກໃຫ້ແມ່ຍິງທຸກຄົນໄດ້ສະບາຍໃຈກ່ອນເລີຍວ່າ: ການທີ່ເປັນປະຈຳເດືອນສີເຂັ້ມ ຫຼື ສີດຳນັ້ນບໍ່ແມ່ນເລື່ອງຜິດປົກກະຕິ ແລະ ບໍ່ໄດ້ມີບັນຫາສຸຂະພາບ ຫຼື ເປັນພະຍາດຫຍັງແຕ່ຢ່າງໃດ. ທັງນີ້, ການທີ່ມີປະຈຳເດືອນສີເຂັ້ມນັ້ນ ອາດເກີດໄດ້ຈາກເລືອດທີ່ໄຫຼອອກມາແລ້ວໄປຕິດຄ້າງຢູ່ທີ່ບໍລິເວນຊ່ອງຄອດດົນເກີນໄປ ຈົນເຮັດໃຫ້ເລືອດມີສີປ່ຽນໄປເປັນສີເຂັ້ມຂຶ້ນ.

ສ່ວນໃຫຍ່ມັກຈະເກີດຂຶ້ນໃນໄລຍະທີ່ປະຈຳເດືອນເລີ່ມມາໃໝ່ໆ ຫຼື ໄລຍະທີ່ປະຈຳເດືອນໃກ້ຈະໝົດ ໂດຍເລືອດຈະຄ່ອຍໆຊຶມອອກມາຊ້າໆ ແລະ ຕິດຄ້າງຢູ່ບໍລິເວນຊ່ອງຄອດເປັນເວລາດົນ ເຊິ່ງກວ່າຈະໄຫຼອອກມາເລືອດກໍຈະກາຍເປັນສີດຳ ຖ້າຈະໃຫ້ປຽບທຽບເພື່ອໃຫ້ເຫັນພາບງ່າຍໆແມ່ນໃຫ້ລອງຄິດຕອນມີດບາດຈະເຫັນໄດ້ວ່າເມື່ອບາດໃໝ່ໆເລືອດຈະມີສີແດງເຂັ້ມ ແລະ ຈະຄ່ອຍໆແຂງຕົວ. ຈາກນັ້ນ, ກໍຈະປ່ຽນເປັນສີເຂັ້ມຂຶ້ນໂດຍຈະຄືກັບການເປັນປະຈຳເດືອນ.

ທັງນີ້, ແມ່ຍິງຫຼາຍຄົນຍັງມີ ຄວາມເຂົ້າໃຈຜິດໆອີກວ່າ: ເລືອດປະຈຳເດືອນນັ້ນຄືເລືອດເປື້ອນ ຈຶ່ງເປັນສາເຫດທີ່ເຮັດໃຫ້ເກີດຄວາມຢ້ານກ່ຽວກັບເລືອດສີດຳທີ່ອອກມາ ຈະເປັນເລືອດທີ່ເກີດຈາກຮ່າງກາຍມີ ຄວາມຜິດປົກກະຕິ. ດັ່ງນັ້ນ, ຈຶ່ງຢາກໃຫ້ເຂົ້າໃຈໃໝ່ວ່າປະຈຳເດືອນບໍ່ແມ່ນເລືອດເປື້ອນ ແຕ່ເປັນເລືອດທີ່ລອກ ຫຼື ຫຼຸດອອກມາຈາກເຍື່ອບຸຂອງມົດລູກ ທີ່ບໍ່ໄດ້ຮັບການປະຕິສົນທິ ແລະ ການທີ່ເລືອດມີສີດຳເຂັ້ມກໍເປັນເພາະວ່າເລືອດຕົກຄ້າງຢູ່ບໍລິເວນຊ່ອງຄອດເປັນເວລາດົນເທົ່ານັ້ນເອງ.

ຂໍ້ມູນຈາກ: mahosot.com

ຮຽບຮຽງ: ນຸ້ມນິ້ມ