ຄວາມຈິງ! ການລະເບີດຫີນຜາຢູ່ຫຼວງພະບາງຕາມຂໍ້ມູນຝ່າຍການຄ້າ

238

ຈາກກໍລະນີທີ່ມີການລາຍງານຂ່າວກ່ຽວກັບການລະເບີດຫີນຜາ ເພື່ອເອົາຫີນປູນເຂົ້າເປັນວັດຖຸດິບຂອງໂຮງງານຊີມັງຫຼວງພະບາງ ຈຳກັດ ທີ່ຕັ້ງຢູ່ເຂດພັດທະນານໍ້າຖ້ວມ ເມືອງ ນໍ້າບາກ ແຂວງຫຼວງພະບາງ ເມື່ອວັນທີ 5 ຕຸລາ ຜ່ານມາ ສົ່ງຜົນໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບອີກຫຼາຍຄົນນັ້ນ ບໍ່ແມ່ນການ ລະເບີດເອົາຫີນປູນຂອງໂຮງງານດັ່ງກ່າວແຕ່ຢ່າງໃດ ແຕ່ມັນເປັນການທໍາລາຍຖິ້ມລະເບີດຂອງເຈົ້າຂອງລະເບີດ ທີ່ເຄີຍເປັນຄົນຮັບເໝົາເອົາຫີນປູນມາກ່ອນໜ້ານີ້ແລ້ວ. ປັດຈຸບັນເຈົ້າຂອງລະເບີດໄດ້ຖືກກັກຕົວໄວ້ຢູ່ກອງບັນຊາການການ ປກສ ເມືອງ ເພື່ອດໍາເນີນຄະດີ.

ອີງຕາມບົດລາຍງານຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງຫຼວງພະບາງ ສະບັບເລກທີ 1145/ພອຄ.ຫຼບ ລົງວັນທີ 8 ຕຸລາ 2019 ໃຫ້ຮູ້ວ່າ: ອີງຕາມ ການລົງຕິດຕາມ, ກວດກາ ແລະ ເກັບກໍາສະພາບທີ່ເກີດຂຶ້ນ, ຄັ້ງວັນທີ 7 ຕຸລາ 2019. ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງພະບາງ ຂໍລາຍງານສະພາບການລະເບີດຫີນຢູ່ໃກ້ກັບໂຮງງານຊີມັງຫຼວງພະບາງ ບ້ານໂພນມະນີ ເມືອງນໍ້າບາກ ແຂວງຫຼວງພະບາງ ທີ່ເປັນເຫດເຮັດໃຫ້ເກີດຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນຈໍານວນໜຶ່ງ ຈາກການລົງຕິດຕາມ, ກວດກາ ແລະ ເກັບກໍາສະພາບ ໂດຍສົມທົບກັບຫ້ອງກການອຸດສາຫະກໍາ ແລະ ການຄ້າເມືອງນໍ້າບາກ, ໂຮງງານຊີມັງຫຼວງພະບາງມີດັ່ງນີ້:

width=

ການລະເບີດຫີນທີ່ເກີດຂຶ້ນດັ່ງກ່າວ ແມ່ນການທໍາລາຍທາດລະເບີດຂອງທ່ານລາວເຈົ່າ ເຊິ່ງເຄີຍເປັນຜູ້ຮັບເໝົາໃນການຂຸດຄົ້ນ ແລະ ສະໜອງຫີນປູນໃຫ້ແກ່ໂຮງງານຊີມັງຫຼວງພະບາງຈໍາກັດ ໃນເມື່ອກ່ອນ ເຊິ່ງໄດ້ເຊັນສັນຍາກັບທ່ານ ວິທູນ ຊ່ຽວຈະເລີນ ຈາກການອ້າງອີງຂອງຜູ້ກ່ຽວແມ່ນໝົດສັນຍາໃນເດືອນ ສິງຫາ ປີ 2018.

width=

ຫຼັງຈາກນັ້ນ, ບໍລິສັດ ເກັດທາວລາວ ຈໍາກັດຜູ້ດຽວ ໄດ້ມາຊື້ກິດຈະການໂຮງງານຊີມັງຫຼວງພະບາງຕໍ່ຈາກທ່ານວິທູນ ຊ່ຽວຈະເລີນ ໃນຄັ້ງວັນທີ 30 ມັງກອນ 2019, ທ່ານ ລາວເຈົ່າ ໄດ້ມາສະເໜີກັບໂຮງງານ ເລື່ອງຂໍສືບຕໍ່ສັນຍາໃນການເປັນຜູ້ຂຸດຄົ້ນ ແລະ ສະໜອງຫີນປູນໃຫ້ກັບໂຮງງານ ແຕ່ທາງໂຮງງານໄດ້ປະຕິເສດ ເພາະມີແຜນຈະພັດທະນາ ແລະ ຂຸດຄົ້ນບໍ່ຫີນດັ່ງກ່າວເອງ ເພື່ອຫຼຸດຜ່ອນຕົ້ນທຶນການຜະລິດ. ຕໍ່ມາໂຮງງານຊີມັງໄດ້ສັງເກດວ່າທ່ານລາວເຈົ່າ ຍັງມີທາດລະເບີດຢູ່ໃນຄອບຄອງ ຈຶ່ງໄດ້ແຈ້ງຫາອໍານາດການປົກຄອງເມືອງ ເພາະເຫັນວ່າມີຄວາມສ່ຽງຕໍ່ຄວາມປອດໄພຂອງໂຮງງານ. ຈາກນັ້ນ, ທ່ານເຈົ້າເມືອງກໍ່ໄດ້ແຕ່ງຕັ້ງຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງ ສະບັບເລກທີ 016/ຈມ-ນບ, ລົງວັນທີ 2 ຕຸລາ 2019 ເພື່ອລົງແກ້ໄຂບັນຫາດັ່ງກ່າວ ໂດຍມີບົດບັນທຶກ ການແກ້ໄຂສະບັບເລກທີ 01, ລົງວັນທີ 3 ຕຸລາ 2019 ເຊິ່ງມີເນື້ອໃນການແກ້ໄຂໂດຍຫຍໍ້ດັ່ງນີ້:

width="700"

1) ໄດ້ພົບເຫັນທາດລະເບີດຈໍານວນ 14 ກິໂລ, ຄະນະກໍາມະການໄດ້ເອົາໄປເກັບມ້ຽນໄວ້ຢູ່ສາງຂອງກອງບັນຊາການທະຫານເມືອງນໍ້າບາກ.
2) ກໍານົດເວລາຈູດທໍາລາຍທາດລະເບີດທີ່ໄດ້ບັນຈຸໄວ້ໃນຫີນ ຈໍານວນ 4 ຈຸດ ຈໍານວນ 12 ໂຕນ ແມ່ນຈະທໍາລາຍໃນວັນທີ 5 ຕຸລາ 2019 ເວລາ 4:00-5:00 ໂມງແລງ. ໂດຍການທໍາລາຍລະເບີດຄັ້ງນີ້ ຫາກເກີດບັນຫາທຸກຢ່າງ ແມ່ນມອບໃຫ້ທາງເຈົ້າຂອງທາດລະເບີດ (ເຊິ່ງເປັນຜູ້ວາງ, ລະເບີດ) ເປັນຜູ້ຮັບຜິດຊອບທັງໝົດ.

width=

ຈາກນັ້ນ, ມາຮອດໃນຕອນແລງຂອງວັນທີ 5 ຕຸລາ 2019 ເວລາປະມານ 16:52 ນາທີ ໄດ້ມີການລະເບີດຫີນ ເພື່ອທໍາລາຍທາດລະເບີດທີ່ບັນຈຸໄວ້ໃນຫີນ 4 ຈຸດ, ຈໍານວນ 12 ໂຕນ ໂດຍມີຄະນະກໍາມະການຕິດຕາມ-ກວດກາຂອງເມືອງເຂົ້າຮ່ວມນໍາ ໂດຍໄດ້ມີການແຈ້ງເຕືອນປະຊາຊົນທີ່ຢູ່ໃກ້ຄຽງ ຕາມທີ່ເຄີຍປະຕິບັດທຸກຄັ້ງກ່ອນຈຸດລະເບີດ. ແຕ່ການລະເບີດເຫັນວ່າໄດ້ເກີດຄວາມຜິດພາດ ບໍ່ຮັບປະກັນດ້ານເຕັກນິກຂອງການວາງ ແລະ ຈູດ ອັນເປັນຜົນເຮັດໃຫ້ແຮງດັນລະເບີດນໍາເອົາຫີນຈໍານວນຫຼາຍກະຈາຍອອກມານອກເຂດ ແລະ ທິດທາງທີ່ກໍານົດ.

width="700"

ຈາກການລາຍງານຄວາມເສຍຫາຍເບື້ອງຕົ້ນມີ ຄົນເສຍຊີວິດ 1 ຄົນ, ບາດເຈັບສົມຄວນ 23 ຄົນ ເປັນຍິງ 5 ຄົນ. ໃນນັ້ນ, ບາດເຈັບສາຫັດ 8 ຄົນ, ຍິງ 1 ຄົນ ແລະ ເປັນຄົນຈີນ 1 ຄົນ; ເຮືອນເປ່ເພ 81 ຫຼັງ, ເສຍຫາຍຢ່າງໜັກ 2 ຫຼັງ, ລົດຈັກ, ລົດໃຫຍ່ໄດ້ຮັບຄວາມເສຍຫາຍອີກຫຼາຍຄັນ. ດ້ານໂຮງງານຊີມັງເຕົາເຜົາຊີມັງ ແລະ ອາຄານຈໍານວນໜຶ່ງໄດ້ຮັບຄວາມເສຍຫາຍ. ປັດຈຸບັນໄດ້ຢຸດເຊົາການຜະລິດ ເພື່ອສໍາຫຼວດປະເມີນຄວາມເສຍຫາຍ (ປັດຈຸບັນຄະນະກໍາມະການສະເພາະກິດຂອງເມືອງ ກໍາລັງເກັບກໍາຂໍ້ມູນ ເພື່ອປະເມີນຄວາມເສຍຫາຍລະອຽດ).

ຈາກບັນຫາທີ່ເກີດຂຶ້ນດັ່ງກ່າວ ທາງໂຮງງານຊີມັງໄດ້ມອບເງິນຊ່ວຍເຫຼືອຜູ້ໄດ້ຮັບເຄາະຮ້າຍໃນເບື້ອງຕົ້ນເປັນເງິນ 10.000.000 ກີບ. ສ່ວນຄອບຄົວຂອງ ທ່ານ ລາວເຈົ່າ ເຈົ້າຂອງທາດລະເບີດ ແລະ ເປັນຜູ້ລະເບີດ ເຈົ້າໜ້າທີ່ໄດ້ກັກຕົວໄວ້ຢູ່ກອງບັນຊາການການ ປກສ ເມືອງ ເພື່ອດໍາເນີນຄະດີ.

width="700"

ສຳລັບເຫດການທີ່ເກີດໃນຄັ້ງນີ້ ແມ່ນຍ້ອນຄວາມປະມາດດໍາເນີນການລະເບີດບໍ່ຮັບປະກັນດ້ານເຕັກນິກ, ຄວາມປອດໄພ ບໍ່ໃຫ້ຄວາມຮ່ວມມືຢ່າງຈິງຈັງກັບພາກສ່ວນທີ່ກ່ຽວຂ້ອງ ຂອງເຈົ້າຂອງທາດລະເບີດ ອັນໄດ້ສົ່ງຜົນເສຍຫາຍຕໍ່ຊີວິດ, ຊັບສິນຂອງປະຊາຊົນຜູ້ຢູ່ໃກ້ຄຽງ ແລະ ໂຮງງານ ພ້ອມນັ້ນ, ຍັງສ້າງຄວາມເສື່ອມເສຍໃຫ້ແກ່ພາບລັກຂອງໂຮງງານຊີມັງຫຼວງພະບາງ ຈໍາກັດຜູ້ດຽວອີກດ້ວຍ.