ຕະຫຼອດທິດນີ້, ພາກເໜືອ-ກາງ ອາກາດຈະເຢັນໃນຕອນກາງຄືນ-ຕອນເຊົ້າ

120

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດ ໃນໄລຍະວັນທີ 7 ຫາ 13 ຕຸລາ 2019 ວ່າ: ໃນໄລຍະວັນທີ 7 ຫາ 13 ຕຸລາ 2019 ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນທີ່ມີກໍາລັງອ່ອນຈະແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກ-ຕາເວັນອອກສ່ຽງເຫນືອພັດປົກຄຸມເປັນສ່ວນໃຫຍ່. ເຊິ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຢູ່ແຂວງພາກເໜືອ ລົງຫາພາກກາງດ້ານຕາເວັນອອກ, ພ້ອມຈະມີລົມພັດແຮງເປັນບາງໂອກາດ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

width=

ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 7 ຫາ 13 ຕຸລາ 2019 ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ. ອຸນຫະພູມຕໍ່າສຸດ 14 – 16 ອົງສາ ແລະ ສູງສຸດ 26 – 20 ອົງສາ.
ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 7 ຫາ 13 ຕຸລາ 2019 ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກຄ່ອຍ ຫາປານກາງ ຢູ່ບາງທ້ອງຖິ່ນແຂວງ ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ, ຫຼວງພະບາງ ແລະ ໄຊຍະບູລີ. ອຸນຫະພູມຕໍ່າສຸດ 17 – 19 ອົງສາ ແລະ ສູງສຸດ 31 – 33 ອົງສາ.

ພາກກາງ: ໃນໄລຍະວັນທີ 7 ຫາ 13 ຕຸລາ 2010 ມີເຝື້ອປົກຄຸມເປັນບາງສ່ວນ, ອາກາດອ່າວເຢັນ ພ້ອມມີໝອກບາງປົກຫຸ້ມ ໃນຕອນເຊົ້າ ໂດຍສະເພາະຢູ່ທາງດ້ານຕາເວັນອອກຂອງພາກ ແລະ ຈະມີຝົນຕົກໃນລະດັບຄ່ອຍ, ພ້ອມຈະມີລົມພັດແຮງເປັນບາງໂອກາດ ຢູ່ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ, ອຸນຫະພູມຕໍ່າສຸດ 20 – 21 ອົງສາ ແລະ ສູງສຸດ 31 – 33 ອົງສາ.
ສະເພາະແຂວງ ໄຊສົມບູນ, ເຂດຫຼັກ 20, ເມືອງ ວຽງທອງ ແລະ ເມືອງ ນາກາຍ: ໃນໄລຍະວັນທີ 7 ຫາ 13 ຕຸລາ 2019 ອາກາດຈະເຢັນ ຫາ ໜາວເຢັນ, ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ, ພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 13 – 15 ອົງສາ ແລະ ສູງສຸດ 26 – 20 ອົງສາ.

ພາກໃຕ້: ໃນໄລຍະວັນທີ 7 ຫາ 8 ຕຸລາ 2019 ມີເຝື້ອປົກຄຸມເປັນສ່ວນຫຼາຍ, ຈະມີຝົນຕົກຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ຈໍາປາສັກ, ເຊກອງ ແລະ ອັດຕະປື. ຈາກນັ້ນ, ວັນທີ 9 ຫາ 13 ຕຸລາ 2019 ອາກາດຈະຮ້ອນຂຶ້ນໃນຕອນກາງເວັນ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນ, ພ້ອມຈະມີລົມພັດແຮງເປັນບາງໂອກາດ ອຸນຫະພູມຕໍ່າສຸດ 23 – 25 ອົງສາ ແລະ ສູງສຸດ 33 – 35 ອົງສາ. ສະເພາະເຂດພູພຽງບໍລະເວນ: ໃນໄລຍະວັນທີ 7 ຫາ 13 ຕຸລາ 2019 ອາກາດຈະເປັນຫາໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຍັງຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 12 – 14 ອົງສາ ແລະ ສູງສຸດ 23 – 26 ອົງສາ..

ສຳລັບນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 7 ຫາ 13 ຕຸລາ 2019 ຈະມີເຝື້ອປົກຄຸມເປັນບາງສ່ວນ, ອາກາດຮ້ອນໃນຕອນບ່າບ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 25 – 27 ອົງສາ ແລະ ສູງສຸດ 32 – 34 ອົງສາ.

width=