ຕະຫຼາດສົມຫວັງ ຢູ່ເມືອງຫາດຊາຍຟອງ ຈະເປີດຢ່າງເປັນທາງການພາຍໃນ 3 ເດືອນຂ້າງໜ້າ, ຈັບຈອງໄດ້ແລ້ວນັບແຕ່ມື້ນີ້ເປັນຕົ້ນໄປ ພ້ອມຮັບສິດທິພິເສດຫຼາຍໆຢ່າງ.
ທ່ານ ສົມຫວັງ ມາລີຍາ ປະທານ ກຸ່ມບໍລິສັດ ສົມຫວັງຈະເລີນກໍ່ສ້າງຂົວ – ທາງ ຈໍາກັດ ໄດ້ໃຫ້ຮູ້ວ່າ: ການກໍ່ສ້າງຕະຫຼາດສົມຫວັງແມ່ນດໍາເນີນໄປຕາມແຜນ ມາຮອດປັດຈຸບັນຄືບໜ້າປະມານ 80% ແລະ ເລີ່ມເປີດໃຫ້ຈັບຈອງແລ້ວ, ຖ້າໃຜມາຈອງໄລຍະນີ້ຈະມີສ່ວນຫຼຸດ ຫຼື ມີສິດທິພິເສດຫຼາຍໆຢ່າງ.
ພາຍຫຼັງທີ່ເລີ່ມລົງມືກໍ່ສ້າງໃນເດືອນກຸມພາ 2017 ມາຮອດປັດຈຸບັນຖືວ່າໃກ້ຈະສໍາເລັດ ຈຶ່ງເລີ່ມເປີດໃຫ້ມີການຈັບຈອງນັບແຕ່ມື້ນີ້ເປັນຕົ້ນໄປ ໂດຍແບ່ງເປັນ 2 ໄລຍະ ຄື: 1. ເປີດໃຫ້ຊາວຄ້າຂາຍມາຈັບຈອງ ແລະ ໄລຍະທີ 2 ຈັດພິທີເປີດຢ່າງເປັນທາງການ ໃນເດືອນມັງກອນ 2020 ຕ້ອນຮັບວັນສໍາຄັນຂອງຊາດ ວັນທີ 20 ມັງກອນ ເປັນຕົ້ນ.
ຕະຫຼາດສົມຫວັງ ມີເນື້ອທີ່ 17.500 ຕາແມັດ ນັບວ່າເປັນອາຄານຕະຫຼາດໃໝ່ທີ່ໃຫຍ່ສຸດຂອງເມືອງຫາດຊາຍຟອງ ເຊິ່ງມີການຈັດສັນພື້ນທີ່ການບໍລິການ ແລະ ເວລາປິດ – ເປີດແຕກຕ່່າງກັນ ເຊັ່ນ: ພື້ນທີ່ຂາຍສົ່ງ, ພື້ນທີ່ຂາຍເຄື່ອງແຫ້ງ, ພື້ນທີ່ຂາຍຂອງກິນສຸກ, ພື້ນທີ່ຂາຍຜັກ – ໝາກໄມ້, ພື້ນທີ່ຂາຍຊີ້ນ – ປາ ( ສິນຄ້າສົດ ), ເວລາເປີດ – ປິດຈະບໍ່ຄືກັນ ແຕ່ໂດຍລວມມີການບໍລິການ 24 ຊົ່ວໂມງ.
ທ່ານ ສົມຫວັງ ມາລີຍາ ຍັງໃຫ້ຮູ້ອີກວ່າ: ຈຸດພິເສດຂອງຕະຫຼາດສົມຫວັງ ມີໂຄງສ້າງອາຄານໃຫຍ່ ແລະ ປອດໂປ່ງ, ພື້ນທີ່ຈອດລົດກວ້າງຂວາງສາມາດຈອດລົດໃຫຍ່ໄດ້ 300 – 400 ຄັນ, ມີທາງເຂົ້າ – ອອກ 3 ທາງ, ບໍລິການຂາຍສົ່ງ – ຂາຍຍ່ອຍ, ທີ່ຕັ້ງຂອງຕະຫຼາດແມ່ນຢູ່ແຄມຖະໜົນທ່າເດື່ຶອ ( Km8 ) ເຊິ່ງເປັນເສັ້ນທາງເຊື່ອມຕໍ່ລະຫວ່າງປະເທດ ( ລາວ – ໄທ ) ຈຶ່ງຄາດຫວັງວ່າຈະເປັນສູນລວມອີກບ່ອນໜຶ່ງຂອງການຊື້ – ຂາຍ ແລະ ພ້ອມທີ່ຈະພິຈາລະນາເງື່ອນໄຂພິເສດ ສໍາລັບສິນຄ້າຕົວແບບຂອງທ້ອງຖິ່ນໂດຍສະເພາະສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ຕາງເປັນການສົ່ງເສີມສິນຄ້າພາຍໃນ ແລະ ອໍານວຍຄວາມສະດວກໃຫ້ຊາວຕ່າງປະເທດສາມາດເລືອກຊື້ສິນຄ້າຂອງລາວເຮົາໄດ້ງ່າຍໃນລາຄາທີ່ເໝາະສົມ.
ທ່ານຍັງມີທັດສະນະຕໍ່ຊາວຄ້າຂາຍ ວ່າ: ຕະຫຼາດສົມຫວັງເປັນສະຖານທີ່ແຫ່ງໜຶ່ງທີ່ໃຫ້ບໍລິການຊື້ – ຂາຍ, ຢາກໃຫ້ພໍ່ແມ່ປະຊາຊົນກໍຄືຊາວຄ້າຂາຍມາໃຊ້ບໍລິການນໍາກັນ.
ເພື່ອກຽມພ້ອມສູ່ການບໍລິການປັດຈຸບັນ ກຸ່ມບໍລິສັດ ສົມຫວັງ ພວກເຮົາເປີດຮັບພະນັກງານຈໍານວນໜຶ່ງ ດັ່ງນີ້:
ເພື່ອກຽມພ້ອມສູ່ການບໍລິການປັດຈຸບັນ ກຸ່ມບໍລິສັດ ສົມຫວັງ
ພວກເຮົາເປີດຮັບພະນັກງານຈໍານວນໜຶ່ງ ດັ່ງນີ້:
ພະນັກງານບັນຊີການເງິນ 2 ຄົນ
▶ ເງື່ອນໄຂ:
- ເພດຍິງ/ຊາຍ.
-
ສຸຂະພາບແຂງແຮງ.
-
ຈົບປະລິນຍາ ຫຼື ຊັ້ນສູງ.
-
ດຸໝັ່ນ, ມະນຸດສໍາພັນດີ.
-
ມີປະສົບການຈະພິຈາລະນາເປັນພິເສດ.
ຜູ້ຈັດການຕະຫຼາດ 2 ຄົນ
▶ ເງື່ອນໄຂ:
- ເພດຍິງ/ຊາຍ.
-
ສຸຂະພາບແຂງແຮງ.
-
ຈົບປະລິນຍາ ຫຼື ຊັ້ນສູງ.
-
ດຸໝັ່ນ, ມະນຸດສໍາພັນດີ.
-
ມີປະສົບການຈະພິຈາລະນາເປັນພິເສດ.
ພະນັກງານອະນາໄມ 10 ຄົນ
▶ ເອກະສານປະກອບມີ:
- ໃບຢັ້ງຢືນທີ່ຢູ່.
-
ບັດປະຈໍາຕົວ ຫຼື ສໍາມະໂນຄົວ.
ພະນັກງານຍາມ 10 ຄົນ
▶ ເອກະສານປະກອບມີ:
- ໃບຢັ້ງຢືນທີ່ຢູ່.
-
ບັດປະຈໍາຕົວ ຫຼື ສໍາມະໂນຄົວ.
-
ໃບແຈ້ງໂທດ
ພະນັກງານວິຊາການເຄຫາ ( ປະຈໍາພາກສະໜາມ ) 2 ຄົນ
▶ ເງື່ອນໄຂ:
- ເພດຊາຍ.
-
ສຸຂະພາບແຂງແຮງ.
-
ຈົບປະລິນຍາ ຫຼື ຊັ້ນສູງ.
-
ດຸໝັ່ນ, ມະນຸດສໍາພັນດີ.
-
ປະສົບການຢ່າງໜ້ອຍ 2 ປີ.
▶ ເອກະສານປະກອບ ( 1, 2 ແລະ 5 ):
- ໃບປະກາດ, ໃບຄະແນນ.
-
ຊີວະປະຫວັດຫຍໍ້.
-
ໃບຢັ້ງຢືນທີ່ຢູ່.
-
ໃບຮັບປະກັນຈາກຄອບຄົວ.
-
ສໍາມະໂນຄົວ – ບັດປະຈໍາຕົວ.
-
ໃບຜ່ານງານ.
-
ໃບແຈ້ງໂທດ 3.
-
ໃບຢັ້ງຢືນສຸຂະພາບ.
■ ຕະຫຼາດສົມຫວັງ ຕັ້ງຢູ່ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ໂທ: 021 813 062, 020 5999 9890, 030 588 8890.
Email: somvang9998@hotmail.com.th