ອາເມຣິກາ ໃຫ້ທຶນຊຸກຍູ້ຄວາມເຂັ້ມແຂງຂະແໜງກະສິກຳ

112

ສະຫະລັດອາເມຣິກາ ສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງການກະສິກຳລາວ ໃນໂຄງການສົ່ງເສີມຈຸນລະວິສາຫະກິດກະສິກໍາ ຜ່ານອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ ( USAID ) ເປັນຜູ້ໃຫ້ທຶນຊ່ວຍເຫຼືອລ້າ.

ໃນວັນທີ 4 ຕຸລາ 2019, ທ່ານ ສີປະໄພ ໄຊສົງຄາມ ຫົວໜ້າກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ໄດ້ເຊັນສັນຍາບົດບັນທຶກຄວາມເຂົ້າໃຈກັບ ທ່ານ ນາງ ໂຊຟີ້ ວັອກເກີ້ ຫົວໜ້າອົງການ ACDI/VOCA ປະຈຳລາວ ໂດຍທີ່ມີ ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ຄໍລິນ ຄລອສບີ ອຸປະທູດແຫ່ງປະເທດສະຫະລັດອາເມຣິກາ ປະຈຳ ສປປ ລາວ ເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ຄໍລິນ ຄລອສບີ ໄດ້ກ່າວວ່າ: ການເຊັນບົດບັນທຶກຄວາມເຂົ້າໃຈໃນມື້ນີ້ ເນັ້ນຄືນເຖິງຄວາມໝາຍໝັ້ນໃນການຊ່ວຍເຫຼືອລັດຖະບານ ແຫ່ງ ສປປ ລາວ ໃຫ້ບັນລຸເປົ້າໝາຍການພັດທະນາ. ສໍາລັບທັງ 2 ປະເທດຂອງພວກເຮົາ, ຂະແໜງການກະສິກຳມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ ແລະ ວັດທະນະທຳຂອງພວກເຮົາ, ພວກເຮົາພູມໃຈທີ່ໄດ້ໃຫ້ການສະໜັບສະໜູນອັນເປັນຮູບປະທຳແກ່ຂະແໜງກະສິກຳ ຂອງ ສປປ ລາວ ແລະ ຊຸກຍູ້ການຄ້າ ແລະ ການຂະຫຍາຍຕົວຂອງເສດຖະກິດຂອງລາວ ໂດຍການຊ່ວຍເຫຼືອບັນດາຈຸນລະວິສາຫະກິດ.

ໂຄງການດັ່ງກ່າວມີໄລຍະຈັດຕັ້ງປະຕິບັດ 5 ປີ ໂດຍສຸມໃສ່ການພັດທະນາຈຸນລະວິສາຫະກິດກະສິກຳ ໃຫ້ມີປະສິດທິຜົນ, ປະສິດທິພາບ ແລະ ສາມາດແຂ່ງຂັນໄດ້ ເຊິ່ງຈະຊ່ວຍໃຫ້ຊາວກະສິກອນສາມາດດໍາເນີນງານຕາມຫຼັກການທາງທຸລະກິດໄດ້ ໂດຍການຈັດຕັ້ງປະຕິບັດຢູ່ໃນແຂວງຊຽງຂວາງ, ໂຄງການດັ່ງກ່າວຈະຝຶກອົບຮົມບັນດາຊາວກະສິກອນ ແລະ ຈຸນລະວິສາຫະກິດກະສິກຳ ກ່ຽວກັບການຕອບສະໜອງ ຄວາມຕ້ອງການຂອງຕະຫຼາດ, ເພີ່ມທະວີການເຊື່ອມໂຍງກັບຕະຫຼາດ ແລະ ປັບປຸງການເຂົ້າເຖິງແຫຼ່ງເງິນທຶນ ເຊິ່ງທຶນຊ່ວຍເຫຼືອສຳລັບໂຄງການນີ້ແມ່ນຫຼາຍກວ່າ 6,93 ລ້ານກວ່າໂດລາສະຫະລັດ ແລະ ໂຄງການດັ່ງກ່າວແມ່ນໂຄງການຫຼ້າສຸດຂອງ ອາເມຣິກາ ໃນບັນດາໂຄງການພັດທະນາຂະແໜງການກະສິກຳຂອງລາວ.

ປັດຈຸບັນ ອາເມຣິກາ ໄດ້ໃຫ້ການສະໜັບສະໜູນແກ່ຂະແໜງການດັ່ງກ່າວ ໂດຍຜ່ານສອງໂຄງການ ລວມມູນຄ່າຫຼາຍກວ່າ 15,9 ລ້ານໂດລາ.

ນອກຈາກໂຄງການນີ້ແລ້ວ ສະຫະລັດອາເມຣິກາ ຍັງຮ່ວມມືກັບລັດຖະບານ ແລະ ປະຊາຊົນລາວຢູ່ໃນຫຼາຍຂົງເຂດ ເພື່ອປັບປຸງວຽກງານການສຶກສາ, ສົ່ງເສີມສຸຂະພາບ ແລະ ໂພຊະນາການ, ອຳນວຍຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນ ແລະ ສ້າງຄວາມເຂັ້ມແຂງໃນການປະຕິບັດລະບຽບກົດໝາຍ.