ລາວໂທລະຄົມ ເປີດທົດລອງນໍາໃຊ້ລະບົບ 5 ຈີ

248

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ເປີດທົດລອງການນໍາໃຊ້ລະບົບ 5 ຈີ ຄັ້ງທໍາອິດໃນລາວ ເພື່ອຕອບໂຈດລູກຄ້າທີ່ມີຄວາມຕ້ອງການໃຊ້ລະບົບສັນຍານອິນເຕີເນັດໃຫ້ມີຄວາມວ່ອງໄວ ດ້ວຍການຮັບ – ສົ່ງຂໍ້ມູນທີ່ໄວກວ່າ 4 ຈີ ເຖິງ 20 ເທົ່າ, ດ້ານຮອງຜູ້ອໍານວຍການເປີດເຜີຍການນໍາໃຊ້ລະບົບ 5 ຈີ ກໍເພື່ອຮອງຮັບເຊື່ອມຕໍ່ສື່ສານ IoT ( Internet of Things ) ເຊິ່ງຈະເລີ່ມຕິດຕັ້ງລະບົບສັນຍານໃນຕົວເມືອງສໍາຄັນ ແລະ ເຂດທີ່ເຫັນວ່າເໝາະສົມກ່ອນ. ຈາກນັ້ນ, ຈຶ່ງທະຍອຍຕິດຕັ້ງໃຫ້ຄວບຄຸມທົ່ວປະເທດ.

ທ່ານ ສຸພົນ ຈັນທະວີໄຊ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ກ່າວວ່າ: ລາວໂທລະຄົມມີຄວາມມຸ່ງໝັ້ນພັດທະນາ ແລະ ນໍາເອົາເຕັກໂນໂລຊີໃໝ່ໆເຂົ້າມາໃຫ້ລູກຄ້າຊົມໃຊ້ຢູ່ເລື້ອຍໆ ໂດຍສະເພາະລະບົບ 5 ຈີ ກໍເປັນອີກເຕັກໂນໂລຊີທົ່ວໂລກນິຍົມ ເພື່ອເຮັດໃຫ້ສັງຄົມລາວກ້າວໄປສູ່ຍຸກດິຈິຕອລ ທັງເປັນການພັດທະນາທຸລະກິດໂທລະຄົມໃຫ້ທຽບທັນ ແລະ ສາມາດເຊື່ອມໂຍງກັບພາກພື້ນກໍຄືສາກົນ. ສໍາລັບການນໍາໃຊ້ 5 ຈີ ກໍເພື່ອຕອບໂຈດລູກຄ້າຮອງຮັບ ຄວາມທັນສະໄໝໃນອະນາຄົດທີ່ເຊື່ອມຕໍ່ການສື່ສານແບບ IoT ( Internet of Things ) ເຊັ່ນ: ສະມາດໂຮມ, ສະມາດຟາມ, ສະມາດຊິຕີ້, ສະມາດຄາຣ໌, ສະມາດໂຟນ, ສະມາດທານສະປອດ, ສະມາດໄລຟ໌ ແລະ ອື່ນໆ ທີ່ຈະຊ່ວຍໃຫ້ຄົນເຮົາສະດວກຂຶ້ນພາຍໃຕ້ການຄວບຄຸມ ຫຼື ສັ່ງງານດ້ວຍມືຖື.

ໂອກາດນີ້, ທ່ານ ທັນສະໄໝ ຊາມຸນຕີ ຫົວໜ້າຄະນະພັດທະນາຄຸນນະພາບການບໍລິການ ໄດ້ອະທິບາຍຄວາມແຕກຕ່າງຂອງ 4 ຈີ ແລະ 5 ຈີ ວ່າ:

1 ດ້ານຄວາມໄວ: ການຮັບ – ສົ່ງຂໍ້ມູນຂອງ 5 ຈີ ຈະໄວກວ່າ 4 ຈີ ເຖິງ 20 ເທົ່າ, ການເບິ່ງຮູບເງົາດ້ວຍຄວາມລະອຽດສູງ HD 4K ຈະບໍ່ເປັນອຸປະສັກອີກຕໍ່ໄປ ແຖມຍັງຕອບໂຈດການສື່ສານຜ່ານ AR ແລະ VR ໄດ້ຢ່າງສົມບູນແບບ.

2 ຄວາມສາມາດໃນການເຊື່ອມຕໍ່ຂອງ 5 ຈີ ສາມາດຮອງຮັບໄດ້ຫຼາຍກວ່າ 4 ຈີ ເຖິງ 10 ເທົ່າ ເຮັດໃຫ້ການສື່ສານແບບ IoT ໄດ້ຢ່າງແທ້ຈິງ ເພາະອຸປະກອນແຕ່ລະຊະນິດສາມາດສື່ສານກັນເອງ ແລະ ເຮັດວຽກປະສານກັນຢ່າງອັດຕະໂນມັດ.

3 ຄວາມສາມາດໃນການຕອບສະໜອງ ຫຼື ການຕອບໂຕ້ ເຊິ່ງຄວາມໄວຂອງ 5 ຈີ ແມ່ນຕອບໂຈດສໍາລັບຜູ້ທີ່ຕ້ອງການຄວາມໄວຂອງສັນຍານເນັດໄດ້ເປັນຢ່າງດີ, ຕອບໂຈດການຂັບຂີ່ແບບບໍ່ມີຄົນຂັບ, ການປະຊຸມທາງໄກ ຫຼື ຜ່າຕັດທາງໄກນໍາອີກ.

ລາວໂທລະຄົມ ຍັງໃຫ້ຮູ້ຕື່ມອີກວ່າ: ອີກບໍ່ດົນຈະໄດ້ເປີດໃຫ້ບໍລິການລູກຄ້າຢ່າງເຕັມຮູບແບບ ເຊິ່ງໄລຍະທໍາອິດຈະເລີ່ມຕິດຕັ້ງລະບົບຮັບ – ສົ່ງສັນຍານໃນຕົວເມືອງສໍາຄັນ ແລະ ເຂດທີ່ເຫັນວ່າເໝາະສົມກ່ອນ. ຈາກນັ້ນ, ຈຶ່ງທະຍອຍຕິດຕັ້ງໃຫ້ຄວບຄຸມທົ່ວປະເທດ.

ພິທີເປີດທົດລອງນໍາໃຊ້ລະບົບ 5 ຈີ ຈັດຂຶ້ນວັນທີ 8 ຕຸລາ 2019 ຜ່ານມາ ທີ່ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ມີບັນດາແຂກຖືກເຊີນ ແລະ ລູກຄ້າເຂົ້າຮ່ວມ.

[ ຂ່າວ – ຮູບ: ສົມສະຫວິນ ]