ກໍາລັງການຜະລິດນໍ້າມັນຂອງຊາອຸ ເກືອບກັບເຂົ້າສູ່ພາວະປົກກະຕິ

73

ກະຊວງພະລັງງານຂອງ ຊາອຸດິດ ອາຣັບບີ ລາຍງານວ່າ: ກໍາລັງການຜະລິດນໍ້າມັນຂອງປະເທດເກືອບກັບເຂົ້າສູ່ພາວະປົກກະຕິແລ້ວ ຫຼັງຈາກຖືກໂຈມຕີໂຮງກັ່ນນໍ້າມັນ 2 ແຫ່ງ ເມື່ອເດືອນທີ່ຜ່ານມາ.

ເຈົ້າຊາຍອັບດຸນອາຊິດ ບິນ ຊັນມານ ລັດຖະມົນຕີກະຊວງພະລັງງານ ຊາອຸດິດ ອາຣັບບີ ກ່າວວ່າ: ກໍາລັງການຜະລິດນໍ້າມັນຂອງປະເທດເກືອບກັບເຂົ້າສູ່ພາວະປົກກະຕິ ຫຼັງຖືກໂຈມຕີໂຮງກັ່ນນໍ້າມັນ 2 ແຫ່ງ ເມື່ອເດືອນກັນຍາທີ່ຜ່ານມາ.

ໂດຍກໍາລັງການຜະລິດຂອງປະເທດຕອນນີ້ ເລີ່ມມີສະຖຽນລະພາບຢູ່ທີ່ 11,3 ລ້ານບາເຣວຕໍ່ວັນ, ຂະນະທີ່ລາຄານໍ້າມັນດິບໃນຕະຫຼາດໂລກກໍປັບຕົວຫຼຸດລົງຢ່າງຕໍ່ເນື່ອງ.

ດ້ານ ບໍລິສັດ ຊາອຸດິ ອາຣໍາໂກ ເຊິ່ງເປັນບໍລິສັດຜະລິດນໍ້າມັນລາຍໃຫຍ່ຂອງ ຊາອຸດິດ ອາຣັບບີ ລາຍງານວ່າ: ໂຮງກັ່ນນໍ້າມັນຂອງປະເທດຍັງມີ ຄວາມສ່ຽງທີ່ຈະຖືກໂຈມຕີອີກຈາກຄວາມເຄັ່ງຕຶງທາງການເມືອງໃນຕາເວັນອອກກາງ.