ເພາະກາຍລາວຕັ້ງເປົ້າສ້າງນັກກີລາທີມຊາດເພີ່ມ 15 – 20 ຄົນ

99

ສະຫະພັນເພາະກາຍແຫ່ງຊາດລາວ ກໍຄືວົງການກີລາເພາະກາຍລາວ ປັດຈຸບັນມີກໍາມະການທີ່ຖືກຍອມຮັບຈາກພາກພື້ນ ແລະ ສາກົນ 3 ທ່ານ,  ມີນັກກີລາທີ່ສັງກັດເຂົ້າທີມຊາດລາວ ຈໍານວນ 8 ທ່ານ ໂດຍໝົດປີນີ້ຕັ້ງເປົ້າສ້າງນັກກີລາເພາະກາຍເຂົ້າທີມຊາດລາວໃຫ້ໄດ້ອີກ 15 – 20 ຄົນ.

ຕາມການເປີດເຜີຍຂອງ ທ່ານ ຄໍາພະໄພວັນ ວົງໄຊ ຮັກສາການປະທານສະຫະພັນເພາະກາຍແຫ່ງຊາດລາວ ເມື່ອທ້າຍອາທິດທີ່ຜ່ານມາ ໃຫ້ຮູ້ວ່າ: ຈາກຜົນງານປີ 2018 ສະຫະພັນກີລາເພາະກາຍລາວ ໄດ້ສົ່ງ 4 ນັກກີລາເຂົ້າຮ່ວມການແຂ່ງຂັນເພາະກາຍຊີງແຊັມອາຊີ ຄັ້ງທີ 15 ໃນເດືອນມິຖຸນາ 2018 ທີ່ປະເທດກໍາປູເຈຍ ປາກົດວ່າ: ສາມາດສ້າງຜົນງານໄດ້ເກີນຄາດເມື່ອ ນາງ ພອຍໄພລິນ ພັນທະລີ ສາມາດຍາດໄດ້ຫຼຽນທອງ ແລະ ທ້າວ ຕຸ້ຍ ໄຊຍະລາດ ຍາດໄດ້ອັນດັບ 4 ກ່ອນຈະສົ່ງເຂົ້າຮ່ວມແຂ່ງຂັນລາຍການຊີງແຊັມໂລກ ນາງ ພອຍໄພລິນ ກໍສ້າງປະຫວັດສາດອີກຄັ້ງດ້ວຍການຄວ້າຫຼຽນທອງ ແລະ ທ້າວ ສັນຕິສຸກ ດວງແກ້ວມະນີ ຍາດໄດ້ອັນດັບ 4.

ຈາກຜົນສໍາເລັດດັ່ງກ່າວ ສະຫະພັນເພາະກາຍລາວ ໄດ້ສົ່ງນັກກີລາເຂົ້າຮ່ວມສອບເສັງເປັນຄະນະກໍາມະການຕັດສິນເພາະກາຍ ປາກົດວ່າ: ທ່ານ ກົງປະເສີດ ແພງແສນ ສາມາດເສັງຜ່ານກໍາມະການລະດັບໂລກ, ສ່ວນ ທ່ານ ອາພິຊາດ ພັນທະລີ ແລະ ນາງ ພອຍໄພລິນ ພັນທະລີ ເສັງຜ່ານກໍາມະການຕັດສິນອາຊຽນ ເຊິ່ງມາຮອດປັດຈຸບັນທັງ 3 ທ່ານຖືກບັນຈຸເຂົ້າເປັນກໍາມະການຕັດສິນສາກົນແລ້ວ. ສ່ວນນັກກີລາເພາະກາຍທີມຊາດລາວ ປັດຈຸບັນມີທັງໝົດ 8 ຄົນ ( ຍິງ 2 ຄົນ ) ແຕ່ພາຍຫຼັງການແຂ່ງຂັນເພາະກາຍປະຈໍາປີ 2019 ສໍາເລັດ ຈະສາມາດຄັດເລືອກນັກກີລາເຂົ້າເກັບຕົວທີມຊາດໄດ້ເພີ່ມອີກ 15 – 20 ຄົນ.

ສໍາລັບແຜນການຂອງ ສະຫະພັນເພາະກາຍແຫ່ງຊາດລາວ ກຽມຈັດການແຂ່ງຂັນກີລາເພາະກາຍຊີງແຊັມປະເທດລາວ 2019 ຊີງຂັນທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ( ສສກ ) ລະຫວ່າງວັນທີ 24 – 26 ຕຸລາ 2019 ເຊື່ອແນ່ວ່າລາຍການດັ່ງກ່າວ ຈະສາມາດຄັດເລືອກນັກກີລາເຂົ້າສັງກັດທີມຊາດໄດ້ຫຼາຍຄົນແນ່ນອນ ຄາດວ່າປີນີ້ມີນັກກີລາເຂົ້າຮ່ວມຫຼາຍກວ່າປີທີ່ຜ່ານມາ.

( ຂ່າວ: ຄໍາສອນ; ຮູບ: ສຸກສະຫວັນ )