ນັກກີລາມວຍປໍ້າລາວ ສາມາດຍາດໄດ້ 1 ຫຼຽນຄໍາ, 1 ຫຼຽນເງິນ ແລະ 2 ຫຼຽນທອງ ໃນການແຂ່ງຂັນມວຍປໍ້າລາຍການ SOUTHEAST ASIAN SENIOR JUNIOR AND CADET WRESTLING CHANPONHIPS 2019 ທີ່ມະຫາວິທະຍາໄລ ລາດສະພັດສີສະເກດ ປະເທດໄທ ລະຫວ່າງວັນທີ 26 ກັນຍາ – 2 ຕຸລາ 2019 ຜ່ານມາ.
ອີງຕາມໜັງສືລາຍງານຢ່າງເປັນທາງການຂອງ ສະຫະພັນມວຍປໍ້າແຫ່ງຊາດລາວ ລົງວັນທີ 8 ກັນຍາ 2019 ລາຍງານວ່າ: ລາຍການດັ່ງກ່າວມີ 7 ປະເທດເຂົ້າຮ່ວມປະກອບດ້ວຍ ໄທ ເຈົ້າພາບ 5 ທີມ, ຫວຽດນາມ 2 ທີມ, ຟີລິບປິນ 2 ທີມ, ອິນໂດເນເຊຍ 2 ທີມ, ສິງກະໂປ 2 ທີມ, ລາວ 1 ທີມ ແລະ ໄຕ້ຫວັນ 1 ທີມ; ສໍາລັບ ສປປ ລາວ ສົ່ງຄະນະ ແລະ ນັກກີລາທີມຊາດ 11 ທ່ານ ( ນັກກີລາ 8 ຄົນ ເປັນຍິງ 3 ຄົນ ).
ຜ່ານການແຂ່ງຂັນປາກົດວ່າ: ນັກກີລາມວຍປໍ້າຈາກ ສປປ ລາວ ສ້າງຜົນງານຢ່າງໂດດເດັ່ນຄື ທ້າວ ໄຊສົມບູນ ເພັດສຸພັນ ສາມາດຍາດໄດ້ຫຼຽນຄໍາ ໃນຮຸ່ນນໍ້າໜັກ 125 ກິໂລ ກຣາມ, ນາງ ຂັນທະລີ ຍາດໄດ້ຫຼຽນເງິນ ຈາກຮຸ່ນ 68 ກິໂລກຣາມ ຟຣີສະຕາຍ, ທ້າວ ບຸນທຽນ ກົມມາລາ ຍາດໄດ້ຫຼຽນທອງ ຮຸ່ນ 53 ກິໂລກຣາມ ແລະ ນາງ ມະນີຈັນ ອິນແພງ ຍາດໄດ້ຫຼຽນທອງ ຮຸ່ນ 53 ກິໂລກຣາມ.
( ຄໍາສອນ; ຮູບຈາກ: ສະຫະພັນກີລາມວຍປໍ້າແຫ່ງຊາດລາວ )