ຊາວບ້ານນາອູ່ ເມືອງຄູນ ແຂວງຊຽງຂວາງ ເຮັດເສັ້ນເຝີຂາຍລຸ້ນຕໍ່ລຸ້ນ ຈົນເສດຖະກິດຄອບຄົວທີ່ດີຂຶ້ນຫຼາຍ

218

ຊາວບ້ານນາອູ່ ເມືອງຄູນ ແຂວງຊຽງຂວາງ ເມື່ອກ່ອນກໍ່ຄືເຂດອື່ນໆອາໄສການເຮັດນາປູກເຂົ້າເກັບຜັກຫັກໜໍກິນຕາມທຳມະຊາດ ແຕ່ປະຊາຊົນໃນບ້ານດັ່ງກ່າວແມ່ນມີມູນເຊື້ອໃນການເຮັດເສັ້ນເຝີມາແຕ່ປູ່ຍ່າຕາຍາຍ ແລະມີການສອນກັນລຸ້ນຕໍ່ລຸ້ນ ແຕ່ກ່ອນທີ່ເສັ້ນທາງຍັງປູດ້ວຍຫີນມີຕະຫຼາດນັດພຽງອາທິດລະຄັ້ງ ແມ່ຍິງໃນບ້ານນາອູ່ບາງເຮືອນກໍ່ເຮັດເສັ້ນເຝີໄປຂາຍໃຫ້ຜູ້ມາຈັບຈ່າຍໃຊ້ສອຍໃນຕະຫຼາດນ້ອຍໆ ພໍຖະໜົນ 1D ປູຢາງທະລຸ ຊີວິດຂອງຊາວບ້ານນາອູ່ກໍ່ຄ່ອຍໆປ່ຽນໄປເທື່ອລະໜ້ອຍ ຈົນປະຈຸບັນເວົ້າໄດ້ວ່າຖານະຄອບຄົວມີຢູ່ມີກິນທົ່ວໜ້າຍ້ອນການຜະລິດເສັ້ນເຝີຂາຍນັ້ນເອງ.

ເຝີບ້ານນາອູ່ ກ່ອນຈະອອກມາເປັນເສັ້ນໃຫ້ທຸກຄົນໄດ້ກິນຕ້ອງຜ່ານຂັ້ນຕອນຢ່າງພິຖີພິຖັນ ເຮັດຈາກເມັດເຂົ້າຈ້າວທີ່ຊາວບ້ານປູກເອງບໍ່ແມ່ນໃຊ້ແປ້ງຄືເຝີທີ່ມີຂາຍທົ່ວໄປ ຈິ່ງເປັນທີ່ຍອມຮັບວ່າເປັນເສັ້ນເຝີທີ່ແຊບສຸດ ໃນ ສປປ ລາວ !

ຜະລິດຕະພັນເສັ້ນເຝີ ບ້ານນາອູ່, ເມືອງຄູນ, ເເຂວງຊຽງຂວາງ ຮອດມື້ນີ້ແມ່ນໄດ້ນາມມະຍົດເປັນຜະລິດຕະພັນໂອດັອບແຫ່ງຊາດໄປແລ້ວ ແລະມີລູກຄ້າບໍ່ໜ້ອຍໃນແຕ່ລະວັນ ແຖມຍັງມີຍອດສັ່ງຊື້ຈາກລູກຄ້າຫຼາຍເຂດແຂວງລວມທັ້ງຕ່າງປະເທດອີກດ້ວຍ.

ຈາກ: ຊຸບຊິບບັນເທີງ