ມູນນິທິ ບຸນຊ່ວຍ ແລະ ທີມງານ VIGMF​ ລະດົມທຶນ ແລະ ວັດຖຸລວມມູນຄ່າ 12.473.000ກີບ ຊ່ວຍຜູ້ປະສົບໄພພາກໃຕ້

149

ເຫັນແລ້ວ ກໍປື້ມໃຈແທນຊາວພີ່ນ້ອງ ໂດຍສະເພາະທາງແຂວງພາກໃຕ້ທີ່ໄດ້ຮັບການຊ່ວຍເຫຼືອມາໂດຍຕະຫຼອດ ທຸກເທື່ອທີ່ລໍາບາກ ໂດຍສະເພາະເລື່ອງໄພທໍາມະຊາດທີ່ບໍ່ມີໃຜຄາດຄິດ ແລະ ກໍານົດໄດ້ວ່າຈະຮ້າຍແຮງສໍ່າໃດ ເຊິ່ງປີນີ້ທາງແຂວງພາກໃຕ້ຂອງລາວເຮົາກໍໄດ້ຮັບອິດທິພົນຈາກໄພທໍາມະຊາດ ເຮັດໃຫ້ປະສົບໄພນໍ້າຖ້ວມ ແຕ່ນັ້ນມັນກໍເຮັດໃຫ້ເຫັນວ່າຄົນລາວທຸກຄົນກໍໃຫ້ການຊ່ວຍເຫຼືອກັນສະເໝີ ລວມທັງປະເທດເພື່ອນບ້ານອີກຕື່ມ

.

.

 

ຫຼ້າສຸດ ທາງສາວ ອາເລັກຊານດຼ້າ ບຸນຊ່ວຍ ໄດ້ໂພສ ພາບ ແລະ ຂໍ້ຄວາມຜ່ານອິນສຕາແກມຂອງຕົນວ່າ: ພໍ່ແມ່ພີ່ນ້ອງແຂວງພາກໃຕ້ອົດໃຈລໍເດີ້ ເຄື່ອງກໍາລັງໄປຫາເດີ້
ແຊນດຼ້າໃນນາມມູນນິທິ ບຸນຊ່ວຍ ພ້ອມດ້ວຍທີມງານVIGMF ສາມາດລະດົມທຶນເປັນເງິນສົດ 6,173,500 ກີບ ແລະ ເຄື່ອງອຸປະໂພກບໍລິໂພກມູນຄ່າ 6,300,000 ກີບ ລວມມູນຄ່າທັງໝົດ 12.473.000ກີບ ມື້ນີ້ໄດ້ໄປມອບໃຫ້ກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

.

.

ອາເລັກຊານດຼ້າ ນັບເປັນໂຕແມ່ໃນວົງການບັນເທີງລາວ ທັງຮ້ອງເພງ, ເຕັ້ນ, ສະແດງລະຄອນ ຮູບເງົາ ພິທີກອນ ຫຼາຍໆຢ່າງ ແລະ ຍັງມີຄວາມສາມາດຫຼາກຫຼາຍໂດຍສະເພາະຫຼິ້ນ ໄວໂອລິນ ທັງງາມ ທັງເກັ່ງຕ້ອງສາວຄົນນີ້ເລີຍ ແຖມຍັງໃຈບຸນມີເມດຕາ …

.

.

.

.

.

.

.